ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດ​ເຊຍ ກ່າວ​ວ່າ​ ທະຫານ​ຂອງ​ຕົນ ພ້ອມແລ້ວ ທີ່​ຈະກັບ​ຄືນ​ ສູ່​ຖານ​ທັບ (ສະ​ໄລ​ດ໌/ວີດີໂອ)


Ukraine SOTVO
please wait
Embed

No media source currently available

0:00 0:01:16 0:00
ກະຊວງ​ປ້ອງ​ກັນ​ປະ​ເທດຂອງຣັດ​ເຊຍກ່າວ​ວ່າ​ ທະຫານ​ຂອງ​ຕົນ
ທີ່ຢູ່ໃກ້ໆກັບ​ຊາຍ​ແດນ​ຢູ​ເຄຣນ ​ໄດ້​ເລີ່​ມມ້າງ​ຄ້າຍຂອງພວກເຂົາ
ເຈົ້າແລ້ວ ເພື່ອປະຕິບັດຕາມຄຳສັ່ງຂອງປະທານາທິບໍດີ
Vladimir Putin ໃຫ້ທະຫານເຫຼົ່ານີ້ ​ກັບ​ຄືນ​ສູ່​ຖານ​ທັບຂອງຕົນນັ້ນ.

​ໃນຂະນະທີ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ພວມເຕັມໄປດ້ວຍ
ຄວາມ​ບໍ່​ສະ​ງົບ​ ໃນ​ວັນ​ອັງຄານ​ມື້​ນີ້ ຣັດ​ເຊຍຊຶ່ງເປັນ​ປະ​ເທດ
ເພື່ອນ​ບ້ານ ​ກ່າວ​ວ່າ ກອງ​ກຳລັງຂອງຕົນ ​ໃນເຂດ Bryansk,
Belgorod ​ແລະ Rostov ນັ້ນ ​ພວມຕຽມຕົວ​ທີ່​ຈະ​ເດີນ​ທາງ​
ກັບ​ຄືນ​ໄປ​ຖານທັບເດີມຂອງ​ພວກ​ເຂົາ​ເຈົ້າ. ທ່ານ Putin
ທີ່​ໄດ້​ອອກຄຳສັ່ງດັ່ງກ່າວ ໃນວັນຈັນ​ວານ​ນີ້.

ກອງ​ກຳລັງ​ທະຫານຣັດເຊຍ ທີ່ຕັ້ງຄ້າຍຢູ່ໃກ້ໆຢູເຄຣນ ໄດ້ສ້າງ​ຄວາມ​ເປັນຫວ່ງຢ່າງ​ໜັກ ​ໃຫ້ແກ່ປະເທດຕາ​ເວັນ​ຕົກ.

​ອົງການ​ເນ​ໂຕ້ ​ໄດ້​ກ່າວ​ໃນ​ວັນ​ຈັນວານນີ້ວ່າ ຕົນບໍ່​ໄດ້ພົບ​ເຫັນຮ່ອງຮອຍໃດໆ ກ່ຽວກັບ ການຖອນທະຫານຣັດເຊຍເທື່ອ ຫລັງຈາກປະທານາທິບໍດີ Putin ໄດ້ອອກຄຳສັ່ງ.
ກະປະມານກັນວ່າ ​ມີ​ທະຫານຣັດ​ເຊຍ 40,000 ຄົນ ປະຈຳ​ການຢູ່ຕາມ​ຊາຍ​ແດນ​ຂອງ​ຢູ​ເຄຣນນັ້ນ.
CN-Ukraine Standoff Has Worldwide Implications
please wait

No media source currently available

0:00 0:02:24 0:00


ສ່ວນໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ນຶ່ງ​ໃນ​ມະຫາ​ເສດຖີ ​ທີ່ຮັ່ງມີທີ່ສຸດຂອງ​ປະ​ເທດ ທ່ານ Rinat Akhmetov ນັກ​ລົງ​ທຶນ​ດ້ານ​ອຸດສາຫະກຳ​ເຫຼັກ ​ໄດ້​ຮຽກຮ້ອງ​ການໂຮມຊຸມ ນຸມເພື່ອສັນຕິພາບ ຕໍ່ຕ້ານ​ພວກ​ກະບົດນິຍົມຣັດເຊຍ ​ໃນວັນອັງຄານ​ມື້​ນີ້.


ທ່ານ Akhmetov ​ໄດ້​ກ່າວ​ຫາ​ພວກກະບົດ​ທີ່​ສະໜັບສະໜຸນຣັດ​ເຊຍວ່າ ປຸ້ນ​ສະດົມ ​ແລະ “ຕໍ່ສູ້​ຕ້ານກັບປະຊາຊົນ” ​ຢູ່ໃນ​ຂົງ​ເຂດ.
XS
SM
MD
LG