ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວຫາ 61 ຄົນ ທີ່ພົວພັນກັບ ການສໍ້ໂກງ ທາງໂທລະສັບ ທີ່ມີສູນກາງ ຢູ່ອິນເດຍ


61 Entities Charged in Alleged Bilking of 15,000 People
please wait

No media source currently available

0:00 0:00:50 0:00

ໄອ​ຍະ​ການ​ຂອງ​ລັດຖະບານ​ກາງ​ສະຫະລັດ ​ໄດ້​ຟ້ອງຈຳ​ເລີຍ 61 ຄົນ ທີ່​ພົວພັນ​ກັບ​ແຜນ ການ​ສໍ້​ໂກງ ຊຶ່ງ​ຜູ້​ຕ້ອງ​ສົງ​ໄສປອມ​ໂຕ​ເປັນ​ເຈົ້າໜ້າເກັບພາສີຂອງລັດຖະບານກາງ ​ແລະເຈົ້າໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ ທີ່​ມີ​ການ​ກ່າວ​ຫາ​ວ່າ​ໄດ້ຫລອກ​ລວງ 15,000 ຄົນແລະໄດ້​ເງິນ​ຫລາຍ​ກວ່າ 300 ລ້ານ​ໂດ​ລາ.

​ເຈົ້າໜ້າ​ທີ່​ກະຊວງ​ຍຸ​ຕິທຳ​ສະຫະລັດກ່າວ​ວ່າ ພວກ​ຈຳ​ເລີຍ​ໄດ້​ພົວພັນ​ກັບ​ສູນ​ກາງໂທລະ ສັບ​ຢູ່​ອິນ​ເດຍ ທີ່​ຄຸ້ມ​ຄອງ​ສູນ​ກາງ​ໂທລະສັບ 5 ​ແຫ່ງ ​ຊຶ່ງ​ຕົ້ນຕໍ​ແລ້ວ​ ແມ່ນຕັ້ງຢູ່​ໃນ​ສະຫະ ລັດ​ແລະ​ອິນ​ເດຍ.

ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທ່ານ​ນາງ Leslie Caldwell ກ່າ​ວວ່າ ການປະຕິບັດ​ ງານ​ຂອງ​ຜູ້​ຕ້ອງ​ສົງ​ໄສ ຕົ້ນຕໍ​ແລ້ວ​ແມ່ນ​ແນ​ໃສ່​ຜູ້​ສູງ​ອາຍຸ​ແລະ​ພວກ​ຊົນກຸ່ມ​ນ້ອຍ ​ແລະ ​ໄດ້ຟອກ​ເງິນໂດຍ​ການ​ຊ່ອຍ​ເຫລືອ​ບັດ​ເດ​ບິດ​ທີ່​ຈ່າຍ​ລ່ວງ​ໜ້າ.

ພວກ​ທີ່​ໂທລະສັບ​ມາ ຈະ​ທຳທ່າ​ວ່າ​ເປັນ​ເຈົ້າໜ້າ​ທີ່​ຂອງ​ອົງການ​ເກັບ​ພາສີລາຍ​ໄດ້ຫຼື IRS ​ຫລື​ບໍ່​ກໍ​ເຈົ້າໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງຂອງ​ລັດຖະບານ​ກາງ ​ແລະຂົ່ມຂູ່​ວ່າຈະ​ທຳການ​ຈັບ​ກຸມ ​ເນລະ​ເທດ ຫຼືບໍ່​ກໍ​ລົງ​ໂທດ ນອກຈາກ​ວ່າ ​ຈະ​ໄດ້​ຮັບ​ເງິນ ​ເພື່ອ​ແກ້​ໄຂບັນຫາ​ປອມ​ດັ່ງ ກ່າວ.

ທ່ານນາງ Caldwell ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ນະຄອນ​ວໍ​ຊິງ​ຕັນ

Justice's Caldwell: Scam Targeted Seniors, Minorities
please wait

No media source currently available

0:00 0:00:44 0:00

ທ່ານ​ນາງ Caldwell ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ນະຄອນ​ວໍ​ຊິງ​ຕັນ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ “ເກືອບ​ສີ່​ປີ​ມາ​ແລ້ວຕາໜ່າງອາ​ຊະ​ຍາກ​ອນນີ້​ໄດ້​ໃຊ້​ແຜນການ​ຕ່າງໆ ​ເພື່ອ​ຫລອກ​ລວງ ສ້າງ​ຄວາມ​ຕື່ນຕົກໃຈໃຫ້ ​ແກ່​ສ່ວນ​ບຸກຄົນທາງ​ໂທລະສັບ ​ໂດຍຈະ​ໃຊ້​ຄວາມ​ຢ້ານ​ກົວ​ທີ່​ສຸດ ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ວ່າ ​ພວກ​ເຂົາ​ເຈົ້າຈະ​ຖືກ​ຈັບ ພວກ​ເຂົາ​ເຈົ້າຈະ​ຖືກ​ເນລະ​ເທດ ພວກ​ເຂົາ​ເຈົ້າຈະ​ປະ​ເຊີນ​ກັບ​ບັນຫາ​ຕ່າງໆ​ກັບ​ລັດຖະບານ​ສະຫະລັດຫຼືກັບ​ເຈົ້າໜ້າ​ທີ່ປະ ຕິບັດ​ກົດໝາຍ​ຂອງ​ລັດ​ຫລືຂອງ​ທ້ອງ​ຖິ່ນ.”

ທ່ານ​ນາງ Caldwell ກ່າວ​ວ່າ ການ​ປະສານ​ງານ ​ເພື່ອ​ທັບ​ມ້າງ​ອົງການ​ ນີ້​ແມ່ນຜົນ​ຂອງ​ການ​ປະຕິບັດ​ງານ​ທີ່​ມີ​ການ​ຮ່ວມ​ມື​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຈາກ​ຫຼາຍໆ​ເຂດເທື່ອ​ທຳ​ອິດ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຕໍ່​ແຜນການ​ຫຼອກລວງ​ ຂອງອຸດສາຫະກຳ​ສູນ​ໂທລະສັບຈາກ​ອິນ​ເດຍ.

​ເຈົ້າໜ້າ​ທີ່​ສືບສວນ​ ຂອງ​ກະຊວງ​ຮັກສາ​ຄວາມປອດໄພພາຍ​ໃນ​ແຫ່ງ​ຊາດ​ຂອງ​ສະຫະລັດ ທ່ານ Bruce Foucart ກ່າວ​ວ່າ ພວກທີ່​ໂທລະສັບ​ຈຸນີ້ ​ແມ່ນ​ໄດ້​ຕິດຕາມ​ ເປົ້າໝາຍ​ຂອງ​ພວກ​ເຂົາ​ຢ່າງ​ບໍ່​ລົດ​ລະ.

ທ່ານ Bruce Foucart ຈາກກະຊວງຮັກສາຄວາມປອດໄພພາຍໃນ

Scammers Are 'Menacing,' Homeland Security's Foucart Says
please wait

No media source currently available

0:00 0:00:35 0:00

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG