ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄູຝຶກສອນທະຫານ ເກົາຫຼີເໜືອ 30 ຄົນ ອາດ ໄດ້ລະເມີດຂໍ້ຫ້າມຂອງ ສປຊ ໃນຄອງໂກ


ທະຫານຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ແລະ ບັນດາສະມາຊິກ ຂອງກອງທັບ ປະເທດຄອງໂກ ໃນ ເມືອງ Mavivi, ໃກ້ກັບເມືອງ Beni, ຂອງແຂວງ Kivu ເໜືອ, ວັນທີ 22 ຕຸລາ 2014.
ທະຫານຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ແລະ ບັນດາສະມາຊິກ ຂອງກອງທັບ ປະເທດຄອງໂກ ໃນ ເມືອງ Mavivi, ໃກ້ກັບເມືອງ Beni, ຂອງແຂວງ Kivu ເໜືອ, ວັນທີ 22 ຕຸລາ 2014.

ໃນບົດລາຍງານໃໝ່ອັນນ່ຶງນັ້ນ ສຫຊ ຖະແຫຼງວ່າ ທະຫານ 30 ຄົນ ກຸ່ມນຶ່ງຂອງເກົາຫຼີ ເໜືອ ທີ່ເປັນຄູຝຶກສອນ ອາດໄດ້ລະເມີດຂໍ້ຫ້າມຂອງ ສະຫະປະຊາຊາດ​ ເວລາເຂົາເຈົ້າ ມອບປືນສັ້ນໃຫ້ພວກທະຫານແລະນາຍຕຳຫຼວດຄອງໂກ ເວລາທຳການຝືກຊ້ອມຢູ່ນັ້ນ.

ຄະນະນັກຊ່ຽວຊານກຸ່ມນຶ່ງກ່າວວ່າ ໄດ້ມີການເອົາປືນສັ້ນ ໃຫ້ກອງທັບ ແລະຕຳຫຼວດ ແຫ່ງຊາດ ຢູ່ໃນສາທາລະນະລັດ ປະຊາທິປະໄຕຄອງໂກ ແລະ ບາງກະບອກ ກໍຈະຕົກ ໄປເຖິງມືຂອງພະນັກງານຮັກສາສັນຕິພາບຄອງໂກທີ່ປະຕິບັດງານຮ່ວມກັບອົງການ ສະຫະປະຊາຊາດ ຢູ່ນັ້ນ.

ອິງຕາມພວກທະຫານແລະຕຳຫຼວດຂອງຄອງໂກແລ້ວແມ່ນວ່າ ປືນສັ້ນດັ່ງກ່າວ ແມ່ນ ໄດ້ມອບໃຫ້ ໃນລະຫວ່າງ ໂຄງການຝຶກຊ້ອມ ປີ 2014 ສຳລັບ ໜ່ວຍອາລັກຂາ ຂອງ ປະທານາທິບໍດີໃນນະຄອນ ຫຼວງ ກິນຊາຊາ​ ຂອງປະເທດດັ່ງກ່າວ. ການກະທຳ ດັ່ງກ່າວ ຖືກແນມເຫັນວ່າ ເປັນການລະເມີດ ຕໍ່ຂໍ້ຫ້າມ ຂອງ ສະຫະປະຊາຊາດ ຊຶ່ງຫ້າມ ເກົາຫຼີ ເໜືອ ບໍ່ໃຫ້ຂາຍ ຫຼື ໃຫ້ການຝຶກຊ້ອມໃດໆ ທາງທະຫານ.

ປືນດ່ັງກ່າວບາງກະບອກ ເບ່ິງຄືວ່າຈະຕົກໄປເຖິງມືຄົນຢູ່ຕາມຖະໜົນໃນນະຄອນຫຼວງ ກິນຊາຊາ ແລະບາງຄົນກ່າວວ່າ ປືນສັ້ນດັ່ງກ່າວ ແມ່ນມີຂາຍຢູ່ຕາມຕະຫຼາດມືດ ໃນ ເມືອງດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG