ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳກຸ່ມ al-Qaida ຖືກຂ້າຕາຍໃນ ອັຟການິສຖານ


ແຜນທີ່ພາກພື້ນ Paktika ຂອງ ອັຟການິສຖານ.
ແຜນທີ່ພາກພື້ນ Paktika ຂອງ ອັຟການິສຖານ.

ການໂຈມຕີປາບປາມລັດທິກໍ່ການຮ້າຍຂອງ ສະຫະລັດ ໃນຕົ້ນເດືອນນີ້ຢູ່ປະເທດ ອັຟກາ ນິສຖານ ໄດ້ສັງຫານຜູ້ນຳກຸ່ມ al-Qaida ທີ່ຮັບຜິດຊອບສຳລັບການໂຈມຕີໂຮງແຮມທີ່ ໂຫດຮ້າຍໃນນະຄອນຫຼວງ Islamabad ປະເທດ ປາກິສຖານ ໃນປີ 2008 ແລະ ການ
ໂຈມຕີໃສ່ລົດບັສທີ່ມີທີມນັກກິລາ Cricket ປະເທດ ສີລັງກາ ໃນປີ 2009, ອີງຕາມການ ກ່າວຂອງກະຊວງປ້ອງກັນປະເທດ ສະຫະລັດ ໃນວັນເສົາວານນີ້.

ໃນການຢືນຢັນເຖິງການເສຍຊີວິດຂອງທ້າວ Qari Yasin ນັ້ນ, ບັນດາເຈົ້າໜ້າທີ່ ສະຫະ
ລັດ ໄດ້ກ່າວວ່າ ທ້າວ Yasin ແມ່ນນັກກໍ່ການຮ້າຍຜູ້ອາວຸໂສຈາກເມືອງ Balochistan
ປະເທດ ປາກິສຖານ, ມີສາຍພົວພັນກັບກຸ່ມ Tehrik-e Taliban ແລະ ໄດ້ວາງແຜນການ ໂຈມຕີກໍ່ການຮ້າຍ al-Qaida ຫຼາຍຄັ້ງ. ການໂຈມຕີທາງອາກາດທີ່ນຳໄປສູ່ການຕາຍ
ຂອງລາວໄດ້ດຳເນີນຂຶ້ນໃນວັນທີ 19 ມີນາທີ່ຜ່ານມາໃນແຂວງ Paktika ປະເທດ ອັຟກາ ນິສຖານ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ທ້າວ Yasin ໄດ້ວາງແຜນລະເບີດໂຮງແຮມ Marriott ທີ່ຕັ້ງ ຢູ່ນະຄອນຫຼວງ Islamabad ໃນວັນທີ 20 ກັນຍາ 2008 ເຊິ່ງໄດ້ເຮັດໃຫ້ຫຼາຍສິບຄົນ
ເສຍຊີວິດ. ຜູ້ຖືກເຄາະຮ້າຍລວມມີສະມາຊິກກອງທັບ ສະຫະລັດ ສອງຄົນ, ພັນຕີທະ
ຫານອາກາດ ທ່ານ Rodolfo I. Rodriguez ຈາກເມືອງ El Paso ລັດເທັກຊັສ ແລະ ຜູ້
ຊ່ຽວ ຊານວິເຄາະລະຫັດວິທະຍາສາດຂອງກອງທັບເຮືອ ນາຍຈ່າ ຊັ້ນທີ 3 ທ່ານ
Matthew J. O’bryant ຈາກເມືອງ Theodore ລັດ ອາລາບາມາ. ອີງຕາມການກ່າວ
ຂອງເຈົ້າໜ້າທີ່ ສະຫະລັດ.

ການໂຈມຕີລົດເມໃນເມືອງ Lahore ປະເທດ ປາກິສຖານ ໄດ້ສັງຫານຕຳຫຼວດ ປາກິສ
ຖານ 6 ຄົນ ແລະ ພົນລະເຮືອນ 2 ຄົນ ແລະ ສະມາຊິກນັກກິລາ Cricket 6 ຄົນໄດ້ຮັບ
ບາດເຈັບ.

ລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ການຕາຍຂອງທ້າວ Qari Yasin ແມ່ນຫຼັກຖານທີ່ພວກກໍ່ການຮ້າຍ ຜູ້ທີ່ໝິ່ນປະ
ໝາດສາສະໜາ ອິສລາມ ແລະ ໄດ້ຈົງໃຈແນເປົ້າໂຈມຕີໃສ່ຄົນຜູ້ບໍ່ລິສຸດ ຈະບໍ່ຫຼຸດ
ລອດຈາກໂທດໄດ້.”

ການສັງຫານ ທ້າວ Yasin ໃນພາກຕາເວັນອອກຂອງ ອັຟການິສຖານ ໄດ້ໃຫ້ການຍອມ
ຮັບຕໍ່ການກ່າວອ້າງຂອງ ປາກິສຖານ ວ່າ ສັດຕູຫົວຮຸນແຮງຂອງພວກເຂົາເຈົ້າໄດ້ຄົ້ນ
ພົບສະຖານທີ່ລົບລີ້ຢູ່ທີ່ນັ້ນ. ບັນດາປະເທດທີ່ຢູ່ໃກ້ຄຽງໄດ້ກ່າວຫາກັນ ດ້ວຍການໃຫ້ທີ່
ພັກແກ່ສັດຕູຂອງກັນລະກັນຢ່າງເປັນປະຈຳ.

ສາຍພົວພັນຂອງສອງປະເທດໄດ້ຖືກເສື່ອມໂຊມລົງໃນຕົ້ນປີນີ້ ຫຼັງຈາກການໂຈມຕີຫຼາຍ
ຄັ້ງໃນປະເທດ ປາກິສຖານ ທີ່ໄດ້ຂ້າປະຊາຊົນ 125 ຄົນ ເຊິ່ງໄດ້ເຮັດໃຫ້ Islamabad ຕ້ອງປິດເຂດຊາຍແດນຕິດກັບ ອັຟການິສຖານ ດົນກວ່າ 1 ເດືອນ.

ທັງສອງປະເທດໄດ້ແລກປ່ຽນລາຍຊື່ຂອງພວກກະບົດທີ່ຫຼົບລີ້ຢູ່ໃນດິນແດນຂອງຕົນ
ແລະ ອັຟການິສຖານ ກໍຍັງໄດ້ມອບສະຖານທີ່ຫຼົບລີ້ຂອງພວກຫົວຮຸນແຮງ 23 ແຫ່ງໃຫ້ ປາກິສຖານ. ນະຄອນຫຼວງ ກາບູລ ໄດ້ຮຽກຮ້ອງໃຫ້ມັນຖືກປິດໄວ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG