ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ UN ກ່າວປະນາມ ການໂຈມຕີ ກໍ່ການຮ້າຍທີ່ ປູສະນິສະຖານ ໃນ ຊີເຣຍ


ປະຊາຊົນ ແລະ ສະມາຊິກທະຫານ ຊີເຣຍ ສຳຫຼວດເບິ່ງ
ສະຖານທີ່ໆໄດ້ຮັບຄວາມເສຍຫາຍຈາກລະເບີດສະຫຼະຊີບ ແລະ ລະເບີດລົດຢູ່ເມືອງ Sayyida Zeinab ທີ່ມີຊາວມຸສລິມ ນິກາຍອາໄສຢູ່. ນອກເຂດນະຄອນຫຼວງ Damascus, ຊີເຣຍ. 11 ພຶດສະພາ, 2016.
ປະຊາຊົນ ແລະ ສະມາຊິກທະຫານ ຊີເຣຍ ສຳຫຼວດເບິ່ງ ສະຖານທີ່ໆໄດ້ຮັບຄວາມເສຍຫາຍຈາກລະເບີດສະຫຼະຊີບ ແລະ ລະເບີດລົດຢູ່ເມືອງ Sayyida Zeinab ທີ່ມີຊາວມຸສລິມ ນິກາຍອາໄສຢູ່. ນອກເຂດນະຄອນຫຼວງ Damascus, ຊີເຣຍ. 11 ພຶດສະພາ, 2016.

ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ຫຼື UN ທ່ານ Ban Ki-moon ໄດ້ ກ່າວປະນາມການໂຈມຕີທີ່ຮ້າຍແຮງໃສ່ວັດຖຸບູຮານຂອງ ຊາວມຸສລິມ ນິກາຍ ຊີໄອ ຢູ່ເຂດນອກນະ ຄອນຫຼວງ Damascus ໃນວັນເສົາ ວານນີ້.

ຖະແຫຼງການສະບັບໜຶ່ງຈາກທ່ານ Ban ໃນວັນເສົາວານນີ້ກ່າວວ່າ ການລາຍ ງານຈາກກຸ່ມສັງເກດການທ້ອງຖິ່ນໃນ ຊີເຣຍ ໄດ້ກ່າວວ່າ ພົນລະເຮືອນຫຼາຍ ຄົນ, ລວມທັງແມ່ຍິງ ແລະ ເດັກນ້ອຍໄດ້ຖືກຂ້າ ຕາຍ ແລະ ອີກຫຼາຍຄົນໄດ້ ຮັບບາດເຈັບໃນສິ່ງທີ່ທ່ານເອີ້ນວ່າ “ການໂຈມຕີກໍ່ການຮ້າຍທີ່ເປັນທີ່ຮ້າຍກາດ ຂອງພວກ ISIL.” ຫົວໜ້າຂອງ UN ທ່ານນີ້ ກ່າວວ່າ ພວກຮັບຜິດຊອບສຳ ລັບການໂຈມຕີຕໍ່ພົນລະເຮືອນຈຳ ນວນຫຼາຍດັ່ງກ່າວນັ້ນ ຕ້ອງຖືກນຳມາລົງ ໂທດ.

ລະເບີດໄດ້ແຕກ 2 ຄັ້ງທີ່ສານເຈົ້າ Sayyida Zeinab ເຮັດໃຫ້ປະຊາຊົນຢ່າງ ໜ້ອຍ 12 ຄົນເສຍຊີວິດ ແລະ ຄົນອີກຫຼາຍຄົນໄດ້ຮັບ ບາດເຈັບ.

ສື່ມວນຊົນ ຊີເຣຍ ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງໄດ້ທຳການໂຈມຕີຢູ່ ທາງເຂົ້າ ຂອງສານເຈົ້າ. ການລະເບີດດັ່ງກ່າວນັ້ນແມ່ນໄດ້ເກີດຂຶ້ນຫຼັງຈາກ ການລະເບີດລົດໃນ ສານເຈົ້າທີ່ມີການປ້ອງກັນຢ່າງໜາ

ແໜ້ນເຊິ່ງມີຄວາມສຳຄັນຕໍ່ຊາວ ຊີໄອ ໃນທົ່ວໂລກ. ລາຍງານ ບາງຈຳນວນ ກ່າວວ່າ ປະຊາຊົນ 20 ຄົນໄດ້ຖືກຂ້າຕາຍໃນເຫດລະເບີດແຕກ 2 ຄັ້ງນີ້.

ການໂຈມຕີຕ່າງໆໄດ້ເກີດຂຶ້ນ ໃນບໍລິເວນໜຶ່ງທີ່ມີການລະເບີດຄັ້ງອື່ນໆເກິດຂຶ້ນ ໃນເວລາ ທີ່ຜ່ານມາ, ເຊິ່ງຫຼາຍຄັ້ງ ຖືກອ້າງເອົາຜົນງານ ໂດຍພວກຫົວຮຸນ ແຮງລັດອິສລາມ, ທີ່ຮູ້ຈັກ ກັນວ່າ ISIL ນັ້ນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG