ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊ່ຽວຊານ ດ້ານສິດທິມະນຸດ ຮຽກຮ້ອງໃຫ້ ເຄື່ອນໄຫວ ຍຸຕິການລ່ວງລະເມີດ ຢູ່ຊູດານໃຕ້


ທ່ານນາງ Yasmin Sooka, ປະທານຄະນະກຳມາທິການ ສິິດທິມະນຸດ ອົງການສະຫະປະຊາຊາດ ໃນປະເທດ ຊູດານໃຕ້ ກ່າວຄຳປາໄສ ກ່ຽວກັບ ສິດທິມະນຸດ ຢູ່ສະພາສິດທິມະນຸດໃນນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 14 ທັນວາ, 2016.
ທ່ານນາງ Yasmin Sooka, ປະທານຄະນະກຳມາທິການ ສິິດທິມະນຸດ ອົງການສະຫະປະຊາຊາດ ໃນປະເທດ ຊູດານໃຕ້ ກ່າວຄຳປາໄສ ກ່ຽວກັບ ສິດທິມະນຸດ ຢູ່ສະພາສິດທິມະນຸດໃນນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 14 ທັນວາ, 2016.

ມີການລ່ວງລະເມີດສິດທິມະນຸດ​ເພີ້ມຂຶ້ນຢ່າງ​ຮ້າຍ​ແຮງໃນປະເທດ ຊູດານໃຕ້ ໃນໄລຍະ
ເວລາ 9 ເດືອນທີ່ຜ່ານມານີ້, ສ່ວນໜຶ່ງແມ່ນຍ້ອນຄວາມລົ້ມແຫຼວຂອງປະຊາຄົມນານາ
ຊາດທີ່ຈະຈັດຕັ້ງສານ ແລະ ນຳເອົາພວກກະທຳຜິດມາດຳເນີນຄະດີ, ອີງຕາມຄຳ​ເວົ້າ ຂອງເຈົ້າໜ້າທີ່ອົງການສະຫະປະຊາຊາດ.

ຂອບເຂດຂອງການລ່ວງລະເມີດສິດທິມະນຸດໃນ ຊູດານໃຕ້, ໂດຍສະເພາະຄວາມຮຸນ
ແຮງທາງເພດ, ແມ່ນ “ເປັນຕາຢ້ານຫຼາຍ ເຊິ່ງຜົນທີ່ຕາມມາ ​ໃນການບໍ່ລົງມືເຮັດຫຍັງ
ນັ້ນ ແມ່ນບໍ່ສາມາດ ທີ່​ຈະຈິນຕະນາການໄດ້.”
ອີງຕາມປະທານຄະນະກຳມາທິການ ສິດທິມະນຸດ ອົງການສະຫະປະຊາຊາດໃນ ຊູດານໃຕ້.

ທ່ານນາງ Yasmin Sooka ໄດ້ກ່າວຕໍ່ສະພາສິດທິມະນຸດ ອົງການສະຫະປະຊາຊາດ ໃນນະຄອນ ເຈນີວາ ວັນອັງຄານວານນີ້ວ່າ ພວກພົນລະເຮືອນໄດ້ “ຕົກເປັນເປົ້າໝາຍ
ຢ່າງຈົງໃຈ ແລະ ຢ່າງເປັນລະບົບ ອີງຕາມພື້ນຖານດ້ານຊົນເຜົ່າຂອງພວກເຂົາເຈົ້າ
ໂດຍ ລັດຖະບານ ແລະ ກອງກຳລັງທີ່ເປັນພັນທະ​ມິດ​ກັບລັດຖະບານ.”
ທ່ານນາງ
ໄດ້ກ່າວວ່າ ລັດຖະບານໄດ້ເລີ່ມການປຸກລະດົມດ້ວຍ “ການຈັດປະຊາກອນ” ເພື່ອຍົກ
ຍ້າຍປະຊາຊົນອອກຈາກທີ່ຢູ່ຂອງຊົນເຜົ່າພວກເຂົາເຈົ້າ, ໃນຂະນະທີ່ສົງຄາມກາງ
ເມືອງຍັງດຳ​ເນີນ​ຢູ່​ຕໍ່​ມາພາຍໃຕ້ຄຳເຕືອນ ກ່ຽວ​ກັບການຂ້າລ້າງເຜົ່າພັນ.

ການຈັບກຸມທີ່ບໍ່ຖືກຕ້ອງຕາມກົດໝາຍ, ການຂົ່ມຂືນ, ການທໍລະມານ ແລະ ການຂ້າ
ຄົນໄດ້ກາຍເປັນບັນທັດຖານແລ້ວ ນັ້ນຄື​ຄຳ​ເວົ້າຂອງຜູ້ຊ່ຽວຊານ ອົງການສະຫະປະຊາ
ຊາດທີ່ໄດ້ອະທິບາຍວ່າ ໝູ່ບ້ານຫຼາຍແຫ່ງໄດ້ຖືກຈູດໃຫ້ເປັນຂີ້ເຖົ່າ, ແລະ ມີການໂຈມ
ຕີໂຮງໝໍ ແລະ ໂບດແຫ່ງຕ່າງໆນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG