ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ມອບມຸ້ງເຄືອບຢາ ໃຫ້ແກ່ ສປປ ລາວ


ສະຫະລັດ ມອບມຸ້ງເຄືອບຢາ 120,000 ດາງ ໃຫ້ແກ່ ສປປ ລາວ
ສະຫະລັດ ມອບມຸ້ງເຄືອບຢາ 120,000 ດາງ ໃຫ້ແກ່ ສປປ ລາວ

ສະຫະລັດ ມອບມຸ້ງ 120,000 ດາງ ໃຫ້ແກ່ ສປປ ລາວ ເພື່ອນຳໄປແຈກຢາຍ ໃຫ້ປະ
ຊາຊົນໃນເຂດສອກຫລີກຫ່າງໄກ​ ອີງຕາມລາຍງານຂ່າວ ຂອງສະຖານທູດ.

ພິທີມອບຮັບດັ່ງກ່າວ ແມ່ນຈັດຂຶ້ນ ທີ່ນະຄອນວຽງຈັນ ໃນວັນທີ 10 ມີນາຜ່ານມາລະ
ຫວ່າງ ທ່ານ Michael Kleine ຮອງເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ
ລາວ ແລະ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ລາຍງານຂ່າວແຈ້ງວ່າ ມຸ້ງເຫລົ່ານີ້ ຈະຖືກນຳໄປແຈກຢາຍໃຫ້ແກ່ປະຊາຊົນໃນເຂດ
ຕ່າງໆ ຮວມທັງ ແຂວງບໍລິຄຳໄຊ ຄຳມ່ວນ ອຸດົມໄຊ ຜົ້ງສາລີ ສາລະວັນ ໄຊຍະບູລີ ແລະສະຫວັນນະເຂດ ເພື່ອໃຊ້ໃນການປ້ອງກັນພະຍາດຕ່າງໆ ທີ່ມາຈາກຍຸງ.

ທ່ານ Michael Kleine ກ່າວວ່າ ລັດຖະບານສະຫະລັດ ມີຄວາມພາກພູມໃຈ ທີ່ໄດ້ ສືບຕໍ່ເຮັດວຽກຮ່ວມກັບລັດຖະບານລາວ ແລະບັນດາຄູ່ຮ່ວມມື ເພື່ອສ້າງຄວາມເຂັ້ມ ແຂງໃຫ້ກັບລະບົບເຝົ້າລະວັງພະຍາດມາເລເຣຍ ເພື່ອກວດກາ ແລະຮັບມື ກັບການ
ລະບາດ ໃນອະນາຄົດ. ພວກເຮົາສາມາດຮ່ວມກັນລຶບລ້າງ ພະຍາດມາເລເຣຍ ໃຫ້
ໝົດໄປເພື່ອເຮັດໃຫ້ຄອບຄົວຂອງພວກເຮົາມີສຸຂະພາບແຂງແຮງແລະມີສ່ວນຮ່ວມ
ກັບສັງຄົມໄດ້ດີ.

XS
SM
MD
LG