ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ເຕືອນເກົາຫຼີເໜືອ ກ່ຽວກັບ ການສົ່ງດາວທຽມ


ຮູບພາບນີ້ໄດ້ປະກົດອອກມາໃຫ້ເຫັນເປັນຄັ້ງທໍາອິດ ຈາກໂທລະພາບ ຂອງເກົາຫລີເໜືອ ໃນວັນທີ 7 ເມສາ ປີ 2009
ຮູບພາບນີ້ໄດ້ປະກົດອອກມາໃຫ້ເຫັນເປັນຄັ້ງທໍາອິດ ຈາກໂທລະພາບ ຂອງເກົາຫລີເໜືອ ໃນວັນທີ 7 ເມສາ ປີ 2009

ເລຂາທິການ​ໃຫ່ຍອົງການສະຫະ​ປະ​ຊາ​ຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ​ໃຫ້​
ເກົາຫລີ​ເໜືອ ພິຈາ​ລະ​ນາ​ຄືນ​ໃໝ່ກ່ຽວ​ກັບ​ແຜນການ​ທີ່​ຈະ​ສົ່ງ​ດາວ​ທຽມຂຶ້ນສູ່​ອະວະກາດ
ໃນ​ເດືອນ​ເມສາ​ນີ້ ຂະນະ​ທີ່ສະຫະລັດ ກ່າວວ່າ ການ​ສົ່ງ​ດາວທຽມຂອງ​ເກົາຫຼີ​ເໜືອອາດ
ຈະ​ມີ​ຜົນ​ກະທົບຕໍ່ແຜນ ການ​ຈັດສົ່ງສ​ະບຽງອາຫານໄປຊ່ວຍ​ເກົາຫຼີ​ເໜືອ​ທີ່​ອຶດ​ຢາກນັ້ນ.

ເກົາຫລີ​ເໜືອ​ໄດ້​ປະກາດ​ໃນ​ມື້ວັນ​ສຸກ​ວານ​ນີ້​ວ່າ ຕົນ​ຈະໃຊ້ລູກ​ສອນ​ໄຟ ທີ່​ຍິງ​ໄດ້​ໃນລະຍະ
ໄກ​ ເພື່ອສົ່ງ​ດາວ​ທຽມຂຶ້ນສູ່​ອະວະກາດ ບໍ່​ເທົ່າ​ໃດ​ອາທິດຫລັງ​ຈາກໄດ້ຕົກລົງ​ກັບສະຫະລັດ​
ທີ່​ຈະ​ໂຈ​ການ​ທົດ​ລອງ​ລູກ​ສອນ ​ໄຟ​ລະຍະ​ໄກ ​ເພື່ອ​ເປັນ​ການແລກປ່ຽນ ກັບການ​ຊ່ວຍ​ເຫຼືອ
ທາງ​ດ້ານສະ ບຽງ​ອາຫານສຸກ​ເສີນ​ໜັກ 240.000 ​ໂຕນ.

ສະຫະລັດ ຣັດ​ເຊຍ ​ເກົາຫລີ​ໃຕ້ແລະ​ຍີ່​ປຸ່​ນ ​ຕ່າງ​ກໍພາກັນ​ປະນາມ​ແຜນການ​ປ່ອຍ​ດາວ​ທຽມ
ດັ່ງກ່າວ ​ໂດຍ​ເວົ້າ​ວ່າ ​ມັນ​ເປັນ​ການ​ຝ່າຝືນ ​ຕໍ່ການ​ຫ້າມຂອງສະຫະ​ປະຊາ​ຊາດ ທີ່​ບໍ່​ໃຫ້ເກົາ
ຫລີ​ເໜືອນຳ​ໃຊ້​ເທ​ກ​ໂນ​ໂລ​ຈີ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. ອົງການ​ຂ່າວ​ຣອຍ​ເຕີ້ໄດ້ອ້າງຄໍາ​ເວົ້າ​
ໃນ​ຖະ ​ແຫຼງການ​ສະບັບ​ນຶ່ງຈາກ​ຫ້ອງການຂອງທ່ານ Ban ທີ່​ໄດ້​ສະ​ແດງ​ຄວາມ​ວິຕົກກ່ຽວ​
ກັບ​ແຜນການ​ສົ່ງ​ດາວ​ທຽມ​ຂອງ​ເກົາຫລີ​ເໜືອ.

ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Victoria Nu-land ກ່າວ​ວ່າ ການ
ປະກາດ​ຂອງ​ພຽງ​ຢາງທີ່​ຈະ​ສົ່ງ​ດາວ​ທຽ​ມນັ້ນອາດ​ຈະ​ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດ​ກ່ຽວ​ກັບ
ຂໍ້​ຕົກລົງ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໃນ ດ້ານ​ສະບຽງ​ອາຫານ “ມີ​ບັນຫາ​ຍາກ​ຂື້ນ” ​ເພາະວ່າ​ມັນ​ພາ
ໃຫ້​ເກີດ​ມີຄໍາ​ຖາມ​ຂຶ້ນມາ​ວ່າ ຄຳ​ເວົ້າຂອງ​ເກົາຫລີ​ເໜືອ​ນັ້ນ​ ເຊື່ອ​ໄດ້​ບໍ. ທ່ານ​ນາງ​ກ່າວ​ຕື່ມ​ອີກ
ວ່າ ສະຫະລັດຕ້ອງ​ໄດ້​ອາໄສ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ​ ​ເພື່ອ​ໃຫ້ເປັນ​ທີ່​ແນ່ນອນ​ວ່າອາຫານ​ທີ່​
ຖືກ​ໄປ​ຊ່ວຍ​ນັ້ນ ​ໄດ້​ຕົກ​ໄປ​ເຖິງ​ມື​ພວກທີ່​ມີ​ຄວາມ​ຕ້ອງການ.

XS
SM
MD
LG