ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຍື່ນມືຫາຊາວໜຸ່ມ ເພື່ອປ້ອງກັນ ບໍ່ໃຫ້ເຂົາເຈົ້າ ຖືກເກນໄປເປັນ ພວກຫົວຮຸນແຮງ


UN Youth Outreach Aims to Prevent Radicalization
please wait

No media source currently available

0:00 0:02:02 0:00

ໃນການ​ຕໍ່​ສູ້​ຂອງໂລກ ຕ້ານພວກ​ຫົວ​ຮຸນ​ແຮງ​ຈັດນັ້ນ​ ສະ​ພາ
​ຄ​ວາມ​ໝັ້ນ​ຄົງສະ​ຫະ​ປະ​ຊ​າ​ຊາດໄດ້​ພະ​ຍາ​ຍາມ​ຢຸດ​ຢັ້ງ​ກ​ານ
ສົ່ງເງິນທຶນໄປສະໜັບສະໜຸນ ພວກ​ກໍ່​ການ​ຮ້າຍ ອະ​ນຸ​ຍາດ
​ໃຫ້ທຳການ​ໂຈມ​ຕີ​ທາງ​ອາ​ກາດແລະ​ການ​ປະ​ຕິ​ບັດ​ງານທາງ
ທະຫານອື່ນໆ​ ​ຕະຫລອດກ​ານ​ລົງ​ໂທດຕໍ່ພວກ​ເຂົານຳດ້ວຍ.
ໃນ​ວັ​ນ ພຸດ ທີ 9 ​ທັນວາຜ່ານ​ມານີ້ ສະ​ພາຄ​ວາມ​ໝັ້ນ​ຄົ​ງກໍ
ໄດ້​ເອົາ​ບາດ​ກ້າວ​ໃໝ່ໂດຍ ຊອກຫາຊ່ອງ​ທາງ ເພື່ອ​ປ້ອງ​ກັນ
ບໍ່ໃຫ້ບັນ​ດາຊາວ​ໜຸ່ມ​ຂອງ​ໂລກ ​ຖືກເກັບ​ເກນ​ໂດຍກຸ່ມທີ່ຢູ່
ໃນເງົາ​ມືດ ແລະເປັນ​ອັນ​ຕະ​ລາຍ​ເຫລົ່າ​ນີ້. ນັກ​ຂ່າວວີ​ໂອເອ
Mar-garet Besheer ມີລາຍງານ​ເລື້ອງ​ນີ້​ຊຶ່ງ ​ກິ່ງ​ສະ​ຫວັນ
ຈະ​ນຳມາ​ສະ​ໜີ​ທ່ານ.

ພົນ​ລະ​ເມືອງ​ທີ່​ເປັນຊາວ​ໜຸ່ມຂອງ​ໂລກ ແມ່ນມີຈຳນວນຫຼາຍເປັນປະຫວັດ ການແບບ​ບໍ່
​ເຄີຍມີມ​າ​ກ່ອນ ຊຶ່ງໃນປັດ​ຈຸ​ບັນ​ນີ້​ມີ​ຢູ່ທັງໝົດ 1 ພັນ 800 ​ລ້ານ​ຄົນ ທີ່ີມີອາ​ຍຸລະ​ຫວ່າງ
10 ຫາ 24 ປີ.

​ສ່ວນ​ຫລາຍ​ແລ້ວ ແມ່ນພາ​ກັນ​ຢູ່ບັນ​ດາປະ​ເທດ​ທີ່ກຳ​ລັງ​ພັດ​ທະ​ນາ. ຫລາຍ​ຄົນ​ແມ່ນທຸກ
​ຍາກ​ລຳ​ບາກ ບໍ່​ໄດ້​ຮັບ​ການ​ສຶກ​ສາ​ ແລະ​ຫວ່າງ​ງານ ເຮັດ​ໃຫ້​ເຂົາ​ເຈົ້າ ສ່ຽງ​ຕໍ່​ກ​ານຖືກ​ເກນ
​ເຂົ້າ​ເປັນສະມາຊິກຂອງກຸ່ມ​ທະຫານບ້ານ ແລະພວກກໍ່​ກ​ານ​ຮ້າຍຕ່າງໆ ເຊັ່ນກຸ່ມ​ທີ່​ຮ້ອງ
ວ່າ ລັດ​ອິ​ສ​ລາມ ເປັນຕົ້ນ.

​ທ່ານ Ahmad Alhendawi ທູດ​ພິ​ເສດສະ​ຫະ​ປະ​ຊາ​ຊາດ ຮັບຜິດຊອບກ່ຽວກັບເລື້ອງ​
ຊາວໜຸ່ມກ່າວ​ວ່າ “ປັດ​ຈຸ​ບັ​ນ​ນີ້ພວກ​ເຮົາ​ທັງ​ໝົດ​ຮັບ​ຮູ້ວ່າ ບັນ​ດາ​ຊາວ​ໜຸ່ມ​ພາ​ກັນຕົກ​ຢູ່
​ໃນ​ອັນ​ຕະ​ລາຍຕໍ່​ການ​ຖືກ​ເກນ​ເຂົ້າ​ໄປ​ຢູ່​ໃນ​ກຸ່ມ​ຫົວ​ຮຸນ​ແຮງຈັດ​ຕ່າງໆແລະ​ພ​ວກ​ເຮົາ
​ຕ້ອງ​ຫັນ​ປ່ຽນ​ວິທີການຂອງ​ພວກ​ເຮົາໂດຍ​ເຂົ້າໄປ​ພົວ​ພັນກັບ​ພວກຊາວ​ໜຸ່ມ​ ໃນຖາ
ນະທີ່​ເປັນ​ພາຄີ ໃນ​ການ​ຕໍ່​ສູ້​ຕ້ານພວກ​ຮຸນ​ແຮງ​ຈັດ. ​ພວກ​ເຮົາ​ຈຳເປັນຕ້ອງໄດ້​ແກ້ໄຂ

ເຊັ່ນດຽວ​ກັນ ເພາະການລະບຸວ່າພວກຊາວ​ໜຸ່ມ​ເປັນສ່ວນນຶ່ງຂອງ​ບັນ​ຫາ​ນັ້ນຈະ​
ຕ້ອງໄດ້​ຢຸດ​ເຊົາ.”

​ຢູ່​ໃນ​ມະຕິຂອງສະ​ພາ​ຄວາມ​ໝັ້ນ​ຄົງ ທີ່​ໄດ້ມີການ​ຮັບ​ເອົາ​ດ້ວຍຄະແນນສຽງຢ່າງ ເປັນ
ເອກກະສັນ ໃນ​ວັນພຸດ​ທີ 9 ທັນວາ​ຜ່ານ​ມານັ້ນ ແມ່ນໄດ້ຮັບສຽງ​ຕົບ​ມືຊົມ ເຊີຍແບບທີ່
ບໍ່ຄ່ອຍໄດ້ເຫັນກັນ.

ຫລາຍ​ປະ​ເທດ​ໄດ້​ຮຽກ​ຮ້ອງ ​ໃຫ້​ປົກ​ປ້ອງ​ບັ​ນ​ດາຊ​າວ​ໜຸ່ມ​ໃຫ້​ດີ​ຂື້ນກວ່າເກົ່າ​ຢູ່​ໃນ​ເຂດ​ທີ່
ເກີດບັນຫາ​ແຍ້ງ​ ແລະ​ຊັກ​ຊວນ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມຂັ້ນຕອນ​ສັນ​ຕິ​ພາບ ໃນຍຸກຫລັງ
​ຈາກການຂັດ​ແຍ້ງແລ້ວ. ມະຕິດັ່ງກ່າວນີ້ຍັງໄດ້ເນັ້ນໜັກເຖິງຄວາມ ​ສຳ​ຄັນ​ໃນການແກ້
ໄຂອົງປະກອບ​ຕ່າງໆທີ່​ນຳ​ໄປ​ສູ່​ການ​ເພີ້​ມ​ທະ​ວີ​ຂຶ້ນຂອງພວກ ຫົວ​ຮຸນ​ແຮງ​ຈັດ.

ທ່ານ​ນາງ Dina Kawar ເອກອັກຄະລັດຖະ​ທູດຈໍ​ແດນ ປະຈຳອົງການສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ “ມີ​ຄວາມ​ຈຳເປັນທີ່ຈະຕ້ອງໄດ້​ເພີ້ມລະ​ດັບ​ຂອງ​ການ​ເຮັດ​ວຽກ ເພື່ອ​ຄ້ຳ​ປະ​ກັນໃຫ້ມີການພັດ​ທະ​ນາແບບຍືນຍົງ ເພາະ​ວ່າ​ພວກຊາວ​ໜຸ່ມ ຈະບໍ່​ພຽງ​ແຕ່​ເປັນ​
ເຄື່ອງ​ມືໃນການທຳ​ລາຍເທົ່ານັ້ນ ແຕ່​ຍັງຈະເປັນ​ສິ່ງທີ່​ຊ່ວຍ​ໃນ​ການສ້າງ​ສານຳດ້ວຍ.”

ນັ້ນ​ໝາຍ​ຄວາມ​ວ່າ ເປີດໂອກາດ​ໃຫ້​ພວກ​ຊາວ​ໜຸ່ມ ໂດຍ​ສະ​ເພາະພວກທີ່ຢູ່ໃນເຂດສົງ
ຄາມມີທາງ​ເລືອກ​ ຮວມ​ທັງ​ຊ່ອງ​ທາງ​ໃນການເຂົ້າເຖິງການ​ສຶກ​ສາ ເຝິກ​ແອບວິ​ຊາ​ອາ​ຊີບ
ແລະ​ມີໂອ​ກາດກ່ຽວກັບ​ວຽກ​ເຮັດ​ງານ​ທຳ.

​ນອກນັ້ນແລ້ວ ມັນຍັງ​ພົວ​ພັນ​ກັບ​ການ​ຍືນ​ມືເຂົ້າໄປ​ຫາໃນດ້ານ​ສື່​ສັງ​ຄົມນຳດ້ວຍ.

ທູດ​ພິ​ເສດສະ​ຫະ​ປະ​ຊາ​ຊາດຮັບຜິດຊອບກ່ຽວກັບເລື້ອງ​ຊາວໜຸ່ມ ທ່ານ Ahmad
Alhendawi ກ່າວ​ວ່າ “ພ​ວກ​ເຮົາ​ຮູ້​ວ່າມີບັນ​ຊີ Twitter ​ຢູ່​ເກືອບ 50,000 ບັນ ​ຊີ ທີ່​
ພົວ​ພັນ​ກັບສະມາຊິກຂອງກຸ່ມລັດອິສລາມຫຼື ISIS ຊຶ່ງໃນແຕ່ລະມື້ ມີພວກ ສະໜັບ
ສະໜຸນ​ ISISສົ່ງຂໍ້ຄວາມຕ່າງໆ ຜ່ານທາງ Twitter ເກືອບ 90,000 ຂໍ້ຄວາມ. ພວກ
​ເຮົາ​ຕ້ອງ
ໄດ້ຮັບໄຊ​ຊະ​ນະ​ໃນສົງ​ຄາມ​ທາງ​ອິນ​ເຕີ​ແນັດແລະນອກ ຈໍຄອມພິວເຕີ້ ​ໂດຍ​
ການເຂົ້າ
ໄປ​ພົວ​ພັນ​ກັບ​ພວກຊາວ​ໜຸ່ມ.”

​ດ້ວຍມະຕິ​ດັ່ງ​ກ່າວ ທາງສະ​ພາ​ຄວາມ​ໝັ້ນ​ຄົງອົງການສະຫະປະຊາຊາດແມ່ນຮັບ ຮູ້ວ່າ ພວກຊາວໜຸ່ມໃນທຸກມື້ນີ້​ ຈະເປັນຜູ້ຫຼໍ່ຫຼອມອະນາຄົດຂອງໂລກໃນວັນຂ້າງໜ້າ ແລະຖ້າ
ຢາກໃຫ້ໂລກຂອງເຮົາ ເປັນໂລກທີ່ມີແຕ່ສັນຕິພາບແລະວັດທະນາ ຖາວອນແລ້ວ​ ພວກ
ເຂົາເຈົ້າຕ້ອງໄດ້ລົງມືໃນການສ້າງສາມັນຂຶ້ນມາເອງ.

XS
SM
MD
LG