ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະ​ພັນ​ກຳມະບານ ກ່າວວ່າ ພວກແຮັກເກີ້ ລັກເອົາຂໍ້ມູນ ພະນັກງານ ລັດຖະບານກາງ ໝົດທຸກຄົນ


ອາຄານ ສຳນັກງານ ​ຫ້ອງການ​ຄຸ້ມຄອງ ພະນັກງາ​ນລັດຖະບານກາງ ສະຫະລັດ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 5 ມີຖຸນາ 2015.
ອາຄານ ສຳນັກງານ ​ຫ້ອງການ​ຄຸ້ມຄອງ ພະນັກງາ​ນລັດຖະບານກາງ ສະຫະລັດ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 5 ມີຖຸນາ 2015.

ສະຫະ​ພັນ​ກຳມະບານນຶ່ງຂອງອາ​ເມຣິກາ ກ່າວ​ວ່າ ພວກ​ລັກເຈາະ
​ຂໍ້​ມູນ ຫຼື hackers ໄດ້ເຈາະເອົາຂໍ້​ມູນ​ສ່ວນ​ຕົວ​ທີ່​ສຳຄັນ ຂອງ​
ບັນດາ​ພະນັກ ງານ​ລັດຖະບານ​ກາງທັງ​ໝົດໄປ ຫຼັງຈາກ​ໄດ້ມີ​ການ
ໂຈມຕີທາງ​ອິນ​ເຕີ​ເນັດຄັ້ງໃຫຍ່ ທີ່​ບັນດາເຈົາໜ້າ​ທີ່ ສະຫະລັດ
​ກ່າວ​ວ່າ ​ມີຈຸດ​ເລີ້ມ​ຕົ້ນມາ​ຈາກ​ຈີນນັ້ນ.

ສະຫະພັນ ພະນັກງານ​ລັດຖະ​ບານ ອາ​ເມຣິກັນ ​ໄດ້​ກ່າວ​ອ້າງ​
ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ໃນຈົດໝາຍສະບັບ​ນຶ່ງ ທີ່​ສົ່ງ​ເຖິງ
​ຫ້ອງການ​ຄຸ້ມຄອງ ພະນັກງາ​ນຫຼື OPM ຊຶ່ງ​ເປັນ​ອົງການ
ຊັບພະຍາ​ກອນ​ມະນຸດ ຂອງລັດຖະບານກາງສະຫະລັດ ທີ່ໄດ້
​ຕົກ​ເປັນ​ເປົ້າໝາຍ.

ທ່ານ David Cox ປະທານຂອງ​ສະຫະພັນ ​ກ່າວ​ໃນ​ຈົດໝາຍວ່າ “ພວກ​ແຮັກເກີ້ ເວລາ
ນີ້ ມີ​ຢູ່ໃນ​ຄອບ​ຄອງ ຂໍ້​ມູນສ່ວນ​ຕົວຂອງ​ພະນັກ ງານລັດຖະບານກາງ​ທຸກໆ​ຄົນ
ພະນັກງານ​ລັດຖະບານກາງ​ທີ່​ກະສຽນ​ແລ້ວ​ ທຸກໆ​ຄົນ ​ແລະ ອະດີດ​ພະນັກງານ​
ລັດຖະບານກາງ ຫຼາຍ​ເຖິງ ນຶ່ງ​ລ້ານ​ຄົນ​ພ້ອມ.”

ອົງການ OPM ກ່າວ​ເມື່ອອາທິດ​ແລ້ວ​ນີ້ ວ່າ ​ມີ​ຈຳນວນ​ພະນັກງານທັງ ໃນ​ປັດຈຸບັນ ​ແລະ
ອະດີດ ຫຼາຍ​ເຖິງ 4 ລ້ານຄົນ ອາດ​ໄດ້​ຮັບ​ຜົນ​ກະທົບ ​ຈາກການ​ເຈາະ​ຂໍ້​ມູນ ​ເມື່ອ​ເດືອນ
ທັນວາ ​ຊຶ່ງ​ເປັນ​ເຫດການຮົ່ວໄຫລ ຂອງຂໍ້​ມູນ​ພະນັກງານ​ລັດຖະບານ ທີ່ຮ້າຍແຮງສຸດ ​
ໃນ​ຮອບຫຼາຍໆປີ.

US Government Hacking
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG