ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄື່ອງ​ຍົນພິ​ເສດ​ທີ່​ບໍ່ມີຄົນ​ຂັບ drone ຈະ​ນຳ​ໃຊ້​ໃນ​ການຊອກຫາ ເຮືອບິນມາເລເຊຍ MH370


ຮູບພາບຈາກຫ້ອງການຂົນສົ່ງ ແລະຄວາມປອດໄພຂອງອອສ ເຕຣ ເລຍ (ATSB) ສະແດງໃຫ້ເຫັນ ກຳປັ່ນຄົ້ນຫາເຮືອບິນ ກຳລັງລ່ອງລອຍຢູ່ ມະຫາສະມຸດອິນເດຍ.
ຮູບພາບຈາກຫ້ອງການຂົນສົ່ງ ແລະຄວາມປອດໄພຂອງອອສ ເຕຣ ເລຍ (ATSB) ສະແດງໃຫ້ເຫັນ ກຳປັ່ນຄົ້ນຫາເຮືອບິນ ກຳລັງລ່ອງລອຍຢູ່ ມະຫາສະມຸດອິນເດຍ.

ອອສ​ເຕຣ​ເລຍ ກ່າວ​ວ່າ ການ​ຊອກ​ຄົ້ນ​ຫາ​ຢູ່ໃຕ້​ນໍ້າ​ໂດຍ​ເຄື່ອງ​ຍົນ​ທີ​ບໍ່​ມີ​ຄົນ​ຂັບ drone ຈະ​ຖືກ​ນຳ​ໃຊ້​ໃນ​ການ​ດຳ​ເນີນ​ຕໍ່ ​ຢູ່​ທະ​ເລ​ເລິກ ​ເພື່ອຊອກ​ຫາເຮືອບິນ​ມາ​ເລ​ເຊຍ​ຖ້ຽວ​ບິນ 370 ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ນັ້ນ.

ຫ້ອງການປ້ອງກັນຄວາມປອດໄພ​ຂົນ​ສົ່ງ ​ອອສ​ເຕຣ​ເລຍ ຫລື ATSB ກ່າວ​ໃນ​ວັນ​ພຸດ​ມື້​ນີ້ ວ່າ ມັນ​ຈະ​ເໝາະສົມ​ເຂົ້າ​ກັບ​ກຳ​ປັ່ນ​ລຳ​ນຶ່ງ​ທີ່​ພົວພັນ​ກັບ​ການ​ຊອກ​ຄົ້ນ​ຫາ​ຢູ່່​ທະ​ເລ​ເລິກ ກັບ​ເຄື່ອງ​ຍົນພິ​ເສດ​ທີ່​ບໍ່ມີຄົນ​ຂັບ drone ທີ່​ຈະ​ນຳ​ໃຊ້​ໃນ​ການ​ສືບ​ສວນ​ຊິ້ນ​ສ່ວນ​ຫັກ​ພັງ​ທີ່​ໄດ້​ພິສູດ​ໃນ​ການ​ຄົ້ນ​ຫາ​ເທື່ອ​ກ່ອນ ທີ່ເຫັນ​ວ່າ​ເປັນ “ສົມບັດ​ທີ່​ເຮັດ​ຂຶ້ນ​ເອງ.”

The ATSB ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “The ROV (remotely operared vehicle) ຈະ​ມີໜ້າ​ທີ່​ຊອກ​ຫາ ​ແລະ​ສື​ບສວນ ຜ່ານ​ທາງ​ຮູບ​ພາບ ວີ​ດີ​ໂອ ລະຍະ​ຂອງ​ເຄຶ່ອງຕິດ​ຕໍ່ ຊອກຫາ sonar ທີ່​ໄດ້​ພິສູດ​ລະຫວ່າງ​ການ​ປະຕິບັດ​ງານ​ແກ່​ດືງຢູ່​ພື້ນ​ທະ​ເລ​ເລິກ​ໃນ​ເທື່ອ​ກ່ອນ. ສະພາບ​ອາກາດ​ໜາວ​ໄດ້ ​ເກີດ​ຂຶ້ນ ຈົນ​ເຖິງ​ປັດຈຸບັນ​ນີ້ ​ໄດ້​ກີດ​ກັ້ນ​ຄວາມປອດ​ໄພ​ຂອງ​ການ​ປ່ອຍ​ເຄື່ອງ ​ROV ​ແຕ່ວ່າ​ບັດ​ນີ້​ສະພາບ​ທາງ​ທະ​ເລ​ໄດ້​ດີ​ຂຶ້ນ.

ການ​ຊອກ​ຄົ້ນ​ຫາ​ຈະ​ເກີດ​ຂຶ້ນ​ຢູ່ຊາຍ​ຝັ່ງຕາ​ເວັນ​ຕົກ​ຂອງອອສ​ເຕຣ​ເລຍ ບ່ອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ຫລາຍ​ກວ່າ 20 ອັນ​ທີ່​ເຄື່ອງ sonar ຫາໄດ້ ຊຶ່ງຕ້ອງ ການໆ​ສັນລະສູດ​ຕໍ່​ໄປ.

ສາຍ​ການບິນ​ມາ​ເລ​ເຊຍ ໄດ້​ຫາຍ​ສາບ​ສູນ​ໄປເມືຶ່ອ​ກວ່າ​ສອງ​ປີ​ກ່ອນ ​ໃນ​ວັນ​ທີ 8 ​ເດືອນ​ມີນາ ປີ 2014 ​ເວລາ​ເດີນທາງ​ໄປ​ນະຄອນ​ຫຼວງປັກ​ກິ່ງ ຈາກ ນະຄອນ​ຫຼວງກົວ​ລາ​ລຳ​ເປີ ​ມີ​ຜູ້​ໂດຍສານ 239 ຄົນ​ຢູ່​ເທິງເຮືອບິນ.

​ເຖິງ​ແມ່ນ​ວ່າຈະ​ໄດ້​ມີການ​ປະຕິບັດ​ງານ ​ພະຍາຍາມ​ຊອກ​ຄົ້ນ​ຫາ​ຢ່າງ​ບໍ່ຢຸດຢ່ອນ ຢູ່​ຊາຍ​ຝັ່ງ​ອອສ​ເຕຣ​ເລຍ​ບ່ອນ​ທີ່​ພວກ​ສືບສວນ​ເຊື່ອ​ວ່າ​ເຮືອບິນ​ໄດ້​ຕົກ​ຢູ່​ທີ່​ນັ້ນ ​ແຕ່​ກໍບໍ່​ໄດ້​ເຫັນ ຮ່ອງ​ຮອຍ​ໃດໆ​ຂອງ​ເຮືອບິນ ​ແລະ​ບັ​ນດາ​ຜູ້​ໂດຍສານ​ຢູ່​ໃນ​ເຮືອບິນນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ຂົນ​ສົ່ງ​ອອສ​ເຕຣ​ເລຍ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ການ​ຊອກ​ຄົ້ນ​ຫາ​ຢູ່​ໃນ​ເຂດ 120,000 ​ຕາຕະລາງກິ​ໂລ​ແມັດ ບ່ອນສົງ​ໄສ​ວ່າ​ເຮືອບິນ​ຕົກລົງໄປ​ນັ້ນ​ ມີ​ກຳນົດ​ວ່າ​ຈະ​ເສັດ​ສີ້​ນລົງ​ໃນ​ເດືອນ​ມັງກອນ ຫລື​ກຸມພາປີໜ້ານີ້.

​ເວລາ​ໃດ​ການ​ຊອກ​ຄົ້ນ​ຫາ​ຢູ່ເຂດ​ດັ່ງກ່າວ​ສິ້ນ​ສຸດ​ລົງ ລັດຖະບານ​ຈີນ ມາ​ເລ​ເຊຍ ​ແລະ​ອອສ​ເຕຣ​ເລຍ ​ເຫັນ​ດີ​ທີ່​ຈະ​ຍົກ​ເລີກ​ຄວາມ​ພະຍາຍາມຢ່າງ​ຖາວອນ ຍົກ​ເວັ້ນວ່າຈະມີ​ລາຍ​ລະອຽດ​ໃໝ່​ເກີດ​ຂຶ້ນ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG