ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດຜູ້ນຳຂະເໝນແດງ ຖືກຕັດສິນ ລົງໂທດຈຳຄຸກ ຕະຫຼອດຊີວິດ (ວີດີໂອ)


ທ່ານຊຸ່ມ ຣິຖີ (ຄົນກາງ) ທີ່ເສຍພໍ່ ແລະພີ່ນ້ອງອີກ 3 ຄົນ ໃນລະຫວ່າງການປົກຄອງຂອງຂະເໝນແດງ ຮ້ອງໄຫ້ຂຶ້ນ ແລະກອດຜູ້ທ່ີ່ລອດຊີວິດອີກຄົນນຶ່ງ ເວລາສານອ່ານຄຳຕັດສິນ
ຄວາມຜິດຂອງ ຂຽວສຳພັນ ແລະນວນ ເຈຍ ທ່ີ່ພະນົມເປນ ວັນທີ 7 ສິງຫາ 2014
ທ່ານຊຸ່ມ ຣິຖີ (ຄົນກາງ) ທີ່ເສຍພໍ່ ແລະພີ່ນ້ອງອີກ 3 ຄົນ ໃນລະຫວ່າງການປົກຄອງຂອງຂະເໝນແດງ ຮ້ອງໄຫ້ຂຶ້ນ ແລະກອດຜູ້ທ່ີ່ລອດຊີວິດອີກຄົນນຶ່ງ ເວລາສານອ່ານຄຳຕັດສິນ ຄວາມຜິດຂອງ ຂຽວສຳພັນ ແລະນວນ ເຈຍ ທ່ີ່ພະນົມເປນ ວັນທີ 7 ສິງຫາ 2014

ອະດີດ​ຜູ້ນຳຂະ​ເໝນ​ແດງ​ໄວ​ຊະລາ​ 2 ຄົນ ​ໄດ້​ຖືກ​ຕັດສິນ​ວ່າ ​ມີ​
ຄວາມ​ຜິດ​ຖານກໍ່​ອາ​ຊະ​ຍາ​ກຳຕ້ານມະນຸດຊາດ ​ແລະ​ຖືກຕັດສິນ​
ລົງ​ໂທດ​ຈຳຄຸກ​ຕະຫຼອດ​ຊີວິດ ​ໃນ​ເວລາ 3 ທົດ​ສະ​ວັດ​ເຄິ່ງ ຫຼັງ​
ຈາກ​ການ​ປົກຄອງ​ປະ​ເທດ​ຢ່າງນອງ​ເລືອດ​ຂອງ​ກຸ່ມ​ຄອມ​ມີ​ວນິສ
ດັ່ງ​ກ່າວ ທີ່​ໄດ້​ເຮັດ​ໃຫ້​ພົນລະ​ເມືອງກຳປູເຈຍ ​ໃນ​ຈຳນວນ​ເກືອບ
​ນຶ່ງ​ສ່ວນ​ສີ່​ ເສຍ​ຊີວິດ​ໄປ.

ສານ​ອາຍາ​ພິ​ເສດ​ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ສະຫະ​ປະ
ຊາ​ຊາດ ໄດ້​ຕັດສິນ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃຫ້​ຂຽວ​ ສຳພັນ ​ໄວ 83 ປີ
ອະດີດປະມຸກ​ປະ​ເທດ ​ແລະ​ອະດີດ​ຫົວໜ້າ​ຝ່າຍອຸດົມ​ການ ​ນວນ
​ເຈຍ ​ໄວ 88 ປີ ມີ​ຄວາມ​ຜິດ ​ຖານຄາດ​ຕະກຳ ທຳ​ການ​ປະ​ຫັດ​
ປະຫານ​ທາງ​ການ​ເມືອງ ແລະ​ພຶດຕິ​ກຳໄຮ້​ມະນຸດສະທຳ​ອື່ນໆ.

ທັງ​ສອງ​ຄົນ​ບໍ່​ໄດ້​ສະ​ແດງ​ອາລົມ​ໃດໆ ​ໃນ​ຂະນະ​ທີ່​ຫົວໜ້າ​ຜູ້​ພິພາກສາ​ສານ ທ່ານ Nil Nonn ອ່ານ​ຄຳ​ຕັດສິນ​ນັ້ນ.

“ສານ​ຕັດສິນ​ໂທດ​ຜູ້​ຕ້ອງ​ຫາ ນວ​ນ ​ເຈຍ ​ໃຫ້​ຈຳ​ຄຸກ​ຕະຫຼອດ​ຊີວິດ ​ແລະ​ສານຕັດສິນໂທດ​
ຜູ້​ຕ້ອງ​ຫາ ​ຂຽວ ສຳພັນ ​ໃຫ້ຈຳ​ຄຸກ​ຕະຫຼອດ ​ຊີວິດ​.”


ຊາຍ​ທັງ​ສອງ ທີ່​ເປັນ​ອະດີດເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ກຸ່ມ​ຂະ​ເໝນ​ແດງ​ທີ່​ຍັງ​ມີ​ຊີວິດ​ຢູ່ ​ໄດ້
ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ​ໂດຍ​ກ່າວ​ວ່າ ພວກຕົນບໍ່​ຮູ້​ເລື້ອງ​ຫຍັງ​ກ່ຽວ​ກັບ​ອາ​ຊະ
​ຍາ​ກຳ​ເຫຼົ່າ​ນັ້ນ ​ຫລື​ອ້າງວ່າ ຕົນ​ບໍ່​ມີ​ອຳນາດ​ໃດໆທີ່​ຈະ​ຢຸດ​ການ​ກໍ່​ອາ​ຊະ​ຍາ​ກຳ​ເຫຼົ່າ​ນັ້ນ.

ສານ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ໂຕ້​ແຍ້​ງດັ່ງກ່າວ ​ແລະ​ກ່າວ​ວ່າ ຕຳ​ແໜ່ງຂອງ​ ​ຂຽວ​ ສຳພັນ ​ໃນ​
ຖານະ​ເປັນ​ປະມຸກ​ຂອງ​ປະ​ເທດ ໝາຍ​ຄວາມ​ວ່າ ຜູ້ກ່ຽວ​ຕ້ອງ​ຮູ້ຈັກ​ກ່ຽວ​ກັບ​ນະ​ໂຍບາຍ
​ຂອງ​ພັກ​ຄອມ​ມີ​ວນິສ​ກຳປູ​ເຈຍ ​ແລະ​ສານ​ກ່າວ​ວ່າ ນວນ ເຈຍ​ “ເປັນ​ຜູ້​ຕັດສິນ​ໃຈຂັ້ນ​
ສຸດ​ທ້າຍ ​ກ່ຽວ​ກັບ​ນະ​ໂຍບາຍ​ພາຍ​ໃນ​ພັກ.”

ລາຍງານວີດີໂອ ກ່ຽວກັບຂ່າວນີ້:

Emotional Scene Follows Khmer Rouge Guilty Verdicts
please wait

No media source currently available

0:00 0:02:59 0:00

ພວກ​ທະນາຍຄວາມ​ຂອງ​ພວກ​ຈຳ​ເລີຍ​ທັງ​ສອງ​ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ອຸທອນ​ຄຳຕັດສິນ
ຂອງ​ສານ​. ​ແຕ່​ພວກ​ພິພາກສາກ່າວ​ວ່າ ​ຈຳ​ເລີຍ​ທັງ​ສອງ​ຈະ​ຕ້ອງ​ຢູ່​ໃນ​ຄຸກ​ຕໍ່​ໄປ ຍ້ອນ​
ຄວາມ​ຮຸນ​ແຮງ​ຂອງ​ອາ​ຊະ​ຍາ​ກຳ​ດັ່ງກ່າວ.

ການ​ດຳ​ເນີນ​ຄະດີ​ໃນ​ປັດຈຸບັນ​ຕໍ່​ອະດີດ​ຜູ້ນຳ​ທັງ​ສອງ ​ແມ່ນ​ພົວພັນ​ກັບ​ ການ​ບັງຄັບໃຫ້ປະ
ຊາຊົນ​ກຳປູ​ເຈຍ​ຫຼາຍ​ລ້ານ​ຄົນ​ ອອກ​ຈາກ​ນະຄອນຫຼວງພະນົມ​ເປັນໄປ ໃນ​ປີ 1975 ​ໄປ​
ຢູ່​ໃນ​ຄ້າຍ​ອອກ​ແຮງ​ງານ​ຕ່າງໆ​ໃນ​ເຂດ​ຊົນນະບົດ. ການພິຈາລະນາ​ຄະດີ​ພວກ​ກ່ຽວ ຕອນ
​ທີ​ສອງ​ຂອງ​ສານ​ອາຍາ​ດັ່ງກ່າວ ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ສັບປະດາ​ແລ້ວ​ນີ້ ​ແມ່ນ​ເພ່ງ​ເລັງ​ໃສ່​ຂໍ້ກ່າວ
​ຫາ​ອື່ນໆ ຮວມທັງການ​ດັບ​ສູນ​ເຊື້ອ​ຊາດ​ເຜົ່າພັນ.

ປະຊາຊົນ​ກຳປູ​ເຈຍ ​ຈຳນວນ​ຫລາຍ​ເຖິງ 2 ລ້ານ​ຄົນ ​ໄດ້​ເສຍ​ຊີວິດ​ຍ້ອນ​ຄວາມ​ອຶດ​ຫີ​ວ
ຖືກ ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກເກີນ​ຂອບ​ເຂດ ​ແລະ​ຖືກ​ປະຫານ​ຊີວິດ​ ໃນ​ລະຫວ່າງ​ການ
ປົກຄອງ​ຂອງ​ພວກ​ຂະ​ເໝນ​ແດງ​ນັບ​ແຕ່​ປີ 1975 ຫາ 1979 ຊຶ່ງ​ພວກ​ເຂົາ​ໄດ້​ພະຍາ
ຍາມ​ຈະສ້າງ ລັດ​ສັງຄົມນິຍົມ​ທີ່​ສົມບູນ​ແບບ ​ແລະ​ດີ​ເລີດ ທີ່ເອີ້ນກັນວ່າ utopia.

cambodiakhmerrouge7august14
please wait

No media source currently available

0:00 0:00:47 0:00

XS
SM
MD
LG