ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທິມເຕະບານຍິງ ສຫລ ເອົາຊະນະ ທິມເຢຍຣະມັນ ໃນຮອບ ຮອງຊະນະເລີດ ເຕະບານໂລກ


ກອງໜ້າ ສຫລ ນາງ Kelley O'Hara ໂດດກອດເພື່ອນຮ່ວມທິມ ເປັນການສະເຫຼີມສະຫຼອງ ການທຳຄະແນນໄດ້ ໃນລະຫວ່າງເຄິ່ງທີສອງ ຕໍ່ ທິມເຢຍຣະມັນ ໃນການແຂ່ງຂັນ ເຕະບານໂລກ ຮອບຮອງຊະນະເລີດ ຂອງອົງການຟີຟ້າ ປີ 2015 ຢູ່ທີ່ ສະໜາມ Olympic ໃນນະຄອນ Montreal, ແຂວງ Quebec. (Credit: Jean-Yves Ahern-USA TODAY Sports)
ກອງໜ້າ ສຫລ ນາງ Kelley O'Hara ໂດດກອດເພື່ອນຮ່ວມທິມ ເປັນການສະເຫຼີມສະຫຼອງ ການທຳຄະແນນໄດ້ ໃນລະຫວ່າງເຄິ່ງທີສອງ ຕໍ່ ທິມເຢຍຣະມັນ ໃນການແຂ່ງຂັນ ເຕະບານໂລກ ຮອບຮອງຊະນະເລີດ ຂອງອົງການຟີຟ້າ ປີ 2015 ຢູ່ທີ່ ສະໜາມ Olympic ໃນນະຄອນ Montreal, ແຂວງ Quebec. (Credit: Jean-Yves Ahern-USA TODAY Sports)

ທິມ​ເຕະບານ​ຍິງ​ຂອງສະຫະລັດ ​ໄດ້​ຜ່ານ​ເຂົ້າຮອບ​ຊິງ​ຊະນະ​ເລີດ
ການ​ແຂ່ງຂັນເຕະບານໂລກ ຂອງອົງການຟີຟ້າ ຢູ່ທີ່​ກາ​ນາ​ດາ ​
ເປັນຄັ້ງທີ​ສອງ​ລຽນຕິດ ​ໂດຍ​ເອົາ​ຊະນະ​ຄູ່​ແຂ່ງ​ຈາກ​ເຢຍຣະມັນ
​ໃນ​ຮອບ​ຮອງ​ຊະນະ​ເລີດ ດ້ວຍ ຄະ​ແນນ 2 ປະຕູ ຕໍ່ 0.

ທິມສະຫະລັດ ທີ່​ຢູ່​ໃນ​ຕຳ​ແໜ່​ງອັນ​ດັບ​ສອງ ​ໄດ້​ສ້າງຄວາມປະລາ
ໄຊ ໃຫ້ແກ່ທິມ​ເຢຍຣະມັນ​ ທີ່​ເປັນ​ທິມອັນ​ດັບ​ນຶ່ງ​ ໃນ​ວັນ​ອັງຄານ
​ວານ​ນີ້ ຢູ່​ທີ່​ສະໜາມ ​Olympic ​ໃນ​ນະຄອນ Montreal ດ້ວຍ
ການຍິງປະຕູ ໃນເຄິ່ງທີສອງ ໂດຍກອງກາງ Cali Lloyd ແລະ
ຜູ້ປ້ອງກັນ Kelly O’Hara.

ນາງ Lloyd ທຳຄະແນນດ້ວຍການຍິງລູກໂທດ ໃນນາທີ ທີ 69 ຫລັງ ຈາກກຳມະການ
ຕັດສິນວ່າ ນັກຫລິ້ນເຢຍຣະມັນ Annike Krahn ຂັດຂວາງຂາຍິງປະຕູ Alex Morgan. ການສາຍຄືນ ສະແດງໃຫ້ເຫັນວ່າ ລູກໂທດນີ້ແມ່ນຢູ່ນອກຂີດພຽງໜ້ອຍດຽວ.

​ໃນ​ນາ​ທີ ທີ 85 ນາງ O’Hara ຍິງ​ເຂົ້າປະຕູ ​ໃນ​ໄລຍະໃກ້ໆ ຜ່ານ​ຜູ້​ຮັກສາ​ປະຕູ ຂອງ​
ເຢຍຣະມັນ ນາງ Nadine Angerer ຫຼັງຈາກ ທີ່​ໄດ້​ຮັບ​ການ​ສົ່ງ​ບານ​ເຂົ້າທາງ​ກາງ ຈາກ
​ນາງ Lloyd ຢ່າງ​ສວຍ​ງາມ.

​ເຢຍຣະມັນ ກໍ​ມີ​ໂອກາດ ທີ່​ຈະ​ທຳຄະ​ແນນກ່ອນ ​ໃນ​ເຄິ່ງທີ​ສອງ ​ແຕ່ ນາງ Celia Sasic
ຍິງ​ລູກ​ໂທດ​ພາດ ​ໃນ​ນາທີ ທີ 59 ​ໂດຍ​ຍິງບານ​ໂຄ້ງອອກ​ໄປ​ທາງ​ເບື້ອງ​ຊ້າຍ​ ກາຍ​ເສົາ​
ປະຕູໄປພຽງໜ້ອຍ​ດຽວ.

ບັດ​ນີ້ ທິມສະຫະລັດ ຈະໄດ້​ເຂົ້າ​ໄປ​ຫລິ້ນ​ເອົາ​ແຊມ​ປ້ຽນ ຢູ່​ນະຄອນ Vancouver ​ໃນ​ວັນ
​ອາທິດ ​ເພື່ອ​ຊິງ​ເອົາ​ຕຳ​ແໜ່​ງ ​ແຊ້ມເຕະບານ​ໂລກ ​ເປັນຄັ້ງທີ 3 ​ໂດຍ​ໄດ້​ຮັບ​ໄຊຊະນະ​ມາ​ແລ້ວ ​ເມື່ອ ປີ 1991 ​ແລະ 1999. ທິມສະຫະລັດ ຈະ​ຫລິ້ນ​ກັບ ຜູ້​ຊະນະ​ເລີດ ຂອງ​ການ​
ແຂ່ງ​ຂັນ​ຮອບ​ຮອງ​ຊະນະ​ເລີດ ທີ່​ປະກົບກັນ​ດ້ວຍ​ ​ທິມປ້ອງ​ກັນ​ແຊ້ມ ​ແລະ ທິມຕຳ​ແໜ່​ງ​ອັນ​ດັບທີ​ສີ່ ຄື ຍີ່​ປຸ່ນ ກັບ ທິມອັງກິດ ຢູ່​ໃນ​ຕຳ​ແໜ່​ງອັນ​ດັບ​ທີ 6 ຢູ່​ທີ່​ເມືອງ Edmonton ​ໃນ​ວັນ​
ພຸດ​ມື້​ນີ້.

XS
SM
MD
LG