ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ ປະທ້ວງ ບໍ່ພໍໃຈ ທີ່ ສະຫະລັດ ຂາຍອາວຸດ ໃຫ້ ໄຕ້ຫວັນ


ທະຫານ ໄຕ້ຫວັນ ຍິງປືນໃຫຍ່ໃນລະຫວ່າງການຊ້ອມຮົບ
ປະຈຳປີ Han Kuang ທີ່ເມືອງ Hsinchu ໃນພາກຕາເວັນອອກສຽງເໜືອຂອງ ເກາະໄຕ້ຫວັນ, 10 ກັນຍາ, 2015.
ທະຫານ ໄຕ້ຫວັນ ຍິງປືນໃຫຍ່ໃນລະຫວ່າງການຊ້ອມຮົບ ປະຈຳປີ Han Kuang ທີ່ເມືອງ Hsinchu ໃນພາກຕາເວັນອອກສຽງເໜືອຂອງ ເກາະໄຕ້ຫວັນ, 10 ກັນຍາ, 2015.

ຈີນ ໄດ້ທຳການປະທ້ວງຢ່າງ​ເປັນທາງການ ກ່ຽວກັບການຕັດສິນ ໃຈຂອງ ສະຫະລັດ ທີ່ຈະຂາຍອາວຸດມູນຄ່າ 1.83 ຕື້ໂດລາ ໃຫ້​ແກ່ ເກາະ ​ໄຕ້ຫວັນ.

ຮອງລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Zheng Zeguang ໄດ້ພົບປະກັບນັກ​ການທູດສູງສຸດອັນດັບສອງຂອງ ສະຫະລັດ ໃນ ນະຄອນຫຼວງ ປັກກິ່ງ ເມື່ອຕອນແລງຂອງວັນພຸດວານນີ້. ກະຊວງ ການຕ່າງປະເທດ ຈີນ ໄດ້ກ່າວໃນຖະແຫຼງການວ່າ ທ່ານ Zheng ໄດ້ກ່າວວ່າ ຈີນ ຈະ “​ເອົາມາດຕະການທີ່ຈຳເປັນ, ລວມທັງການ ວາງມາດຕະການລົງໂທດຕໍ່ບໍລິສັດຕ່າງໆທີ່ເຂົ້າຮ່ວມໃນການຂາຍອາວຸດໃຫ້ກັບ ເກາະ​ໄຕ້ຫວັນ.”

ກະຊວງການຕ່າງປະເທດ ສະຫະລັດ ໄດ້ແຈ້ງລັດຖະສະພາຊາບຢ່າງເປັນທາງການເມື່ອວັນ ພຸດ​ວານນີ້ ກ່ຽວກັບແຜນການຂອງຕົນ ທີ່ຈະຂາຍເຮືອລົບສອງລຳ, ຂີປະນາວຸດຕໍ່ຕ້ານລົດຖັງ, ຍານພາຫະນະໂຈມຕີໄດ້ທັງທາງນ້ຳ ແລະ ທາງບົກ ແລະ ຂີປະນາວຸດໂຈມຕີທາງພື້ນດິນສູ່ອາ ກາດ Stringer. ນີ້ເປັນການຂາຍອາວຸດຊຸດທຳອິດຂອງພວກເຂົາ ເຈົ້າໃຫ້​ແກ່ ໃນຮອບ 4 ປີ.

ຈີນ ຖືເກາະ​ໄຕ້ຫວັນ ​ເປັນ​ພາກສ່ວນ​ນຶ່ງ​ຂອງດິນແດນຕົນ, ແລະ ໄດ້ຂົ່ມຂູ່ຈະຮຸກຮານເກາະດັ່ງ ກ່າວ ຖ້າພວກເຂົາເຈົ້າປະກາດເອກະລາດ.

ໂຄສົກກະຊວງການຕ່າງປະເທດຂອງ ຈີນ ໄດ້ຮຽກຮ້ອງໃຫ້ລັດຖະບານທ່ານ ໂອບາມາ ຍົກ ເລີກການຂາຍອາວຸດນັ້ນ “ແລະ ເຮັດບາງຢ່າງທີ່ມີສ່ວນຊ່ວຍສະໜັບສະໜູນ ຕໍ່ສາຍພົວພັນ ຈີນ ແລະ ສະຫະລັດ ແລະ ການພັດທະນາຢ່າງສັນຕິ ຂອງສາຍພົວພັນຂ້າມຊ່ອງແຄບ​ໄຕ້ຫວັນ.”

US Taiwan Arms
please wait
Embed

No media source currently available

0:00 0:00:47 0:00

China has lodged an official protest over a decision by the United States to sell $1.83 billion in arms to Taiwan.

China's Vice Foreign Minister Zheng Zeguang met with the second-highest ranking U.S. diplomat in Beijing late Wednesday.

At a news briefing, Foreign Ministry Spokesman Hong Lei said China will "take necessary measures" against companies involved in the Taiwan arms sales.

"American companies participating in arms sales to Taiwan gravely harm China's sovereignty and security interests. China's government and companies will not carry out cooperation and commercial dealings with these types of companies."

The spokesman urged the Obama administration to cancel the sale "and do something more conducive for China-U.S. relations and the peaceful development of the cross-Strait relations."

XS
SM
MD
LG