ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ທ້າທາຍ ຕໍ່ການເກັບພາສີ ຂອງຈີນ ທີ່ອົງການ ການຄ້າໂລກ


ໄກ່ ທີ່ບ່ອນລ້ຽງໄກ່ ໃກ້ໆເມືອງ Livingston ໃນລັດແຄລີຟໍເນຍ.
ໄກ່ ທີ່ບ່ອນລ້ຽງໄກ່ ໃກ້ໆເມືອງ Livingston ໃນລັດແຄລີຟໍເນຍ.

ລັດຖະບານ​ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ຫາ​ຈີນ​ວ່າ ຍັງ​ສືບ​ຕໍ່​ເກັບ​ພາສີ​ສູງ ​ໃນການ​ສົ່ງ​ອອກ​ໄກ່ ຂອງ​ສະຫະລັດ ​ແລະ​ປະຕິ​ເສດ​ບໍ່​ຍອມ​ປະຕິບັດ​ຕາມ​ຄຳ​ສັ່ງ​ ໃຫ້ເຮັດຕາມກົດ​ລະບຽບ​ການ ຄ້າ​ຂອງ​ໂລກ.

ຜູ້ຕາງໜ້າ​ທາງ​ດ້ານ​ການ​ຄ້າ ​ຂອງ​ສະຫະລັດ ທ່ານ Michael Froman ກ່າວ​ໃນ​ວັນ​ອັງ ຄານ​ວາ​ນນີ້ວ່າ ທຳນຽບຂາວ​ພວມ​ທຳ​ການ​ທ້າ​ທາຍ​ຈີນ​ຢູ່​ທີ່​ອົງການໆຄ້າ​ໂລກ ​ໂດຍ​ທວງ ໃຫ້​ຈີນ​ປະຕິບັດ​ຕາມ​ລະບຽບ​ການ​ຂອງ​ອົງການໆ​ຄ້າ​ໂລກ.

ທ່ານ Froman ກ່າວ​ວ່າ ພວກ​ພໍ່ຄ້າ​ສັດ​ປີກ​ອາ​ເມຣິກັນ ສົມຄວນ​ຈະ​ມີ​ໂອກາດ ​ໃນ​ການ ແຂ່ງຂັນ​ ແລະ​ໄດ້ຮັບ​ໄຊຊະນະ​ຢູ່​ໃນ​ເສດຖະກິດ​ຂອງ​ໂລກ​ ​ແລະ​ລັດຖະບານ​ສະຫະລັດ ​ຊຸດ​ນີ້ຈະ​ສືບ​ຕໍ່​ຖື​ວ່າ​ເປັນຄວາມ​ຮັບຜິດຊອບ​ຂອງ​ຈີນເວລາ​ເຂົາ​ເຈົ້າພະຍາຍາມ​ທີ່​ຈະ​ເຮັດ ໃຫ້​ກະ​ເສດ​ຕະກອນ ນັກທຸລະກິດແລະ​ພວກ​ຄົນ​ງານ​ຂອງເຮົາ​ຢູ່​ໃນ​ທ່າ​ເສຍປຽບ.

ການ​ເກັບ​ພາ​ສີ​ສູງ​ຂອງ​ຈີນ​ເຮັດ​ໃຫ້​ຜະ​ລິດຕະພັນ​ຂອງ​ສະຫະລັດ​ແພງ​ໂພດ​ຢູ່​ໃນຕະຫຼາດ ​ໂລກເມື່ອ​ສົມ​ທຽບ​ໃສ່​ສິນຄ້າ​ຈີນ​ທີ່​ໄດ້​ຮັບເງິນ​ສະໜັບສະໜຸນຢ່າ​ງໜັກ​ນັ້ນ.

ນີ້​ແມ່ນ​ການ​ຜິດ​ຖຽງ​ກັນ​ເທື່ອ​ທີ​ສອງທີ່​ພົວພັນ​ກັບ​ການ​ສົ່ງ​ອອກ​ໄກ່​ຂອງ​ສະຫະລັດ​ໄປ​ຍັງ ຈີນ ນັບແຕ່​ປີ 2013 ​ເປັນຕົ້ນມາ.​ ອົງການໆ​ຄ້າໂລກ ​ເຫັນ​ພ້ອມ​ກັບ​ຝ່າຍສະຫະລັດ​ ໃນ ການ​ຜິດ​ຖຽງ​ກັນ​ເທື່ອ​ແລ້ວ. ​ແຕ່​ຈີນ​ໄດ້​ເລີ້ມ​ເລື້ອງນີ້ຄືນ​ໃໝ່​ ແລະ​ຢືນຢັດ​ວ່າ​ຕົນ​ປະຕິບັດ​ຕາມ​ກົດ​ລະບຽບ​ການ​ຄ້າ​ຂອງ​ໂລກ.

ສະຫະລັດ​ກ່າວ​ວ່າ ຈີນ​ໄດ້​ທຳ​ການ​ສືບສວນ​ຂອງ​ຕົນ​ຄືນ​ໃໝ່ ​ໃນ​ສະພາບ​ທີ່​ເກືອບ​ວ່າ​ປິດ ລັບ ​ແລະ​ບໍ່​ສາມາດ​ພິສູດ​ໄດ້​ວ່າ ການ​ສົ່ງ​ອອກ​ຂອງ​ສະຫະລັດ​ທີ່​ຈິງ​ແລ້ວ​ສ້າງ​ຄວາ​ມ​ເສຍ ຫາຍ​ໃຫ້​ແກ່​ກະ​ເສດ​ຕະກອນ​ຈີນ.

ຈີນ​ຍັງ​ບໍ່​ທັນ​ຕອບ​ຮັບ​ຕໍ່​ການ​ທ້າ​ທາຍ​ຄັ້ງຫລ້າ​ສຸດ​ຂອງ​ສະຫະລັດ​ເທື່ອ.

ທ່ານ Froman ກ່າວ​ວ່າ ນີ້​ແມ່ນຄັ້ງທີ 12 ທີ່​ສະຫະລັດ​ໄດ້​ເອົາ​ບາດກ້າວ​ຕໍ່​ຈີນ ​ຕໍ່ໜ້າ​ອົງ ການໆ​ຄ້າ​ໂລກ​ ​ໂດຍ​ກ່າວ​ເພີ້ມຕື່ມ​ວ່າ ສະຫະລັດ​ໄດ້​ຮັບ​ໄຊຊະນະ​ທຸກໆ​ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG