ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ໂຈມຕີເປົ້າໝາຍ ກຸ່ມຕາລີບານ ເທື່ອທຳອິດ ພາຍໃຕ້ຄຳສັ່ງໃໝ່


ກຳລັງອັຟການິສຖານ ກວດກາເປົ້າໝາຍ ໃນການໂຈມຕີ ທາງອາກາດຂອງສະຫະລັດ ທີ່ເມືອງ Kunduz ຢູ່ທາງເໜືອ ນະຄອນຫລວງກາບູລ.
ກຳລັງອັຟການິສຖານ ກວດກາເປົ້າໝາຍ ໃນການໂຈມຕີ ທາງອາກາດຂອງສະຫະລັດ ທີ່ເມືອງ Kunduz ຢູ່ທາງເໜືອ ນະຄອນຫລວງກາບູລ.

ກອງທັບສະຫະລັດ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ເປັນ​ເທື່ອ​ທຳ​ອິດ ຕໍ່​ກຸ່ມ​ຕາ​ລີ​ບານ​ໃນ​ອັຟກາ​ນິສຖານນັບ​ຕັ້ງ​ແຕ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ໄດ້​ຂະຫຍາຍສິດ​ອຳນາດຊຶ່ງ​ພາຍ​ໃຕ້​ຄຳ​ສັ່ງ​ດັ່ງກ່າວ​ທະຫານ​ອາ​ເມຣິກັນ​ສາມາດ​ທຳ​ການ​ໂຈມຕີ​ພວກ​ກະບົດ​ໄດ້.

​ໂຄສົກ​ຂອງທຳນຽບຫ້າ​ແຈທ່ານ Peter Cook ​ໃຫ້ການ​ຢືນຢັນ​ໃນ​ວັນ​ສຸກ​ວານນີ້ວ່າການ​ໂຈມ​ຕີ​ໄດ້​ມີ​ຂຶ້ນ​ໃນ​ເຂດ​ພາກ​ໃຕ້​ອັຟກາ​ນິສຖານພາຍ​ໃຕ້​ຄຳ​ສັ່ງ​ໃໝ່​ດັ່ງກ່າວ​. ທ່ານ​ເວົ້າວ່າ ການ​ໂ​ຈມຕີ​ໄດ້​ຖືກ​ເປົ້າໝາຍ​ຕາມ​ທີ່​ໄດ້​ຕັ້ງ​ໃຈ​ເອົາ​ໄວ້ແຕ່​ກໍບໍ່​ໄດ້​ໃຫ້​ລາຍ​ລະອຽດເພີ້ມຕື່ມ.

ທ່ານ Cook ກ່າວ​ວ່າ ​ເປົ້າໝາຍ​ໃນ​ການ​ໂຈມ​ຕີ ຈະ​ມີ​ຜົນ​ໃນ​ດ້ານ​ຍຸດ​ທະ​ສາດ​ສຳລັບ​ກຳ ລັງ​ອັຟກາ​ນິສຖານທີ່​ພວກ​ເຮົາ​ໃຫ້ການ​ສະໜັບສະໜຸນ​ນັ້ນ.

​ໃນຕົ້ນ​ເດືອນ​ນີ້ ປະທານາທິບໍດີ​ໂອບ​າມາ ​ໄດ້​ຂະຫຍາຍ​ການ​ພົວພັນ ​ຂອງ​ກຳລັງ​ສະຫະ ລັດ​ຢູ່​ໃນ​ອັຟກາ​ນິສຖານໂດຍ​ອະນຸຍາດ​ໃຫ້​ທຳ​ການ​ໂຈ​ມຕີ​ທາງ​ອາກາດເພີ້ມຂຶ້ນຕໍ່​ພວກ​ກະບົດ​ຕາ​ລີ​ບານ​ຕາບ​ໃດ​ທີ່​ການ​ໂຈມ​ຕີ​ສາມາດ​ໃຫ້ການ​ຊ່ອຍ​ເຫຼືອ ຕໍ່​ການ​ປະຕິບັດ​ງານ​ບຸກ​ໂຈມ​ຕີ​ຂອງ​ອັຟກາ​ນິສຖານ​ປະສົບ​ຄວາມ​ສຳ​ເລັດ​ໄດ້.

ກ່ອນ​ໜ້ານີ້ ພວກ​ຜູ້​ບັນຊາ​ການ​ກຳລັງ​ສະຫະລັດ​ໄດ້​ຮັບ​ອະນຸຍາດ​ໃຫ້ໃຊ້​ກຳລັງທາງ ​ອາກາດ ​ເພື່ອ​ປົກ​ປ້ອງ​ກຳລັງ​ສະຫະລັດ ​ທາງ​ພາກພື້ນດິນ​ ປົກ​ປ້ອງ​ກຳລັງ​ອັຟກາ​ນິສຖານ​ເວລາ​ປະ​ເຊີນ​ກັບ​ການ​ໂຈມ​ຕີໂດຍ​ພວກ​ຕາ​ລີ​ບານ​ດ້ວຍ​ກຳລັງ​ທີ່​ເໜືອກວ່າ ຫລື​ບໍ່​ກໍ​ທຳ​ການ​ໂຈມ​ຕີ​ກຸ່ມ​ລັດ​ອິສລາມ ຫລື​ພວກ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ ​ທີ່​ຍັງ​ຫລົງ​ເຫລືອ​ຢູ່.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter ກ່າວ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ Defense One Tech ​ເມື່ອ​ວັນ​ທີ 10 ມິຖຸນາ​ຜ່ານ​ມານີ້ວ່າ ຄຳ​ສັ່ງ​ໃໝ່​ນີ້ຈະ​ອະນຸຍາດ​ໃຫ້​ທາງ​ກອງທັບ​ໃຊ້​ກຳລັງ​ໃນ​ວິທີ​ທາງ​ທີ່​ດີ​ຂຶ້ນກວ່າ​ເກົ່າ.

​ເວລາ​ນີ້ ມີ​ທະຫານ​ອາ​ເມຣິກັນ 9,800 ຄົນ​ໃນ​ອັຟກາ​ນິສຖານ. ຈຳນວນ​ດັ່ງກ່າວມີ​ກຳນົດ​ຈະ​ຫລຸດ​ລົງ ​ເຫລືອ​ຢູ່ 5,500 ຄົນພາຍ​ໃນ​ທ້າຍ​ປີນີ້ ອີງ​ຕາມ​ນະ​ໂຍບາຍຂອງລັດຖະບານ​ທ່ານ​ໂອ​ບາ​ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG