ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ແລະເກົາຫຼີໃຕ້ ເພີ້ມຄວາມກົດດັນຕໍ່ຈີນ ກ່ຽວກັບ ການທົດລອງນິວເຄລຍ ຂອງ ເກົາຫຼີເໜືອ


ຮອງລັດຖະມົນຕີ ຕ່າງປະເທດ ເກົາຫລີໃຕ້ ທ່ານ Lim Sung-nam, ຂວາ, ແລະ ຮອງລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ Antony Blinken.
ຮອງລັດຖະມົນຕີ ຕ່າງປະເທດ ເກົາຫລີໃຕ້ ທ່ານ Lim Sung-nam, ຂວາ, ແລະ ຮອງລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ Antony Blinken.

ສະຫະລັດກ່າວ​ວ່າ ຈີນ​ຕ້ອງ​ເຂົ້າຮ່ວມ​ກັບ​ໂລກ​ທັງໝົດ ເພື່ອ​ທຳ​
ການ​ລົງ​ໂທດ​ຢ່າງ​ໜັກ​ຕໍ່​ເກົາ​ຫລີ​ເໜືອ ກ່ຽວ​ກັບ​ການ​ທົດ​ລອງ​ນິວ
​ເຄລຍຄັ້ງ​ຫລ້າ​ສຸດໃນ​ເມື່ອ​ວ່າ ຈີນ​ມີ “ຄວາມສຳພັນພິ​ເສດ” ກັບ
​ລະບອບ​ການປົກຄອງ ທີ່ໂດດດ່ຽວດັ່ງກ່າວ.

ຮອງລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ Anthony
Blinken ​ໄດ້​ຮຽກຮ້ອງ​ໃນ​ວັນ​ພຸດ​ມື້​ນີ້​ ທີ່​ນະຄອນ​ຫຼວງໂຊ​ລ ​ໃນ​
ລະຫວ່າງ​ການ​ພົບ​ປະກັບ​ລັດຖະມົນຕີການ​ຕ່າງປະ​ເທດເກົາ​ຫລີ
​ໃຕ້ ທ່ານ Yun Byung-se. ພຽງ​ຢາງ​ໄດ້ສ້າງ​ໂກດ​ແຄ້ນໃຫ້​ແກ່
ປະຊາ​ຄົມນາໆ​ຊາດ ​ເວລາປະ ​ເທດ​ດັ່ງກ່າວໄດ້ປະກາດກ່ຽວ​ກັບ
ທົດ​ລອງລະ​ເບີດ​ໄຮ​ໂດຣ​ເຈັນ​ເປັນເທື່ອ​ທຳ​ອິດ ​ໃນ​ວັນ​ທີ 6 ມັງ
ກອນ ​ທັງໆ​ທີ່ໄດ້​ຢູ່ພາຍ​ໃຕ້​ການ​ລົງ​ໂທດ​ຂອງ ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ທົດ​ລອງ
​ສາມ​ຄັ້ງ​ທີ່​ຜ່ານ​ມາ.

ຈີນ ເປັນ​ພັນທະ​ມິດ​ໃກ້ຊິດທີ່​ສຸດ​ຂອງ​ເກົາຫລີ​ເໜືອ ທາງ​ດ້ານ​ການ​ທູດ ​ແລະ​ເສດຖະກິດ
​ແຕ່ວ່າ ຄວາມສຳພັນລະຫວ່າງ​ປະ​ເທດ​ທັງສອງ​ຝ່າຍ​ໄດ້ຊຸດ​ໂຊມ​ລົງ ຍ້ອນ​ເກົາຫລີ​ເໜືອບໍ່​
ຍອມ​ຍຸດຕິ​ຄວາມ​ໄຝ່ຝັນ​ທາງ​ດ້ານ ​ ​ນິວ​ເຄລຍຂອງ​ຕົນ. ​ແຕ່ປັກ​ກິ່ງ ຍັງ​ມີ​ຄວາມ​ເປັນ​ຫ່ວງ
​ວ່າ ການ​ລົງ​ໂລດ​ທາງ​ເສດຖະກິດ​ທີ່​ຮ້າຍ​ແຮງຕໍ່​ເກົາຫຼີ​ເໜືອນັ້ນ ອາດຈະ​ເຮັດ​ໃຫ້​ລະບອບ
​ການ​ປົກຄອງ​ດັ່ງ​ບກ່າວ​ພັງ​ທະລາ​ຍລົງ ​ແລະ​ສົ່ງ​ພວກ​ອົບ​ພະຍົບມາສູ່​ຊາຍ​ແດນ​ຂອງ​
ປະ​ເທດ​ທັງ​ສອງ.

ທ່ານ Yun ​ເຫັນ​ດີ​ກັບ​ການ​ຮຽກຮ້ອງ​ຂອງ ທ່ານ Blinken ​ເພື່ອ​ໃຫ້​ລົງ​ໂທດ​ໜັກ​ຂື້ນ​ຕໍ່ພຽງ​ຢາງ ​ໂດຍທ່ານ​ກ່າວ​ວ່າ “ນີ້​ແມ່ນ​ເກົາຫລີ​ເໜືອຕ້ານ ​ກັບປະຊາ​ຄົມນາ​ໆ​ຊາດ.”

ທ່ານ Blinken ຈະ​ເດີນທາງ​ໄປ ຈີນ ​ໃນ​ຕອນ​ແລງ​ວັນ​ພຸດ​ມື້​ນີ້ ​ເພື່ອ​ຫາລືກັບ​ເຈົ້າໜ້າ​ທີ່ຈີນ​ກ່ຽວ​ກັບ​ເລື້ອງດັ່ງກ່າວ. ລັດຖະມົນຕີຕ່າງປະ​ເ​ທດ ສະຫະລັດ ທ່ານ John Kerry ຈະເດີ​ທາງ​ໄປປັກ​ກິ່ງ ​ໃນອາທິດ​ໜ້ານີ້ ​ເພື່ອ​ຫາລື​ເພີ້ມຕື່ມ​ກັບຄູ່ຕຳ​ແໜ່​ງຝ່າຍ​ຈີນຂອງ​ທ່ານ.

US Korea Tention
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG