ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາຍໃຕ້ຄວາມກົດດັນ ຂອງທະຫານ ກຸ່ມ IS ສູນເສຍດິນແດນ ທີ່ຕົນຄຸ້ມຄອງ 22 ເປີເຊັນແລ້ວ


ກອງກຳລັງຮັກສາຄວາມປອດໄພ ຂອງອີຣັກ ຖືທຸງຂອງລັດ ອິສລາມ ຊຶ່ງພວກເຂົາເຈົ້າດຶງມັນລົງມາ ຈາກ ມະຫາວິທະຍາໄລ ນະຄອນ Anbar, ໃນແຂວງ Anbar ເມື່ອເດືອນ ກໍລະກົດ ທີ 26, 2015.
ກອງກຳລັງຮັກສາຄວາມປອດໄພ ຂອງອີຣັກ ຖືທຸງຂອງລັດ ອິສລາມ ຊຶ່ງພວກເຂົາເຈົ້າດຶງມັນລົງມາ ຈາກ ມະຫາວິທະຍາໄລ ນະຄອນ Anbar, ໃນແຂວງ Anbar ເມື່ອເດືອນ ກໍລະກົດ ທີ 26, 2015.

ການເພີ້ມຄວາມກົດດັນທາງດ້ານທະຫານ ຕໍ່ພວກນັກລົບລັດ
ອິສລາມ ຢູ່ໃນທັງ ຊີເຣຍ ແລະ ອີຣັກ ໄດ້ເຮັດໃຫ້ກຸ່ມດັ່ງກ່າວ
ສູນເສຍພື້ນທີ່ປົກຄອງຂອງຕົນ 22 ເປີເຊັນ ໃນລະຍະ 15
ເດືອນທີ່ຜ່ານມາ ໂດຍມີ 8 ເປີເຊັນ ​ໄດ້ສູນເສຍໄປ ນັບຕັ້ງແຕ່
ຕົ້ນປີນີ້ເປັນຕົ້ນມາ.

ນັ້ນ ແມ່ນຜົນຂອງການວິເຄາະ ໂດຍກຸ່ມສັງເກດການ IHS
Jane’s ທີ່ໄດ້ກ່າວວ່າ ພວກຫົວຮຸນແຮງຖືກ “ໂດດດ່ຽວຫຼາຍ
ຂຶ້ນ ແລະ ເປັນທີ່ເຂົ້າໃຈວ່າ ກຳລັງ​ຢູ່​ໃນ​ສະພາບເຊື່ອມຖອຍ.”

ກຸ່ມ IHS ໄດ້ຊີ້ໄປບໍລິເວນທາງພາກເໜືອຂອງຊີເຣຍ ລະຫວ່າງ
ເມືອງ Raqqa ທີ່ລັດອິສລາມໄດ້ປະກາດໃຫ້ເປັນເມືອງຫຼວງ ແລະ ເຂດຊາຍແດນ ຂອງ
ເທີກີ ບ່ອນທີ່ມີການໂຈມຕີທາງອາກາດຈາກຣັດເຊຍ ແລະ ກຸ່ມແນວໂຮມທີ່ນຳພາໂດຍ
ສະຫະລັດ ສົມທົບກັບ ພວກນັກລົບຊາວເຄີດ ແລະ ຊາວຊຸນນີ ຢູ່ທາງພາກພື້ນດິນ ທີ່ໄດ້
ຕີພວກຫົວຮຸນແຮງອອກໄປ ແລະ ໄດ້ປົດປ່ອຍດ່ານ​ຂ້າມ​ຊາຍ​ແດນທີ່ສຳຄັນຫຼາຍແຫ່ງ.
ປັດຈຸບັນນີ້ ກຸ່ມລັດອິສລາມ ຄວບຄຸມເຂດແດນສ່ວນນ້ອຍຂອງຊີເຣຍເທົ່ານັ້ນ ບ່ອນທີ່
ພວກ​ເຂົາສາມາດລັກລອບ ຂົນສົ່ງສະບຽງ ແລະພວກນັກລົບຈາກເທີກີ.

FILE - Smoke rising after a Russian airstrike hit buildings in the town of Latamna in the area of Hama in Eastern Syria, Oct. 7, 2015.
FILE - Smoke rising after a Russian airstrike hit buildings in the town of Latamna in the area of Hama in Eastern Syria, Oct. 7, 2015.

ນອກຈາກການຖິ້ມລະເບີດຂອງຣັດເຊຍ ທີ່​ເປັນ​ບັນຫາຖົກຖຽງກັນ​ແລ້ວ ປະ​ເທດຕາເວັນຕົກ
ຍັງ​ກ່າວ​ຫາວ່າ ກອງກຳລັງຂອງຣັດເຊຍ ​ແມ່ນໄດ້ເພັ່ງເລັງການ​ໂຈ​ມຕີໃສ່ພວກນັກລົບ ຕໍ່ຕ້ານ
ລັດຖະບານຫຼາຍເກີນໄປ ເພື່ອການສະໜັບສະໜູນປະທານາທິບໍດີຊີເຣຍ ທ່ານ Bashar
al-Assad ແທນທີ່ຈະແນໃສ່ກຸ່ມລັດອິສລາມ. ແຕ່ການເລີ້ມໂຈມຕີທາງອາ ກາດຂອງຣັດເຊຍ
ເມື່ອວັນທີ 30 ກັນຍາປີກາຍນີ້ ໄດ້ເປັນຂີດໝາຍສຳ ຄັນຂອງການເພີ້ມຂຶ້ນ ໃນການ​ໂຈມ​ຕີ​
ທາງອາກາດ ໂດຍລວມ.

ລະຫວ່າງວັນທີ 1 ມັງກອນ 2015 ແລະ ການເລີ້ມໂຈມຕີທາງອາກາດຂອງຣັດເຊຍນັ້ນ
ພວກເຮືອບິນລົບ ໃນກຸ່ມແນວໂຮມທີ່ນຳພາໂດຍສະຫະລັດ ໄດ້ປະຕິບັດການໂຈມຕີ ທາງ
ອາກາດ ສະເລ່ຍ​ແລ້ວ ​ແມ່ນ 20 ຖ້ຽວຕໍ່ມື້ ຢູ່ໃນອີຣັກ ແລະ ຊີເຣຍ. ຕັ້ງແຕ່ຣັດເຊຍເລີ້ມຕົ້ນ
ຖິ້ມລະເບີດ ຕົວເລກດັ່ງກ່າວນັ້ນ ໄດ້ເພີ້ມສູງຂຶ້ນ 23 ຖ້ຽວຕໍ່ມື້ ອີງຕາມການວິເຄາະຂໍ້ມູນ
ຈາກທຳນຽບຫ້າແຈ ຂອງວີໂອເອ.

ໃນຂະນະທີ່ ກອງກຳລັງປະສົມ ໄດ້ໂຈມຕີກຸ່ມລັດອິສລາມໃຫ້ຖອຍໄປ ຢູ່ໃນພາກເໜືອ
ຂອງຊີເຣຍ ກຳລັງທີ່ສະໜັບສະໜູນລັດຖະບານ ຢູ່ໃນອີຣັກ ໄດ້ທຳຄວາມຄືບໜ້າ ທີ່​ສະ​
ແດງໃຫ້ເຫັນວ່າ ທາງກອງທັບບົກ ແລະ ພວກທະຫານບ້ານຊາວຊຸນນີ ແລະຊີໄອ ຢຶດເອົາ
ເມືອງ Ramadi ຄືນ​ມາ​ໄດ້. ອີຣັກ ວາງແຜນທີ່ຈະປະຕິບັດການໂຈມຕີເຊັ່ນດຽວກັນນີ້ ຢູ່ທີ່
ເມືອງ Mosul ທາງພາກເໜືອຂອງ​ປະ​ເທດ ຊຶ່ງເປັນນຶ່ງໃນບໍລິເວນຫຼັກ ທີ່ພວກຫົວຮຸນແຮງ
ໄດ້ປົກຄອງມາໄດ້ດົນກວ່າ ປີເຄິ່ງ ແຕ່ການປະ ຕິບັດການດັ່ງກ່າວ ​ແມ່ນ​ຍັງຈະບໍ່ເກີດຂຶ້ນ​
ເທື່ອ​ໃນ​ເວລາ​ນີ້.

XS
SM
MD
LG