ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ພະຍາຍາມດຶງດູດ ເອົານັກທ່ອງທ່ຽວ ຈາກຈີນ ຕື່ມອີກ


US Seeks More Tourists from China
please wait

No media source currently available

0:00 0:02:15 0:00

ເບິ່ງວີດີໂອເລື້ອງນີ້

ບັນດາ​ນັກ​ທ່ອງ​ທ່ຽວພາກັນ​ໄປ​ທ່ຽວ​ຈຳນວນຫຼາຍ​ກວ່າ 1 ພັນ​ລ້ານ​ຖ້ຽວ ໃນ​ແຕ່ລະ​ປີ ​ໃນ​ທົ່ວ​ໂລກ ​ແລະ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ໃຊ້​ຈ່າຍ​ຂອງ​ພວກ​ນັກ​ທ່ອງ​ທ່ຽງ​ເຫຼົ່າ​ນີ້ ສົ່ງ​ເສີມ​ເສດຖະກິດ​ຂອງ​ໂລກ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ພວກ​ນັກ​ທ່ອງ​ທ່ຽວ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ມາ​ຈາກ​ຄົນ​ຊັ້ນ​ກາງ​ທີ່​ກຳລັງ​ຂະຫຍາຍ​ໂຕ​ອອກ​ໃນ​ບຣາຊີ​ລ ອິນ​ເດຍ ​ແລະ​ຈີນ.ສິງ​ຈະ​ນຳ​ເອົາ​ລາຍ​ງານ​ຂອງ​ນາຍ Jim Randle ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ວ່າ ສະຫະລັດ​ໄດ້​ຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ຈີນຈຳນວນ 1 ລ້ານ 8​ ແສນ ຄົນ​ ໃນ​ປີ​ແລ້ວ​ນີ້ ​ແລະ​ກຳລັງ​ເພີ້​ມຄວາມ​ພະຍາຍາມ​ເພື່ອ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ ມາ​ຈາກ​ຈີນ​ຕື່ມ​ອີກ​ນັ້ນ ມາສະ​ເໜີ​ທ່ານ​ຕໍ່​ໄປ.

ນາງ Rosanna Cash ດາຣານັກ​ຮ້ອງ​ລູກ​ທົ່ງ​ອະ​ເມຣິກັນຮ້ອງ​ເພງ​ກ່ຽວ​ກັບ​ພາກສ່ວນ​ຕ່າງໆ​ ຂອງ​ສະຫະລັດ ທີ່ເປັນ​ໄປ​ໄດ້​ວ່າ ພວກ​ນັກ​ທ່ອງ​ທ່ຽວຍັງ​ບໍ່​ທັນ​ໄດ້​ເຫັນ​ຢູ່​ໃນ​ຮູບເງົາຕ່າງໆ ​ແລະ​ບໍ່ທັນ​ຮູ້ຈັກຈາກ​ດົນຕີ ​ທີ່​ຜູ້​ຄົນ​ນິຍົມ​ກັນ​ນັ້ນ. ການ​ໂຄສະນາ​ນີ້ ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປຸກລະດົມ​ການທ່ອງທ່ຽວ​ ໂດຍ​ວົງ​ການ​ອຸດສາຫະກຳ ແລະ​ລັດຖະ ບານ ​ເພື່ອ​ວາງ​ແຜນ​ດຶງ​ດູດ​ເອົາ​ພວກ​ທີ່ອາດ​ເປັນນັກ​ທ່ອງ​ທ່ຽວ ແລະ​ຍົວະ​ ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວເຫຼົ່ານີ້ ​ມາ​ທ່ຽວ​ກັນ​ຫຼາຍ​ຂຶ້ນໃນສະຫະລັດ​ນີ້​.

“Brand USA” ຫຼື “ຍີ່​ຫໍ້​ສະຫະລັດ​ອາ​ເມ​ລິ​ກາ” ທີ່ນາຍ Chris Thompson ພາດ​ເປັນ​ຫົວ​ເລື້ອງ.
ນາຍ Thompson ກ່າວ​ວ່າ “ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ຕື່ມ​ອີກ​ຢູ່ໃນ​ສະຫະ ລັດ ຊຶ່ງ​ເຂົາ​ເຈົ້າ​ໄດ້​ມີ​ຂໍ້​ສົງ​ໄສ​ໃດໆ​ໃນ​ປັດຈຸບັນ ​ແລະ​ເປັນຄວາມ​ສົນ​ໃຈ​ທີ່​ເຂົາ​ເຈົ້າ​ມີ ທີ່​ພວ​ກ​ເຮົາ​ສາມາດ​ຕອບ​ສະໜອງ​ໄດ້​ໃນຊ່ອງ​ທາງ​ທີ່​ມີ​ແຕ່​ສະຫະລັດ​ເທົ່າ​ນັ້ນ ​ທີ່​ຕອບ​ສະໜອງ​ໄດ້.”
ຄວາມ​ພະຍາຍາມ​ເຜີຍ​ແຜ່​ຂ່າວ​ທາງ​ອິນເຕີແນັດ ​ແລະ​ໂທລະ​ພາບ ກໍ​ສຳຄັນ ​ເພາະວ່າ ທາງ​ອຸດສາຫະກຳ ​ໃຫ້ການ​ສະໜັບສະໜຸນ​ໂດຍ​ກົງ​ເກືອບ 8 ລ້ານ​ໜ້າ​ວຽກ​ໃນ​ສະຫະລັດ ​ແລະ​ສົ່ງ​ຜົນ​ຕື່ມອີກ ຕໍ່ຫຼາຍ​ລ້ານ ໜ້າວຽກ​.
ການ​ປຸກລະດົມນີ້​ສົ່ງ​ເສີມ​ຫຼາຍ​ຫົວ​ເມືອງ ຮວມທັງ​ນະຄອນ​ນີວຢອກ​ນຳ.

​ໃນ​ອີກ​ດ້ານ​ນຶ່ງ​ຂອງ​ປະ​ເທດ ການ​ໂຄສະນາ​ສິນຄ້າເປັນ​ພາສາ​ຈີນ ສົ່ງ​ເສີມ​ຄວາມ​ງາມ ວັດທະນະທຳ ​ແລະ​ການ​ຊື້​ເຄື່ອງ​ຊື້​ຂອງ​ທີ່​ນະຄອນ San Francisco.

ພວກ​ນັກ​ທ່ອງ​ທ່ຽວ​ຈີນ ​ໃຊ້​ຈ່າຍ​ເງິນ​ເກືອບ 6 ພັນ​ດອນ​ລາ ​ເພື່ອ​ຈະ​ມາ​ທ່ອງ​ທ່ຽວ​ໃນ​ສະຫະລັດ ຊຶ່ງ​ເປັນ​ຈຳນວນ​ຫຼາຍ​ກວ່າ​ພວກ​ນັກ​ທ່ອງ​ທ່ຽວ ມາ​ຈາກ​ປະ​ເທດ​ອື່ນໆ. ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ Daniel Shen ປະທານບໍລິສັດ​ທ່ອງ​ທ່ຽວ Lion Tours ກໍ​ແມ່ນ​ວ່າ ອັນ​ນີ້​ເປັນ​ຍ້ອນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທີ່​ຍືນ​ຍົງ​ຂອງ​ຈີນ ພ້ອມ​ທັງ​ເງິນຕາ​ທີ່​ແຂງ​ໂຕ ​ແລະ​ຄວາມ​ຮັ່ງມີ​ກຳລັງ​ຂະຫຍາຍ​ໂຕ​ອອກ ຊຶ່ງ​ທ່ານ​ກ່າວ​ວ່າ
ທ່ານ Daniel Shen ກ່າວ​ວ່າ “ ການ​ອອກ​ໄປ​ເລາະ​ຊື້​ເຄື່ອງ​ຂອງ ​ເປັນ​ສິ່ງ​ນຶ່ງ​ທີ່​ຈຳ​ເປັນ​ສຳລັບ​ປະຊາຊົນ​ຈີນ ສຳລັບ​ຄົນ​ຈີນ ​ເວລາ​ສະ ມາຊິກ​ຄອບຄົວ​ຄົນ​ນຶ່ງ​ເດີນ
ທາງ​ໄປ​ຍັງ​ຕ່າງປະ​ເທດ ພວກ​ເຂົາ​ເຈົ້າ​ມັກ​ຊື້​ສິ່ງ​ໃດ​ສິ່ງ​ນຶ່ງ​ກັບ​ຄືນ​ປະ​ເທດ​ຢູ່​ສະ​ເໝີ. ​ເວລາ​ເຂົາ​ເຈົ້າ​ກັບ​ຄືນ​ມາ ເຂົາ ​ເຈົ້າ​ນຳ​ສິ່ງ​ຂອງ​ເຫຼົ່າ​ນີ້​ມາ​ຕ້ອນ​ມາ​ຝາກ​ຄົນ
​ໃນ​ຄອບຄົວ ​ໝູ່​ເພື່ອນ ແລະ​ແມ່ນ​ແຕ່ເພື່ອ​ນຮ່ວມ​ງານນຳ​ກັນ.

ທ່ານ Daniel Shen ກ່າວ​ວ່າ ຂໍ້​ຕົກລົງ​ລະຫວ່າງ​ຈີນ​ແລະ​ສະຫະລັດ ເຮັດ​ໃຫ້​ງ່າຍ​ຂຶ້ນ​ສຳລັບ​ຊາວ​ຈີນ​ທີ່​ເດີນທາງ​ມາ​ຍັງ​ສະຫະລັດ ​ແລະ​ກ່າວ​ວ່າ ທ່ານ​ໄດ້​ຍິນ​ຄວາມ​ຈົ່ມ​ວ່າ​ໜ້ອຍ​ລົງ ກ່ຽວ​ກັບ​ເລື້ອງ​ວີ​ຊາ ຫຼື​ການ​ຢືນ ເປັນ​ແຖວ​ທີ່​ຍາວ​ຢຽດ​ທີ່​ສະໜາມ​ບິນ ຊຶ່ງ​ລົບ​ກວນ​ໃຈ​ຂອງ​ພວກນັກ​ທ່ອງ​ທ່ຽວ​ນັ້ນ.

​ແລະ​ພວກ​ນັກ​ທ່ອງ​ທ່ຽວ ​ເຊັ່ນ​ພວກ​ທີ່​ມາ​ທ່ຽວ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ໄດ້​ຮັບ​ພາບ​ພົດ​ທີ່​ແນ່ນ​ອນ​ແມ່ນ​ຢຳ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສະຫະລັດ.
ທ່ານ Daniel Shen ກ່າວວ່າ “ ສະຫະລັດ ບໍ່​ແມ່ນ​ໝົດ​ທຸກ​ຫົວ​ເມືອງ ຄື​ກັນ​ຢູ່​ໃນ​ຮູບ​ເງົາ Hollywood ຫລື​ໃນ​ຮູບ​ເງົາ wild, wild west ທີ່​ຜູ້​ຄົນ​ຖື​ປືນ ​ແລະ​ຍິງ​ປືນ​ໃນ​ທົ່ວ​ຖະໜົນ​ຫົນທາງ​ນັ້ນ.”

​ແຕ່​ພວກ​ເຂົາ​ເຈົ້າ​ຍິງ​ປືນ​ເວລາ​ສະ​ແດງ​ໃນ​ກ້ອງ​ຖ່າຍຮູບ​ນັ້ນ. ບັນດາ​ເຈົ້າໜ້າ​ທີ່​ຝ່າຍ​ທ່ອງ​ທ່ຽວ​ກຳລັງ​ດຳ​ເນີນ​ງານ​ໃນ​ຟີມຮູບ​ເງົາ​ທີ່​ມີ​ຄຸນ​ນະພາ​ບສູງ​ສຸດ ຫຼື IMAX ສະແດງສວນອຸດ
ທະຍານແຫ່ງຊາດແຫ່ງຕ່າງໆຂອງອາເມລິກາ ຊຶ່ງພວກເຂົາເຈົ້າຫວັງວ່າ ຈະເສັດສິ້ນລົງ
ທັນ​ກັບເວລາ ເພື່ອສະເຫຼີມສະຫຼອງວັນຄົບຮອບ 100 ປີ ຂອງພວກສະຖານທີ່ທີ່ ຖືກປົກ
ປັກຮັກສາໄວ້ເຫຼົ່ານີ້ ໃນເດືອນສິງຫາ ປີ 2016 ນັ້ນ.

XS
SM
MD
LG