ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ຊະນະ ການຂັດແຍ່ງ ດ້ານການຄ້າ ທີ່ສຳຄັນ ກັບ ອິນໂດເນເຊຍ


ກ່ຳປັ່ນ ກຳລັງເຄື່ອນຍ້າຍ ພວກຕູ້ສິນຄ້າອອກ ຈາກທ່າເຮືອ New Priok Container Terminal One ໃນເມືອງທ່າ Tanjung Priok, ທາງພາກເໜືອ ຂອງນະຄອນ Jakarta, Indonesia, ວັນທີ 16 ພະຈິກ 2016.
ກ່ຳປັ່ນ ກຳລັງເຄື່ອນຍ້າຍ ພວກຕູ້ສິນຄ້າອອກ ຈາກທ່າເຮືອ New Priok Container Terminal One ໃນເມືອງທ່າ Tanjung Priok, ທາງພາກເໜືອ ຂອງນະຄອນ Jakarta, Indonesia, ວັນທີ 16 ພະຈິກ 2016.

ສະຫະລັດ ໄດ້ຊະນະ ບັນຫາຂັດແຍ່ງດ້ານການຄ້າ ທີ່ສຳຄັນ ກັບ ອິນໂດເນເຊຍ ໂດຍນຳເອົາຜົນ​ປະໂຫຍ​ດ ມາໃຫ້ຊາວກະສິກອນ ແລະ ຊາວສວນ ທີ່ລ້ຽງສັດ ຂອງ​
ອາ​ເມຣິກັນ.

ອົງການການຄ້າໂລກ ຫຼື WTO ໄດ້ພົບເຫັນ ໃນວັນພະຫັດວານນີ້ ຕໍ່ອັນທີ່ສະຫະລັດ ໄດ້ນຳສະເໜີ ກ່ຽວ​ກັບຄວາມບໍ່ພໍໃຈ ຕໍ່ການຈຳກັດທາງດ້ານການຄ້າ ທີ່ບໍ່ຍຸຕິທຳ ແມ່ນການລະເມີດ ກົດລະບຽບຕ່າງໆ ຂອງອົງການ WTO.

ລັດຖະບານທ່ານໂອບາມາ ໄດ້ຍື່ນຂໍ້ອ້າງ 18 ຂໍ້ ທີ່ແຕກຕ່າງກັນ ຕໍ່ຄະນະກຳມະການ ແກ້ໄຂບັນຫາຂັດແຍ່ງ ແລະ ໄດ້ຊະນະໝົດທັງ 18 ຂໍ້.

ທ່ານ Michael Froman ຜູ້ຕາງໜ້າ ​ດ້ານການຄ້າຂອງສະຫະລັດ ໄດ້ກ່າວໃນວັນ ພະຫັດວານນີ້ ວ່າ “ລາຍງານໃນມື້ນີ້ ຂອງຄະນະກຳມະການ ຈະຊ່ອຍລົບລ້າງ ການຈຳກັດດ້ານການຄ້າ ທີ່ບໍ່ເປັນທຳ ຕໍ່ຜະລິດຕະພັນດ້ານການກະເສດ ຂອງ ອາເມຣິກາ ໂດຍອະນຸຍາດໃຫ້ຊາວກະສິກອນ ສະຫະລັດ ທັງຫຼາຍ ຂາຍຜະລິດ
ຕະພັນ ຄຸນນະພາບສູງ ຂອງພວກເຂົາເຈົ້າ ໃຫ້ແກ່ລູກຄ້າຊາວອິນໂດເນເຊຍ ຊຶ່ງເປັນປະເທດທີ່ມີປະຊາຊົນໜາແໜ້ນທີ່ສຸດອັນດັບສີ່ ໃນໂລກ.”

ສະຫະລັດ ພ້ອມດ້ວຍ ປະເທດນິວຊີແລນ ໄດ້ໂຕ້ຖຽງວ່າ ອິນໂດເນເຊຍ ໄດ້ຕັ້ງ ກຳແພງການຄ້າ ແລະ ພາສີ ທີ່ເຮັດໃຫ້​ເປັນ​ການຍາກທີ່ສຸດ ທີ່ເປັນໄປບໍ່ໄດ້ ທີ່ຈະສົ່ງ ອອກພວກໝາກໄມ້ ຜັກ ຊີ້ນ ແລະໄກ່ ໄປຍັງຕະຫຼາດທີ່ມີ ປະຊາກອນ 250 ລ້ານຄົນ.

ອົງການ WTO ໄດ້ພົບເຫັນວ່າ ອິນໂດເນເຊຍ ບໍ່ສາມາດໃຫ້ເຫດຜົນ ຕໍ່ການຈຳກັດ ພວກເຄື່ອງຂອງ ທີ່ນຳເຂົ້າປະເທດຂອງຕົນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG