ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຄື່ອນຍ້າຍ ນັກໂທດ ເຢເມັນ 9 ຄົນ ອອກຈາກຄຸກ Guantanamo Bay


ແສງຕາເວັນຂອງອາລຸນໃໝ່ ຢູ່ດ້ານຫຼັງຂອງສະຖານທີ່ຄຸມຂັງ Guantanamo ຢູ່ໃນຖານທັບກອງທັບເຮືອ ສະຫະລັດ ທີ່ອ່າວ Guantanamo Bay ຂອງປະເທດ Cuba.
ແສງຕາເວັນຂອງອາລຸນໃໝ່ ຢູ່ດ້ານຫຼັງຂອງສະຖານທີ່ຄຸມຂັງ Guantanamo ຢູ່ໃນຖານທັບກອງທັບເຮືອ ສະຫະລັດ ທີ່ອ່າວ Guantanamo Bay ຂອງປະເທດ Cuba.

ທຳນຽບຫ້າແຈ ຫຼື Pentagon ໄດ້ປະກາດ ການເຄື່ອນຍ້າຍນັກໂທດ ສັນຊາດເຢເມັນ 9 ຄົນ ຈາກຄຸກທະຫານສະຫະລັດ ຢູ່ທີ່ອ່າວ Guantanamo Bay ຂອງຄິວບາ ຊຶ່ງເປັນການ ຊຸກຍູ້ເທື່ອຫຼ້າສຸດ ຂອງລັດຖະບານທ່ານໂອບາມາ ເພື່ອທີ່ຈະປິດສະຖານທີ່ດັ່ງກ່າວ ບ່ອນ ທີ່ມີບັນຫາຖົກຖຽງກັນນັ້ນ ເຖິງແມ່ນວ່າ ຈະມີການຄັດຄ້ານ ຢ່າງໜັກ ຈາກບັນດາສະມາ ຊິກສະພາ ສັງກັດພັກຣີພັບບລີກັນ ກໍຕາມ.

ການເຄື່ອນຍ້າຍ ພວກນັກໂທດດັ່ງກ່າວ ໄປຍັງປະເທດ ຊາອຸດີ ອາເຣເບຍ ທີ່ໄດ້ຖືກປະ ກາດໄປເມື່ອວັນເສົາວານນີ້ ຢູ່ໃນຖະແຫລງການ ສະບັບໜຶ່ງຂອງທຳນຽບຫ້າແຈ ແມ່ນມີ ຂຶ້ນພຽງບໍ່ເທົ່າໃດອາທິດ ຫຼັງຈາກ ປະທານາທິບໍດີ ໂອບາມາ ໄດ້ປະກາດແຜນການເລັ່ງ ລັດ ເພື່ອພະຍາຍາມທີ່ຈະນຳສົ່ງ ພວກນັກໂທດໄປ ກ່ອນທີ່ທ່ານຈະອອກ ຈາກຕຳແໜ່ງ ໃນເດືອນມັງກອນປີ 2017 ຈະມາເຖິງນີ້.

ການເຄື່ອນຍ້າຍນີ້ມີຂຶ້ນ ຫຼັງຈາກ ໄດ້ຕໍ່ການເຈລະຈາກັບບັນດາ ເຈົ້າໜ້າທີ່ຊາອຸດີ ອອກໄປ ຊຶ່ງພວກກ່ຽວໄດ້ຕົກລົງໃນທີ່ສຸດ ຮັບເອົາພວກທີ່ຖືກຄຸມຂັງ ໃນຂະນະທີ່ ປະເທດເພື່ອນ ບ້ານ ຄື ເຢເມັນ ໄດ້ເລີ້ມຕົ້ນ ຕົກຢູ່ໃນສະພາບສົງຄາມກາງເມືອງ ໃນປີ 2014.

ການເຄື່ອນຍ້າຍໃນວັນເສົາວານນີ້ ລວມມີ ນາຍ Tariq Ba Odah ນັກໂທດທີ່ໄດ້ປະທ້ວງ ບໍ່ຍອມກິນອາຫານ ຜູ້ທີ່ທະຫານສະຫະລັດ ໄດ້ເລີ້ມບັງຄັບໃຫ້ກິນອາຫານ ເມື່ອປີ 2007.

ຢູ່ທີ່ຈຸດສູງສຸດ ຄຸກ Guantanamo ໄດ້ຄຸມຂັງພວກນັກໂທດ ຫຼາຍເຖິງ 780 ຄົນ. ດ້ວຍ ການເຄື່ອນຍ້າຍເທື່ອຫຼ້າສຸດ ທຳນຽບຫ້າແຈ ກ່າວວ່າ ຈຳນວນຂອງພວກນັກໂທດ ແມ່ນ ຍັງເຫຼືອຢູ່ 80 ຄົນ. ພວກນັກໂທດທີ່ຍັງເຫຼືອ ລວມມີ 26 ຄົນ ທີ່ໄດ້ຮັບການອະນຸມັດ ໃຫ້ ປ່ອຍໂຕແລ້ວ ໃນສອງສາມເດືອນຈະມາເຖິງນີ້ ໂດຍອົງການ ປະຕິບັດການ ໃນລັດຖະ ບານ ສະຫະລັດ.

ປະທານາທິບໍດີ ພວມຫາທາງ ທີ່ຈະເຮັດຕາມຄຳສັນຍາ ຂອງການໂຄສະນາຫາສຽງເມື່ອປີ 2008 ທີ່ຈະປິດສະຖານທີ່ດັ່ງກ່າວນັ້ນ ອັນເປັນຄຳໝັ້ນສັນຍາ ທີ່ໄດ້ພົບກັບການຄັດຄ້ານ ຢ່າງໜັກ ຈາກທັງບັນດາສະມາຊິກສັງກັດພັກຣີພັບບລີກັນຢູ່ພາຍໃນ ແລະພາຍນອກ ລັດ ຖະບານ. ບັນດາຜູ້ຫວັງສະໝັກເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນປີ 2016 ໄດ້ປະຕິຍານວ່າ ຈະສົ່ງພວກຜູ້ຕ້ອງສົງໄສກໍ່ການຮ້າຍ ໄປຍັງສະຖານທີ່ດັ່ງກ່າວ ຕື່ມອີກ ແທນທີ່ຈະປິດມັນ.

US Yemen Gitmo
please wait
Embed

No media source currently available

0:00 0:01:55 0:00

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG