ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ຕິຕຽນ ພວກຜູ້ນຳອີຣ່ານ ທີ່ຍຸແຍ່ໃຫ້ເກີດ ຄວາມຄຽດແຄ້ນ


ທ່ານ Ban Ki-moon ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ
ທ່ານ Ban Ki-moon ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-
moon ໄດ້ຕຳໜິຕິຕຽນຢ່າງແຮງຕໍ່ຜູ້ນຳສູງສຸດແລະປະທານາ
ທິບໍດີຂອງອີຣ່ານ ໃນມື້ວັນສຸກວານນີ້ ໂດຍໄດ້ກ່າວເຖິງການ
ໃຊ້ສຳນວນໂວຫານ ຕໍ່ຕ້ານອິສຣາແອລ ຂອງພວກທ່ານວ່າ ເປັນທີ່ບໍ່ເພິ່ງປາດຖະໜາແລະຍຸແຍ່ໃຫ້ເກີດຄວາມຄຽດແຄ້ນ.

ລະຫວ່າງການໂຮມຊຸມນຸມໃນວັນສຸກວານນີ້ ປະທານາທິບໍ
ດີອີຣ່ານ ທ່ານ Mahmoud Ahmadinejad ກ່າວຕໍ່ພວກ
ທີ່ໄປຮ່ວມພິທີສູດມົນ ທີ່ພາກັນໂຮຮ້ອງຢູ່ທີ່ມະຫາວິທະຍາ
ໄລເຕຫະຣ່ານວ່າ ພາກຕາເວັນອອກກາງໃໝ່ ຈະບໍ່ມີຮ່ອງ
ຮອຍຂອງອາເມຣິກາຫຼືອິສຣາແອລເຫຼືອຢູ່ເລີຍ.

ໃນຕົ້ນອາທິດນີ້ສື່ມວນຊົນຂອງອີຣ່ານກໍລາຍງານວ່າຜູ້ນຳ
ສູງສຸດຂອງອີຣ່ານ Ayatollah Ali Khameneiເວົ້າວ່າວັນນຶ່ງຂ້າງໜ້າອິສຣາແອລ ຈະກັບ ຄືນໄປເປັນຂອງປະເທດປາແລສໄຕນ໌ ແລະຈະບໍ່ເຫຼືອຢູ່ອີກຕໍ່ໄປ.

ຖະແຫຼງການຂອງທ່ານ Ban Ki-moon ເວົ້າວ່າ ພວກຜູ້ນຳທັງໝົດຢູ່ໃນຂົງເຂດຄວນ ຈະໃຊ້ຄຳເວົ້າຂອງພວກທ່ານ ເພື່ອຊັກຊວນໃຫ້ມີການຫຼຸດຜ່ອນ ແທນທີ່ຈະເພີ່ມທະວີ ຄວາມເຄັ່ງຕຶງ.
XS
SM
MD
LG