ອົງການສືບສວນໃໝ່ຂອງລັດຖະບານກາງຈະເປີດໃນວັນຈັນຈະມານີ້ເພື່ອເສີມຂະຫຍາຍ ຂັ້ນຕອນໃນການກວດກາດ້ານຄວາມປອດໄພທີ່ໄດ້ມີການຄ້າງຄາແລະການລັກຂະໂມຍ ຈາກພາຍນອກທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຂໍ້ມູນຂອງຊາວອາເມຣິກັນຫຼາຍກວ່າ 20 ລ້ານຄົນ.
ອົງການໃໝ່ ທີ່ມີຊື່ວ່າ ຫ້ອງການສືບສວນປະຫວັດແຫ່ງຊາດ ຫລື NBIB ຈະຮວມເຂົ້າກັບກະຊວງປ້ອງກັນປະເທດ ທີ່ຈະຄຸ້ມຄອງຕາໜ່າງດ້ານຄວາມປອດໄພ.
ຜູ້ອຳນວຍການຄົນທຳອິດຂອງອົງການ ທ່ານ Charles Phalen ໄດ້ເຂົ້າຮັບໜ້າທີ່ໃນວັນເສົາມື້ນີ້. ທ່ານໄດ້ເຮັດວຽກເປັນເວລາ 30 ປີ ຢູ່ອົງການສືບລັບຊີໄອເອ ຮວມທັງເປັນຜູ້ອຳ ນວຍການດ້ານຄວາມປອດໄພ ຂອງອົງການດັ່ງກ່າວ ແລະຫວ່າງມໍ່ໆມານີ້ ກໍໄດ້ເປັນຮອງປະທານບໍລິສັດຮັກສາຄວາມປອດໄພເອກກະຊົນ Northrop Grumman.
ທ່ານ Phalen ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພະຫັດທີ່ຜ່ານມານີ້ວ່າ ນຶ່ງໃນບູລິມະສຸດ ທີ່ສຳຄັນສຸດຂອງທ່ານ ກໍຄືແກ້ໄຂບັນຫາ ການກວດກາປະຫວັດ ໃນດ້ານຄວາມປອດໄພຕ່າງໆ ທີ່ຍັງຄ້າງຄາຂອງລັດຖະບານສະຫະລັດ.
ບັນດາເຈົ້າໜ້າທີ່ຢູ່ຫ້ອງການຄຸ້ມຄອງພະນັກງານ ກ່າວວ່າ ເຂົາເຈົ້າແນໃສ່ການຫຼຸດຜ່ອນເວລາໃນຂັ້ນຕອນການກວດກາ “ຄວາມລັບສຸດຍອດ” ຈາກ 170 ມື້ມາເປັນ 80 ມື້ ແລະສຳລັບການກວດກາ “ຄວາມລັບ” ຈາກ 120 ມື້ ມາເປັນ 40 ມື້.
ອົງການໃໝ່ນີ້ ໄດ້ຈ້າງສີ່ບໍລິສັດ ເພື່ອທຳການສຳພາດ ໃນການສືບສວນກວດກາ ຄວາມປອດໄພຮວມທັງ KeyPoint ທີ່ເປັນບໍລິສັດເອກກະຊົນຊຶ່ງລະຫັດເຊັນເຂົ້າໄດ້ຖືກລັກໃຊ້ໃນການເຈາະຂໍ້ມູນທີ່ເປັນຜົນກະທົບຕໍ່ ພະນັກງານລັດຖະບານກາງຫລາຍກວ່າ 20 ລ້ານ ຄົນ. ບັນດາເຈົ້າໜ້າທີ່ສະຫະລັດໄດ້ກ່າວວ່າ ພະນັກງານສັນຍາຈ້າງຂອງ KeyPoint ໄດ້ລັກເອົາລະຫັດລັບ ທີ່ໃຊ້ໂດຍພວກເຈາະຂໍ້ມູນ ຂອງລັດຖະບານ ທີ່ສຳຄັນ ສອງຄັ້ງ ໃນປີ 2014.
ອົງການ NBIB ໄດ້ປະກາດໃນເດືອນມັງກອນທີ່ຜ່ານມານີ້ວ່າຈະເຂົ້າເຮັດໜ້າທີ່ແທນລະ ບົບສືບສວນຂອງລັດຖະບານກາງ ໃນປັດຈຸບັນ ຫລັງຈາກ ໄດ້ມີການເຈາະຂ້ໍມູນເອົາບັນ ທຶກພະນັກງານແລະປະຫວັດຄວາມປອດໄພຂອງລັດຖະບານ.