ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ສຫລ ປະຕິເສດ ທີ່ຈະຟື້ນຟູ ກົດໝາຍ ບັດປະຈຳຕົວ ຂອງຜູ້ລົງຄະແນນສຽງ ລັດ North Carolina


ກອງໜັງສື ຂອງລັດຖະບານ ລັດ North Carolina ອະທິບາຍ ເຖິງກົດໝາຍ ບັດປະຈຳຕົວ ຂອງຜູ້ລົງຄະແນນສຽງ ທີ່ວາງຢູ່ເທິງໂຕະ ຢູ່ທີ່ໜ່ວຍເລືອກຕັ້ງ.
ກອງໜັງສື ຂອງລັດຖະບານ ລັດ North Carolina ອະທິບາຍ ເຖິງກົດໝາຍ ບັດປະຈຳຕົວ ຂອງຜູ້ລົງຄະແນນສຽງ ທີ່ວາງຢູ່ເທິງໂຕະ ຢູ່ທີ່ໜ່ວຍເລືອກຕັ້ງ.

ຄະນະຜູ້​ພິພາກສາສານສູງສຸດ ສະຫະລັດ ທີ່ບໍ່ລົງລອຍກັນ ໄດ້ປະຕິ ເສດທີ່ຈະຟື້ນຟູ ກົດໝາຍຂອງລັດ North Carolina ທີ່ບັງຄັບໃຫ້ຜູ້ລົງຄະແນນສຽງ ຕ້ອງມີບັດປະຈຳຕົວ ອັນເປັນບັນຫາຖົກຖຽງກັນ.

ສານດັ່ງກ່າວ ໄດ້ປະຕິເສດການຮ້ອງຂໍຂອງ ຜູ້ປົກຄອງລັດ ທ່ານ Pat McCrory ຈາກ ພັກຣີພັບບລີກັນ ໃຫ້ຟື້ນຟູ ກົດໝາຍ ທີ່ສານອຸທອນ ສະຫະລັດ ເຂດທີ 4 ໄດ້ກ່າວວ່າ “ມີຜົນກະທົບຕໍ່ ຊາວອາເມຣິກັຮ ເຊື້ອສາຍອາຟຣິກາ ຢ່າງບໍ່ສົມສ່ວນ” ຢູ່ໃນລັດ North Carolina.

ສານອຸທອນ​ດັ່ງກ່າວ ໄດ້ຍົກເລີກ ບາງສ່ວນຂອງກົດໝາຍເມື່ອເດືອນແລ້ວນີ້ ໂດຍກາວ ວ່າ ກົດໝາຍທີ່ໄດ້ອະນຸມັດໂດຍບັນດາສະມາຊິກສະພາຂອງພັກຣີພັບບລີກັນ ໃນປີ 2013 ມີເຈດຕະນາທີ່ຈະ​ລຳອຽງຕໍ່ ຜູ້ລົງຄະແນນສຽງຊາວຜິວດຳ.

ຜົນການ​ຕັດສິນຂອງສານສູງສຸດທີ່​ວ່າ​ນີ້ ຈະ​ເຮັດການລົງຄະແນນສຽງໃນກ່ອນ​ເວລາ ສຳລັບການເລືອກຕັ້ງປະທານາທິບໍດີ ຂອງປີນີ້ ຈະຕໍ່​ເວລາອອກໄປເປັນ 17 ມື້ ແລະ ພວກຜູ້ລົງຄະແນນສຽງ ຈະບໍ່ຕ້ອງເອົາບັດປະຈຳຕົວທີ່ມີຮູບຖ່າຍ ໃຫ້ເບິ່ງ ຢູ່ທີ່ເຂດເມືອງ ທີ່ພວກເຂົ້າເຈົ້າໄດ້ຖືກກຳນົດໄວ້ແລ້ວ.

ທ່ານ McCrory ຜູ້ທີ່ໄດ້ລົງນາມໃນກົດໝາຍ ໄດ້ກ່າວໃນວັນພຸດວານນີ້ ວ່າ ລັດ North Carolina “ໄດ້ຖືກປະຕິເສດ ສິດພື້ນຖານຂອງການລົງຄະແນນສຽງ” ໂດຍການຕັດສິນ ແລະ ວ່າ “ຜູ້ພິພາກສາ 4 ທ່ານ ທີ່ມີຄວາມຄິດເສລີ” ໄດ້ “ກີດກັ້ນ ການປົກປ້ອງ ຂອງ ລັດ North Carolina ທີ່ໄດ້ຮັບໂດຍກົດໝາຍຜູ້ລົງຄະແນນສຽງ ທີ່ສົມເຫດສົມຜົນ ຂອງພວກເຮົາ.”

ສານສູງສຸດ​ສະຫະລັດ ທີ່​ໄດ້​ມີ​ການແບ່ງແຍກ 4 ຕໍ່ 4 ໂດຍສ່ວນໃຫຍ່ ກ່ຽວກັບຂໍ້​ກຳນົດ ຕ່າງໆ ທີ່ໄດ້ຖືກທ້າທາຍດ້ວຍຈຳນວນ 4 ຜູ້ພິພາກສາ ທີ່ນິຍົມແນວທາງເດີມ ສະໜັບ ສະໜູນ ກົດໝາຍຂອງລັດ. ການແບ່ງແຍກກັນນັ້ນ ໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງ ວ່າ ມີການແບ່ງແຍກກັນຢ່າງ​ເລິກ​ເຊິ່ງຢູ່ໃນສານສູງສຸດສ່ຳໃດ ນັ້ນ ກ່ຽວກັບສິດໃນການລົງ ຄະແນນສຽງ ແລະ ຜົນຂອງການເລືອກຕັ້ງປະທານາທິບໍດີຈະອອກມາແນວໃດ ແມ່ນຈະ​ເປັນ​ສິ່ງ​ຊີ້ຂາດ​ກ່ຽວກັບທິດ​ທາງຂອງສານ.

ສານດັ່ງກ່າວ ໄດ້ປະຕິບັດ​ໜ້າ​ທີ່ ​ໂດຍ​ມີ​ສະມາຊິກພຽງແຕ່ 8 ທ່ານ ນັບຕັ້ງແຕ່ ຜູ້ພິພາກສາ ທ່ານ Antonin Scalia ໄດ້ເສຍຊີວິດ ໃນເດືອນກຸມພາ ຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG