ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຮຽກຮ້ອງ ໃຫ້ມຽນມາ ມອບສັນຊາດ ໂດຍເຕັມ ໃຫ້ ຊາວໂຣຮິງຢາ


A makeshift memorial outside Dallas police headquarters honoring the officers shot in Thursday night's attack, July 9, 2016.
A makeshift memorial outside Dallas police headquarters honoring the officers shot in Thursday night's attack, July 9, 2016.

ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໄດ້​ຮັບຜ່ານມະ
ຕິສະບັບນຶ່ງ ຮຽກຮ້ອງ​ໃຫ້​ມຽນມາ ໃຫ້​ສັນຊາດແລະ​ຄວາມ​ສະ
​ເໝີ​ພາບ​ແກ່ພວກ ຊົນກຸ່ມນ້ອຍໂຣຮິງ​ຢາ.

ໃນມະຕິ ທີ່ຮັບຜ່ານຢ່າງເປັນເອກກະສັນ​ໃນ​ວັນ​ຈັນ​ວານ​ນີ້ ​
ສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ເຖິງ
“ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ຕໍ່ການປະຕິບັດຂອງ​ມຽນມາ ​ທີ່​ໄດ້​
ກະທຳຕໍ່ພວກຊົນກຸ່ມນ້ອຍຊຶ່ງ ສ່ວນໃຫຍແລ້ວເປັນຊາວ​ມຸສ
ລິ​ມດັ່ງກ່າວ.

ຊາວ​ໂຣຮິງ​ຢາ ປະມານ 140,000 ຄົນ​ໄດ້​ອາໄສຢູ່ຕາມສູນ
ຕ່າງໆ ທີ່ ເປື້ອນ​ເປິ ແລະແອອັດ​ ຢູ່ໃນ​ລັດ Rakhine ບ່ອນ​ທີ່ໄດ້ເກີດຄວາມວຸ້ນ ວາຍ​ທາງ​ສາສະໜາທີ່​ເຮັດ​ໃຫ້ຫຼາຍເຖິງ 280 ຄົນ​ເສຍ​ຊີວິດ​ໃນ​ເດືອນມິ​ຖຸ​ນາ ປີ 2012.

ມຽນມາ ບໍ່​ຮັບ​ຮູ້​ວ່າຊາວ​ໂຣຮິງ​ຢາເປັນຊົນກຸ່ມນ້ອຍຂອງຕົນ. ເຈົ້າໜ້າທີ່​ທ້ອງ​ຖິ່ນ ​ແລະ
ເຈົ້າ​ໜ້າ​ທີ່ລັດຖະບານຈຳນວນນຶ່ງ ກ່າວ​ວ່າ ​ເຂົາ​ເຈົ້​າ​ແມ່ນ​ຊາວ​ຕ່າງ​ດ້າວ​ຜິດ​ກົດໝາຍ
ມາ​ຈາກບັງ​ກລາ​ແດັສ.

ມະຕິສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກຂອງກຸ່ມດັ່ງກ່າວ ໄດ້ຮັບ “ສັນ
ຊາດ​ໂດຍ​ເຕັມ​” ​ແລະໄດ້ຮັບ​ອະນຸຍາດ​ໃຫ້​ເອີ້ນຕົນເອງ​ວ່າ​ ເປັນຊາວ​ໂຣຮິງ​ຢາ ​ບໍ່ແມ່ນ
ຊາວເບັ​ງການ ​ດັ່ງ​ທີ່​ລັດຖະບານ​ຢືນຢັດນັ້ນ.

ນອກ​ນັ້ນ ມະຕິສະບັບນີ້​ຍັງ​ໄດ້​ຮຽກຮ້ອງ​ໃຫ້ມຽນມາ ສະໜອງການບໍລິການແບບ ສະເໝີ
ພາບ ຕໍ່​ຊາວ​ໂຣຮິງ​ຢາ​ ​ແລະ​ອະນຸຍາດ​ໃຫ້​ກຸ່ມດັ່ງກ່າວ ​ກັບ​ຄືນ​ໄປຫາປະ ຊາ​ຄົມ​ຂອງເຂົາ
​ເຈົ້າ ​ໂດຍໄດ້ຮັບການຄຸ້ມຄອງຈາກ​ລັດຖະບານ.

XS
SM
MD
LG