ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະຕິດອາວຸດ ໃຫ້ກັບ ພວກນັກລົບ ຊາວເຄີດ ໃນຊີເຣຍ


ພາບນີ້ ສະໜອງໂດຍ ກຳລັງປະຊາທິປະໄຕຂອງຊີເຣຍ ຫຼື SDF ສະແດງໃຫ້ເຫັນນັກລົບ ຂອງ SDF ຖືອາວຸດຊະນິດຕ່າງໆ ຂະນະທີ່ ມຸ້ງໜ້າໄປຍັງເມືອງ Tabqa ທາງພາກເໜືອຂອງຊີເຣຍ, ວັນທີ 30 ເມສາ 2017.
ພາບນີ້ ສະໜອງໂດຍ ກຳລັງປະຊາທິປະໄຕຂອງຊີເຣຍ ຫຼື SDF ສະແດງໃຫ້ເຫັນນັກລົບ ຂອງ SDF ຖືອາວຸດຊະນິດຕ່າງໆ ຂະນະທີ່ ມຸ້ງໜ້າໄປຍັງເມືອງ Tabqa ທາງພາກເໜືອຂອງຊີເຣຍ, ວັນທີ 30 ເມສາ 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ອະນຸມັດ ໃຫ້ທຳນຽບຫ້າແຈ ຕິດອາວຸດ ໃຫ້ກັບ
ກອງກຳລັງປະຊາທິປະໄຕຂອງຊີເຣຍ ຫຼື SDF ຂອງຊາວເຄີດ ອັນເປັນການເຄື່ອນ
ໄຫວ ທີ່ຈະເຮັດໃຫ້ ສະຫະລັດ ຂັດແຍ້ງກັບ ເທີກີ ທີ່ເປັນພັນທະມິດ​ໃນອົງການເນໂຕ້.

ຫົວໜ້າໂຄສົກ ທຳນຽບຫ້າແຈ ທ່ານ Dana W. White ໄດ້ກ່າວໃນວັນອັງຄານວານນີ້
ວ່າ ກຳລັງຂອງຊາວເຄີດ ທີ່ປະກອບ​ເປັນ​ ຫລາຍ​ກວ່າ​ເຄິ່ງນຶ່ງ​ຂອງພວກນັກລົບ SDF
ນັ້ນ ຈະຖືກຕິດອາວຸດ “ທີ່ຈຳເປັນ ເພື່ອຮັບປະກັນໃຫ້ເອົາໄຊຊະນະ ກຸ່ມລັດອິສລາມ
ໃນເມືອງ Raqqa ຂອງຊີເຣຍ ໄດ້ຢ່າງຈະແຈ້ງ.”

ທ່ານ White ໄດ້ກ່າວອີກວ່າ “ກຸ່ມ SDF ດ້ວຍການຮ່ວມມື ທີ່ຈະເພີ່ມ ຄວາມອາດ
ສາມາດ ຈາກການສະໜັບສະໜູນຂອງ ສະຫະລັດ ແລະ ກອງກຳລັງປະສົມ ຈະເປັນ
ກອງກຳລັງພາກພື້ນດິນ ເທົ່ານັ້ນ ທີ່ຈະສາມາດຍຶດເອົາເມືອງ ຣັກກາໄດ້ ຢ່າງສຳ
ເລັດຜົນ ໃນອະນາຄົດອັນໃກ້ໆນີ້.”

ອັງກາຣາ ຄັດຄ້ານຕໍ່ການມີ​ຄວາມສຳພັນ ຂອງວໍຊິງຕັນ ກັບ ກອງກຳລັງຊາວເຄີ​ດ​ ໃນ
ຊີເຣຍ ທີ່ກຳລັງຕໍ່ສູ້ ກຸ່ມລັດອິສລາມ. ເທີກີ ໂຕ້ຖຽງວ່າ ພວກທະຫານບ້ານຊາວເຄີດ
ຈາກກຸ່ມ SDF ທີ່ຮູ້ຈັກກັນ​ໃ​ນຊື່ YPG ນັ້ນ ແມ່ນເປັນກຸ່ມກໍ່ການຮ້າຍ ທີ່​ເປັນ​ເຄືອ​ຂ່າຍ
ກັບ ກຸ່ມພັກກຳມະກອນເຄີດິສຖານ ຫຼື PKK ທີ່ເປັນກຸ່ມກໍ່ການຮ້າຍ ນອກກົດໝາຍ ທີ່ໄດ້ສູ້ລົບກັບ ລັດຖະບານເທີກີ ມາໄດ້ຫຼາຍປີແລ້ວ.

ທ່ານໄວ້ ໄດ້ກ່າວວ່າ ທຳນຽບຫ້າແຈ “ຮູ້ຈັກດີຢູ່ແລ້ວ” ກ່ຽວ​ກັບຄວາມກັງວົນດ້ານ
ຄວາມໝັ້ນຄົງ ຂອງເທີກີ ແລະ ກໍໄດ້ຄ້ຳປະກັນວ່າ ສະຫະລັດ ໝັ້ນໝາຍທີ່ຈະ “ເພີ່ມ
ການປ້ອງກັນຄວາມສ່ຽງຕໍ່ຄວາມໝັ້ນຄົງຕື່ມ ແລະ ປົກປ້ອງພັນທະມິດ ອົງການ
ເນໂຕ້ ຂອງພວກເຮົາ.”

ທຳນຽບຫ້າແຈ ກ່າວວ່າ ລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis ໄດ້ໂອ້ລົມ
ກັບ ລັດຖະມົນຕີປ້ອງກັນປະເທດຂອງເທີກີ ທ່ານ Fikri Isik ໂດຍຜ່ານທາງໂທລະສັບ
ໃນມື້ນີ້ ຊຶ່ງຜູ້ນຳທັງ​ສອງ ກ່າວຢືນຢັນ ​ເຖິງການສະໜັບສະໜູນຂອງພວກ​ເພິ່ນ ຕໍ່​ການ
​ມີສັນຕິພາບ ແລະ ສະຖຽນລະພາບ ໃນອີຣັກ ແລະ ຊີເຣຍ.

ການເຄື່ອນໄຫວດັ່ງກ່າວ ອຳນວຍໃຫ້ ສະຫະລັດ ສະໜັບສະໜູນ ກຸ່ມ SDF ກຸ່ມ YPG
ແລະ ກຸ່ມແນວໂຮມ ອາຣັບ​ໃນຊີເຣຍ ທັງໝົດ ຊຶ່ງ ກອງກຳລັງຂອງ ສະຫະລັດ ໄດ້ສະໜັບ
ສະໜູນມາໄດ້ຫຼາຍເດືອນ​ແລ້ວ ຢ່າງ​ເປັນການເປີດເຜີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG