ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີງຕາມ ບົດລາຍງານໃໝ່ ຂອງ ສປຊ 34 ປະເທດໃນໂລກ ບໍ່ມີອາຫານການກິນ ພຽງພໍ


ກະເສດຕະກອນຄົນນຶ່ງ ເອົາໃຫ້ເບິ່ງ ພືດຜົນທີ່ລົ້ມຕາມ ຢູ່ໃນບໍລິເວນ Megenta ຂອງເມືອງ Afar, ປະເທດເອທິໂອເປຍ, ວັນທີ 26 ມັງກອນ 2016.
ກະເສດຕະກອນຄົນນຶ່ງ ເອົາໃຫ້ເບິ່ງ ພືດຜົນທີ່ລົ້ມຕາມ ຢູ່ໃນບໍລິເວນ Megenta ຂອງເມືອງ Afar, ປະເທດເອທິໂອເປຍ, ວັນທີ 26 ມັງກອນ 2016.

ບົດລາຍງານໃໝ່ ຂອງ ອົງການກະ​ເສດສະຫະປະຊາຊາດ
ກ່າວວ່າ 34 ປະເທດໃນທົ່ວໂລກ ເກືອບທັງໝົດແມ່ນຢູ່ໃນ
ທະວີບອາຟຣິກາ ບໍ່ມີອາ ຫານພຽງພໍ ເພື່ອລ້ຽງດູພົນລະເມືອງ
ຂອງຕົນ ແລະ ຕ້ອງການຄວາມຊ່ວຍເຫຼືອ.

ຕົວເລກດັ່ງກ່າວ ແມ່ນເພີ້ມຂຶ້ນ ນັບຕັ້ງແຕ່​ໄດ້​ອອກບົດລາຍ
ງານ​ ໃນເດືອນທັນວາ ໂດຍມີປະເທດ Swaziland ຕື່ມເຂົ້າ
ໃນຈຳນວນນັ້ນ.

ອົງການອາຫາ ແລະກະ​ເສດຂອງອົງການສະຫະປະຊາຊາດ
ຖິ້ມໂທດໃສ່ ໄພແຫ້ງແລ້ງ ທີ່ເປັນຜົນກໍ່ໃຫ້ເກີດ ການຂາດແຄນ
ດ້ານອາຫານການກິນໂດຍປາກົດການທາງສະພາບອາກາດ ທີ່ຮູ້ຈັກກັນ ຄື El Nino ນັ້ນ
ພ້ອມກັນກັບ ໄພນ້ຳຖ້ວມ ຢູ່ໃນບໍລິເວນອື່ນໆ ແລະ ສົງຄາມ.

ບົດລາຍງານ ກ່າວອີກວ່າ ໄພແຫ້ງແລ້ງຈາກປາກົດການ El Nino ໄດ້​ເຮັດ​ໃຫ້ຄາດຫວັງ
ກ່ຽວ​ກັບຜົນຜະລິດ ໃນປີນີ້ “ຫລຸດລົງຢ່າງຫຼວງ ຫຼາຍ” ຢູ່ໃນພາກໃຕ້ຂອງທະວີບອາຟຣິກາ,
ໃນພາກກາງຂອງອາເມຣິກາ ແລະ ​ເຂດ​ທະ​ເລ Caribbean.

ການສູ້ລົບກັນ ຢູ່ໃນສະຖານທີ່ ເຊັ່ນວ່າ ຊີເຣຍ ແລະ ໂຊມາເລຍ ແມ່ນເຮັດໃຫ້ ສະພາບ
ການປູກຝັງທີ່ບໍ່ດີຢູ່ແລ້ວນັ້ນ ຮ້າຍແຮງຂຶ້ນຕື່ມອີກ. ສະພາບຂອງພືດຜົນທີ່ຂີິ້ຮ້າຍ ຢູ່ໃນ
ເກົາຫຼີເໜືອ ແມ່ນສົມທົບເຂົ້າກັບ ສະພາບການທີ່ໝົດຫວັງ ທີ່ມີຢູ່ແລ້ວ ໃນລະບອບ
ຜະເດັດການ ຢູ່ທີ່ນັ້ນ ບ່ອນທີ່ ອົງການສະຫະປະຊາຊາດ ກ່າວວ່າ “ຄົວເຮືອນສ່ວນໃຫຍ່
ໄດ້ຖືກກະປະມານວ່າ ມີໂພຊະນາການ ຢູ່ໃກ້ເສັ້ນ ຫຼືວ່າ ທີ່ບໍ່ດີເລີຍ.”

ບົດລາຍງານ ກ່າວຕື່ມວ່າ ສະພາບຂອງພືດຜົນ ສຳລັບປີ 2016 ໂດຍທົ່ວໄປ ແມ່ນມີທ່າ
ເອື້ອອຳນວຍທີ່ດີ ຢູ່ໃນຊີກໂລກພາກເໜືອ ແລະ ການຄາດຄະເນກ່ຽວ​ກັບ​ພືດຜົນເຊັ່ນເຂົ້າ
​ເບ​ລ່ ຈຳນວນຫຼາຍ ສຳລັບບັນດາປະເທດ ໃນເຂດເອເຊຍ.

XS
SM
MD
LG