ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮີບຮ້ອນຮັບເອົາອົບພະຍົບ ໃຫ້ຫາຍຂຶ້ນ ກ່ອນທ້າຍເດືອນນີ້


ທ້າວ Nadim Fawzi Jouriyeh, ອົບພະຍົບຊີເຣຍ ຄົນນຶ່ງ ທີ່ ໄດ້ມາເຖິງສະຫະລັດ ຫວ່າງມໍ່ໆມານີ້.
ທ້າວ Nadim Fawzi Jouriyeh, ອົບພະຍົບຊີເຣຍ ຄົນນຶ່ງ ທີ່ ໄດ້ມາເຖິງສະຫະລັດ ຫວ່າງມໍ່ໆມານີ້.

ຍັງ​ເຫ​ລື​ອຢູ່​ອີກ​ສອງ​ອາທິ​ດ​ໃນ​ສົກ​ປີການ ບັນດາ​ອົງການ​ຊ່ວຍ​ເຫລືອ​ອົບ​ພະ​ຍົບຢູ່​ທົ່ວ​ສະຫະລັດ ກຳລັງ​ພາກັນ​ຢູ່່​ທ່າມກາງ​ຂອງອັນ​ທີ່​ຄາດ​ວ່າ​ ຈະ​ເປັນ​ນຶ່ງ​ຂອງຫຼາຍເດືອນ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດຂອງ​ການ​ມາ​ຮອດ​ມາເຖິງຂອງຊາວອົບ​ພະ​ຍົບ ​ຊີ​ເຣຍ ຢ່າງ​ໜ້ອຍ​ໃນ​ນຶ່ງ​ທົດ​ສະ​ວັດ ຕິດຕາມ​ມາ​ດ້ວຍ​ການ​ນຳ​ເອົາ​ ຊາວອົບ​ພະ​ຍົບ ​ຊີ​ເຣຍ ທີ່​ໄດ້​ພາກັນ​ລົບ​ໜີ​ຈາກ​ສົງ​ຄາມ​ກາງ​ເມືອງ ​ແລະ​ກຸ່ມລັດ​ອິສລາມ.

​ຕົກ​ມາ​ເຖິງ​ ວັນ​ທີ 15 ​ເດືອນ​ກັນຍາ ​ອົບ​ພະຍົບເກືອບ 79,000 ຄົນ ຈາກ 78 ປະ​ເທດ ​ໄດ້​ເຂົ້າ​ມາສະ​ຫະລັດ ນັບແຕ່​ເດືອນ​ຕຸລາ ຈຳນວນ​ໂຕ​ເລກ​ທີ່​ຍັງ​ບໍ່​ທັນ​ໄດ້​ບັນລຸ​ໃນ​ 17 ປີ ອີງ​ຕາມ​ຂໍ້​ມູນ​ຂອງ​ເຈົ້າ​ໜ້າ​ທີ່.

​ໂຄງການ​ອົບ​ພະຍົບສະຫະລັດ ທີ່​ປະຕິບັດ​ງານ​ໂດຍ​ບັນດາ​ອົງການ​ລັດຖະບານ​ກາງ​ຈຳນວນ​ນຶ່ງ ຮ່ວມ​ທັງກະຊວງ​ຕ່າງປະ​ເທດ ຍັງ​ຄາດ​ວ່າ​ຈະ​ບັນລຸ​ເປົ້າ​ໝາຍ 85,000 ຄົນ​ທີ່​ຈະ​ມາ​ເຖິງ​ໃນ​ທ້າຍ​ເດືອນ​ນີ້.

ທ່ານ Mark Storella ຮອງ​ຜູ້​ຊ່ວຍ​ລັດຖະມົນຕີ​ຕ່າງປະ​ເທດ ຂອງ​ຫ້ອງການ​ພົນ​ລະ​ເຮືອນ ອົບ​ພະຍົບ ​ແລະ​ຄົນ​ເຂົ້າ​ເມືອງ ​ໄດ້ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ພວກ​ເຮົາ​ໄດ້​ຕັ້ງ​ເປົ້າ​ໝາຍໃນ 85,000 ຄົນ ​ແລະ​ນັ້ນ​ແມ່ນ​ເປົ້າ​ໝາຍ​ທີ່​ພວກ​ເຮົາ​ແນ​ໃສ່ ​ແລະ​ນັ້ນ​ແມ່ນ​ບ່ອນ​ທີ່​ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຈະເສັດ​ສິ້ນ."

ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ, Alice Wells ປະຈຳຈໍແດນ ສຳພັດມືກັບ ອົບພະຍົບຊີເຣຍ .
ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ, Alice Wells ປະຈຳຈໍແດນ ສຳພັດມືກັບ ອົບພະຍົບຊີເຣຍ .

ທ່ານ Michel Tonneau ຜູ້​ປະສາ​ນງານ​ໂຄງການ​ທົ່ວ​ໂລກ ຂອງໂຄ​ງການ ອົບ​ພະຍົບສະຫະລັດຢູ່​ທີ່ ອົງການ​ສາກົນ ​ແກ່​ຫ້ອງການ​ຄົນ​ເຂົ້າ​ເມືອງທີ່​ນະ​ຄອນ​ຫລວງ ວໍຊິິງຕັນ ກ່າວ​ວ່າ ອົງການ​ຂອງ​ທ່ານ​ໄດ້​ຈັດ​ຕຽມ​ປີ້ເຮືອບິນ​ຢ່າງ​ພຽງພໍ​ສຳ​ຫຼັບ​ເປົ້າ​ໝາຍ​ຈຳນວນ​ອົບ​ພະຍົບ ​ເພື່ອ​ໃຫ້​ມາ​ເຖິງ​ສະຫະລັດ​ໃນ​ທ້າຍ​ເດືອນ. ​ເດືອນ​ກັນຍາມັກ​ຈະ​ເປັນ​ເວ​ລາ​ສູງ​ສຸດ​ຂອງ​ການ​ມາ​ເຖິງ​ອົບ​ພະຍົບ ໃນ​ຂະນະ​ທີ່​ລັດຖະບານ​ກາງ​ປິດ​ງົບປະມານ​ປະຈຳປີ ​ແລະໂຄ​ງການ​ອົບ​ພະ​ຍົບ​ພະຍາຍາມ​ທີ່​ຈະ​ຍັບ​ເຂົ້າ​ໄກ້​ກັບ​ຂີດ​ໝາຍ​ສູງ​ສຸດ ທີປາດສະ​ຈາກ​ບໍ່​ໃຫ້​ເກີນ.

ທ່ານ Tonneau ກ່າວ​ວ່າ “ມັ​ນ​ເປັນ​ປີ​ທີ່​ໜ້າ​ສັນລະ​ເສີນ ຂ້າພະ​ເຈົ້າ​ໄດ້​ຢູ່​ໃນ​ໂຄງການ​ນີ້​ເກືອບ 30 ປີ​ແລ້ວ ຂ້າພະ​ເຈົ້າ​ບໍ່​ຈື່​ວ່າ ພວກ​ເຮົາ​ໄດ້​ມີ​ຄວາມ​ສາມາດປະຕິບັດ​ຕາມ​ລະດັບ​ໂຕ​ເລກຂອງການ​ອຸ​ນຸຍາດ​.” ​ໂຕ​ເລກທີ່​ແທ້​ຈິງ​ຂອງ​ອົບ​ພະຍົບມັກ​ຈະ​ກາຍເປົ້າ​ໝາຍ ດັ່ງ​ທີ່ປີ​ກາຍ​ນີ້ ​ເວລາ​ຈຳນວນ​ສູງ​ສຸດ​ໄດ້​ສະ​ແດງ​ໃຫ້​ເຫັນໂດຍ​ປະທານາທິບໍດີ ​ໃນ​ການ​ຮ່ວມ​ມື​ກັບ ກະຊວງ​ຕ່າ​ງປະ​ເທດ ມີອົບ​ພະຍົບ​ຢູ່ 70,000 ຄົນ ​ແລະປະ​ເທດ​ໄດ້​ອະນຸຍາດ​ໃຫ້ 69,933 ຄົນ.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG