ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ອະນຸມັດ ​ໃຫ້​ຂະ​ຫ​ຍ​າຍ ກຳລັງ ຮັກສາສັນຕິພາບ ໃນ ສາ​ທາ​ລະ​ນະ​ລັດ ອາຟຣິກາກາງ (ສະໄລດ໌/ວີດີໂອ)


UN Authorizes 12,000 Peacekeepers for CAR
please wait

No media source currently available

0:00 0:01:54 0:00
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ໃຫ້ການອະ
ນຸມັດຕໍ່ການຂະຫຍາຍກຳລັງຮັກສາສັນຕິພາບໃນສາທາລະນະ
ລັດອາຟຣິກາກາງ.

ສະພາຄວາມໝັ້ນຄົງ ທີ່ມີສະມາຊິກປະກອບດ້ວຍ 15 ປະເທດ
ໄດ້ໃຫ້ການອະນຸມັດ ດ້ວຍຄະແນນສຽງ ຢ່າງເປັນເອກກະສັນ ຕໍ່ການຂະຫຍາຍກຳລັງທະຫານ ພາຍໃຕ້ການນຳພາ ຂອງອົງ
ການສະຫະປະຊາຊາດຂຶ້ນເປັນ 10,000 ຄົນ ແລະຕຳຫລວດ
1,800 ຄົນ.

ກຳລັງດັ່ງກ່າວນີ້ ຈະເລີ້ມປະຕິບັດງານ ໃນເດືອນກັນຍາ ແລະ
ເຂົ້າເຮັດໜ້າທີ່ແທນການຮັກສາສັນຕິພາບຂອງສະຫະພາບອາຟຣິກາ.
CENTRAL AFRICAN REPUBLIC VO 1st UPD
please wait

No media source currently available

0:00 0:00:56 0:00

ກອງກຳລັງ 6 ພັນຄົນ ຂອງສະຫະພາບອາຟຣິກາແລະທະຫານຝຣັ່ງອີກ 2 ພັນຄົນ ບໍ່ສາ ມາດຄວບຄຸມຄວາມຮຸນແຮງທາງສາສະໜາທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍພັນຄົນ ແລະບັງຄັບໃຫ້ອີກນຶ່ງລ້ານຄົນ ຕ້ອງໄດ້ຫລົບໜີໄປຈາກເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ.

ມະຕິທີ່ໄດ້ມີການຮັບຮອງເອົາໃນວັນພະຫັດວານນີ້ ກ່າວວ່າ ກຳລັງຂອງອົງການສະຫະ ປະຊາຊາດ ຄວນຈະຮວມເອົາກຳລັງຮັກສາສັນຕິພາບຂອງສະຫະພາບອາຟຣິກາທີ່ຮູ້ ກັນໃນນາມ MISCA ນັ້ນ ເຂົ້າຮ່ວມໃຫ້ຫຼາຍ ເທົ່າທີ່ຈະຫຼາຍໄດ້.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ມີການເສຍເວລາມາຫຼາຍ ເດືອນແລ້ວ ແຕ່ມະຕິສະບັບນີ້ແມ່ນສະໜອງກອງກຳລັງທີ່ເຂັ້ມແຂງກວ່າເກົ່າ ທີ່ສາມາດ ໃຫ້ການປົກປ້ອງຄຸ້ມຄອງແກ່ພົນລະເຮືອນແລະຊ່ອຍສ້າງຕັ້ງການປົກຄອງດ້ວຍຕົວບົດ ກົດໝາຍໄດ້.
XS
SM
MD
LG