ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ເຕືອນ ກ່ຽວກັບ ການເສຍຊີວິດ ຂອງພວກເດັກນ້ອຍ ທີ່ຂາດແຄນ ອາຫານ ໃນຊູດານໃຕ້


ແມ່ແລະລູກສາວ ຢູ່ທີ່ຄລີນິກແຫ່ງນຶ່ງ ໃນສູນ Juba ຊູດານໃຕ້
ແມ່ແລະລູກສາວ ຢູ່ທີ່ຄລີນິກແຫ່ງນຶ່ງ ໃນສູນ Juba ຊູດານໃຕ້
ອົງການສະຫະ​ປະຊາ​ຊາດ ກ່າວ​ວ່າ ໄພ​ອຶດ​ຢາກ​ ໃນຊູ​ດານ
​ໃຕ້ມີທ່າທາງວ່າ​ຈະ​ເຮັດ​ໃຫ້ເດັກນ້ອຍເສຍ​ຊີວິດ​ຫລາຍເຖິງ
50,000 ຄົນ​ໃນ​ປີ​ນີ້ ຖ້າຫາກ​ວ່າບໍ່​ມີ​ການ​ເອົາມາດຕະການ
ເພີ້ມ​ເຕີມ ໃນ​ທັນ​ທີໂລດ.

ອົງການ​ກອງທຶນເດັກຂອງສະຫະປະຊາຊາດຫລື UNICEF
ກ່າວ​ວ່າ ​ເດັກນ້ອຍໃນຈຳນວນຕື່ມ​ອີກ 250,000 ​ຄົນຈະ​ປະ
ເຊີນກັບການ​ຂາດ​ອາຫານຢ່າງຮ້າຍ ແຮງ ພາຍ​ໃນ​ທ້າຍປີ​ນີ້
ຖ້າ​ຫາກ​ບໍ່ໄດ້ຮັບການ​ປິ່ນປົວເພີ້ມຕື່ມ.

ລາຍ​ງານ​ກ່າວ​ວ່າ ປະ​ເທດຊູດານໃຕ້ ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ
ຂາດແຄນອາຫານ ຢ່າງ​ສຸກ​ເສີນ ນັບ​ຕັ້ງ​ແຕ່​ໄດ້ເປັນ​ເອກ​ກະລາດ​ຈາກຊູ​ດານ​ໃນ​ປີ
2011. ສະພາບ​ການ​ໄດ້​ຮ້າຍ​ແຮງ​ຂື້ນ ນັບ​ແຕ່​ເກີດ​ການ​ຂັດ​ແຍ້​ງກັນ ໃນ​ປີ​ແລ້ວ​ນີ້​ລະ
ຫວ່າງທະ ຫານ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່ປະທານາທິບໍດີ Salva Kiir ​ແລະ​ບັນດາ​ຜູ້​ສະໜັບສະ
ໜູນ ອະດີດ​ຜູ້​ຮອງ​ຂອງ ຄືທ່ານ Reik Machar.

ອົງການ UNICEF ກ່າວ​ວ່າ ຫລາຍ​ກວ່າ 3 ລ້ານ 7 ​ແສນ​ຄົນ ຢູ່​ໃນ​ປະ​ເທດ ດັ່ງກ່າວ
ກຳລັງ​ມີຄວາມ​ຍາກ​ລຳບາກ​ໃນ​ການ​ຊອກ​ຫາ​ອາຫານ​ກິນໄດ້​ຢ່າງ​ພຽງພໍ ​ໂດຍ​ທີ່
ຫລາຍໆ​ຄົນ​ພາກັນຊອກ​ຫາ​ກິນ​ອາຫານ ທີ່ມີຢູ່ຕາມທຳມະຊາດ ເຊັນ​ວ່າ ຫົວມັນ ​ແລ​ະ
ຜັກປ່າຕ່າງໆ. ອົງການ UNICEF ​ກ່າວ​ວ່າ ​ມາຮອດປັດຈຸນີ້ຕົນ ຫາ​ເງິນ​ໄດ້​ແຕ່ພຽງ 4
ລ້ານ 6 ​ແສນ​ໂດ​ລາ ​ໃນ​ຄວາມ​ພະຍາຍາມ​ເພື່ອເຂົ້າໄປ ຊ່ວຍພວກເດັກນ້ອຍທີ່ຂາດ​
ອາຫານ​ຢ່າງຮ້າຍ​ແຮງ ​ແລະ​ເວລາ​ນີ້ ຍັງຕ້ອງການ ເງິນຢູ່ 38 ລ້ານ​ໂດ​ລາ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG