ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ມຽນມາ ຍຸຕິການໂຈມຕີ ທາງອາກາດ ຢູ່ລັດກະຈິນ


ພວກນັກເຄຶ່ອນໄຫວເດີນປະທ້ວງຢູ່ຢາງກຸ້ງໃຫ້ຍຸຕິການສູ້ລົບໃນພາກເໜືອຂອງມຽນມາ
ພວກນັກເຄຶ່ອນໄຫວເດີນປະທ້ວງຢູ່ຢາງກຸ້ງໃຫ້ຍຸຕິການສູ້ລົບໃນພາກເໜືອຂອງມຽນມາ
ສະຫະລັດ​ແລະ​ອົງການ​ສະຫະ​ປະຊາ​ຊາດ ກໍາລັງ​ຮຽກຮ້ອງ​ໃຫ້​ລັດຖະບານ ມຽນມາ​ຍຸຕິ​ການ​ໂຈມ​ຕີ​ທາງ​ອາກາດ​ ຕໍ່​ກຸ່ມ​ກະບົດ​ໃນ​ລັດ​ກະ​ຈິນ ທາງ​ພາກ​ເໜືອ​ຂອງ​ປະ​ເທດ ບ່ອນ​ທີ່​ເຫດການ​ຄວາມ​ຮຸນ​ແຮງຊຶ່ງ​ກໍາລັງ​ເພີ່ມ​ທະວີ​ຂຶ້ນເປັນ​ໄພ​ຂົ່ມຂູ່ຕໍ່ຂັ້ນຕອນ​ການ​ປະຕິຮູບ​ຂອງ​ປະ​ເທດ.

ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ວ່າ ວໍ​ຊິງຕັນ ​ແມ່ນ​ຮູ້ສຶກ​ກັງວົນໃຈຫຼາຍທີ່​ສຸດ ຈາກ​ການ​ໃຊ້​ກໍາລັງ​ທາງ​ອາ ກາດ​ຂອງ​ລັດຖະບານ​ມຽນມາ ​ແລະ​ຮຽກຮ້ອງ​ໃຫ້ເປີດການ​ເຈລະຈາ​ກັນ ທີ່​ອາດ​ສາມາດ​ນໍາ​ໄປ​ສູ່​ການ​ຍຸຕິ​ການ​ສູ້​ລົບ​ກັນ​ໄດ້.

ທ່ານ​ນາງ ນູລັນ ​ເວົ້າ​ວ່າ “ພວກ​ເຮົາ​ກໍາລັງ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ລັດຖະບານ ມຽນມາ​ແລະ​ອົງການ​ເພື່ອ​ຄວາມ​ເປັນເອກ​ກະລາດ​ຂອງ​ເຜົ່າກະ​ຈິນ ຈົ່ງ​ຍຸຕິ​ຂໍ້​ຂັດ​ແຍ້​ງກັນ​ ​ແລະເປີດການ​ໂອ້​ລົມ​ສົນທະນາ​ກັນ​ຢ່າງ​ແທ້​ຈິງ ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ບໍ່ພໍໃຈ​ຕ່າງໆ ດັ່ງ​ທີ່​ລັດຖະບານ​ມຽນມາ​ສາມາດໄດ້ກະທໍາ​ມາ​ຕະຫຼອດ ​ຢູ່ໃນ​ເຂດ​ອື່ນໆທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ.”

​ເມື່ອ​ວັນ​ພຸດ​ວານ​ນີ້ ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະ​ຫະປະ ຊາ​ຊາດ ​ໄດ້​ຮຽກຮ້ອ​ງ​ໃຫ້​ມຽນມາ​ຈົ່ງ​ລະ​ງັບ​ການປະຕິບັດ​ການ​ໃດໆ​ກໍ​ຕາມທີ່​ຈະ​ເປັນ​ໄພ​ຕໍ່​ຊີວິດ​ຂອງ​ພົນລະ​ເຮືອນ ຫຼືຊຸກຍູ້​ໃຫ້​ມີ​ການ​ຂັດ​ແຍ້​ງກັນ​ເພີ້ມ ຕື່ມ ຢູ່​ໃນ​ລັດ​ກະ​ຈິນ.

​ຖະ​ແຫຼງການ​ສະບັບ​ນຶ່ງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ ການສູ້ລົບ​ກັນ​ລະຫວ່າງ​ກໍາລັງ​ລັດຖະບານແລະ​ນັກ​ລົບ​ກະບົດ​ຈາກ​ອົງການ​ເພື່ອ​ຄວາມ ​ເປັນ​ເອກ​ກະລາດຂອງ​ເຜົ່າ​ກະ​ຈິນນັ້ນ ​ແມ່ນ​ໄດ້​ເຮັດ​ໃຫ້​ເກີດ​ການ​ອົບ​ພະຍົບ ຫຼົບ​ໄພເປັນ​ຈຳນວນ​ຫຼວງຫຼາຍຂອງ​ພົນ ລະ​ເຮືອນທີ່ຍັງສືບ​ຕໍ່​ຕ້ອງການຄວາມ​ຊ່ວຍ​ເຫຼືອທາງດ້ານ​ມະນຸດສະ​ທໍາ​ທີ່​ສຸດຢູ່​ໃນ​ຂະນະ​ນີ້​.

​ໃນການ​ໃຫ້​ສໍາພາດ​ໃນ​ຕອນ​ເຊົ້າວັນ​ພຸດ​ວານ​ນີ້ ຕໍ່​ວີ​ໂອ​ເອຜະ​ແນ​ກພາສາ​ມຽນມານັ້ນ ​ໂຄສົກ​ລັດຖະ​ບານ​ຄົນ​ນຶ່ງ​ຍອມຮັບ​ວ່າ ໄດ້​ມີ​ການ​ໃຊ້ເຮືອບິນ​ອາຍ​ພົ່ນເຝິກ​ແອບ ​ໂຈມ​ຕີ​ທີ່​ໝັ້ນ​ຂອງ​ກຸ່ມ​ກະບົດ ​ໃນ​ການ​ສູ້​ລົບກັນ​ທີ່​ເລີ່​ມ ຂຶ້ນ​ເມື່ອ​ອາທິດ​ຜ່ານ​ມາ. ​ໃນ​ຂັ້ນຕົ້ນ ​ເຈົ້າໜ້າ​ທີ່​ອື່ນໆ ​ໄດ້​ປະຕິ​ເສດ​ເລຶ່ອງ ການ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວນີ້.
XS
SM
MD
LG