ພວກນັກລົບກຸ່ມລັດອິສລາມ ໄດ້ເລີ່ມບັງຄັບໃຫ້ພົນລະເຮືອນໃນເມືອງ Mosul ເຂົ້າໄປຢູ່ຕາມຕຶກຕ່າງໆເພື່ອທຳການລະເບີດ ອີງຕາມຄຳເວົ້າຜູ້ບັນຊາການທະຫານສະຫລັດ. ກົນລະຍຸດທີ່ວ່ານີ້ ສາມາດໃຫ້ການອະທິບາຍໄດ້ວ່າ ເປັນຫຍັງຈຶ່ງມີຜູ້ຄົນລົ້ມຕາຍເປັນ
ຈຳນວນຫຼວງຫຼາຍ ໃນເມືອງແຫ່ງນີ້ຂອງອີຣັກ.
ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ ພວກເຂົ້າເຈົ້າໄດ້ສັງເກດ
ເຫັນເປັນເທື່ອທຳອິດວ່າ ກຸ່ມລັດອິສລາມ ໄດ້ຕ້ອນຜູ້ຄົນເຂົ້າໃນຕຶກ ທີ່ມີການຫ້າງລະເບີດ
ໄວ້ແລ້ວ ໃນການສູ້ລົບກັນໃນຫວ່າງມໍ່ໆມານີ້ ເພື່ອຍາດເອົາການຄວບຄຸມພາກຕາເວັນຕົກ
ຂອງເມືອງ Mosul ຊຶ່ງເປັນຫົວເມືອງໃຫຍ່ ທາງພາກເໜືອຂອງອີຣັກ ບ່ອນທີ່ກຸ່ມລັດ
ອິສລາມ ຍັງຄວບຄຸມຫລາຍໆເຂດຢູ່ນັ້ນ.
ໃນຖານະທີ່ເປັນຫຼັກຖານຂອງທິສດີກ່ຽວກັບກົນລະຍຸດຂອງກຸ່ມລັດອິສລາມ ເຈົ້າໜ້າທີ່
ຂັ້ນສູງທ່ານນຶ່ງ ໄດ້ບອກກັບພວກນັກຂ່າວທຳນຽບຫ້າແຈ ກ່ຽວກັບພາບວີດີໂອຂອງ
ສະໜາມລົບ ຈາກເຂດພາກຕາເວັນຕົກຂອງເມືອງ Mosul ທີ່ສະແດງໃຫ້ເຫັນວ່າ ພວກພົນລະເຮືອນ ໄດ້ພາກັນຫລົບໜີອອກຈາກຕຶກອາຄານ ບ່ອນທີ່ການໂຈມຕີທາງ
ອາກາດຂອງສະຫະລັດ ຍິງສັງຫານພວກມືປືນຢູ່ເທິງຫຼັງຄາ ແຕ່ບໍ່ໄດ້ທຳລາຍຕຶກອາຄານ ແຕ່ຢ່າງໃດເລີຍ.
ເຈົ້າໜ້າທີ່ຂັ້ນສູງ ໄດ້ກ່າວວ່າ ພວກນັກລົບກຸ່ມລັດອິສລາມ ປະຕິບັດຕໍ່ພົນລະເຮືອນ
ໃນເຂດທີ່ພວກເຂົາຄວບຄຸມນັ້ນແມ່ນເທົ່າກັບເປັນການບໍ່ຄຳນຶ່ງເຖິງ “ຊີວິດຂອງມະນຸດ
ເລີຍ.”
ພົນໂທ Stephen Townsend ຜູ້ບັນຊາການສູງສຸດ ກຳລັງພາກພື້ນດິນຂອງສະຫະລັດ
ໃນອີຣັກ ແລະຊີເຣຍ ຍັງໄດ້ບອກກັບບັນດານັກຂ່າວວ່າ ກອງກຳລັງຕໍ່ຕ້ານພວກກໍ່ການ
ຮ້າຍຂອງອີຣັກ ໄດ້ພົບເຫັນແລະປົດຄະນວນ ລະເບີດທີ່ຫ້າງໄວ້ ໃນຕຶກ 2 ຫຼັງ ໃນຮອບ
ສັບປະດາທີ່ຜ່ານມາ. ພວກທະຫານອີຣັກ ໄດ້ຊ່ອຍຊີວິດຜູ້ຄົນມາໄວ້ 25 ຄົນ ທີ່ຖືກຈັບໄປ
ເປັນຕົວປະກັນ ໃນການເຫດການນຶ່ງ ແລະຊ່ອຍຊີວິດ ອີກ 45 ຄົນ ໃນອີກເຫດການນຶ່ງນັ້ນ.
ຂໍ້ມູນຕ່າງໆກ່ຽວກັບກົນລະຍຸດອັນໃໝ່ຂອງກຸ່ມລັດອິສລາມ ມີຂຶ້ນທ່າມກາງການສືບສວນເບິ່ງເຫດການທີ່ໄດ້ມີ ພົນລະເຮືອນປະມານ 100 ຄົນ ເສຍຊີວິດ ໃນຕຶກທີ່ຖະຫຼົ່ມລົງມາ
ໃນເມືອງ Mosul ທີ່ມີຂຶ້ນໃນເວລາດຽວກັນທີ່ນັກບິນອາເມຣິກັນທຳການໂຈມຕີທາງ
ອາກາດຕໍ່ຝ່າຍກົງກັນຂ້າມ ຄືກຸ່ມລັດອິສລາມ ໃນຂົງເຂດ.
ພົນເອກ Joshep Votel ຜູ້ບັນຊາການ Centcom ຂອງສະຫະລັດ ອະທິບາຍຕໍ່ລັດຖະ
ສະພາ ໃນວັນພຸດວານນີ້ ກ່ຽວກັບການຕໍ່ສູ້ກັບກຸ່ມລັດອິສລາມ ໄດ້ປ່ຽນແປງໄປແບບໃດ
ໃນເຂດເທດສະບານທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນທາງພາກຕາເວັນຕົກຂອງ
ເມືອງໂມຊູລນັ້ນ.
ພວກນັກລົບ ກຸ່ມລັດອິສລາມ “ເຂົ້າໃຈເຖິງຄວາມອ່ອນໄຫວຂອງພວກເຮົາ ຕໍ່ການ
ບາດເຈັບລົ້ມ ຕາຍຂອງພົນລະເຮືອນ ແລະພວກເຂົາຈຶ່ງສວຍໃຊ້ເລື່ອງດັ່ງກ່າວນີ້,”
ຊຶ່ງທ່ານ Votel ໄດ້ກ່າວຕ່ກອງປະຊຸມຄະນະກຳມະການກອງທັບຂອງສະພາຕ່ຳ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ