ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ວິຕົກ ກ່ຽວກັບ ການສູ້ລົບ ໃນຊີເຣຍ ທີ່ແກ່ຍາວ ເລື້ອຍມາ (ສະໄລດ໌)

ນັກລົບກອງທັບປົດປ່ອຍຂອງຊີເຣຍຜູ້ນຶ່ງ ຮ້ອງຄໍາຂວັນທາງສາສະໜາ ໃນຂະນະທີ່ແນປາຍປືນໃສ່ສັດຕູ ໃນລະຫວ່າງທີ່ມີການປະທະກັນກັບກໍາລັງທະຫານຂອງລັດຖະບານ ທີ່ວິທະຍາຄານທະຫານ ທີ່ຖືກປິດລ້ອມໂດຍພວກກະບົດ ຢູ່ທາງພາກເໜືອຂອງນະຄອນ Aleppo ຂອງ Syria ໃນວັນທີ 15 ທັນວາ 2012 ຜ່ານມານີ້

ອົງການສະຫະປະຊາຊາດກໍາລັງເນັ້ນຢໍ້າເຖິງຈໍານວນພົນລະ
ເຮືອນທີ່ເສຍ ຊີວິດໃນເຫດການຂໍ້ຂັດແຍ້ງກັນໃນຊີເຣຍທີ່ຍືດ
ເຍື້ອມາໄດ້ເກືອບສອງປີ ແລ້ວນັ້ນ.

ຜູ້ສືບສວນສອບສວນດ້ານສິດທິມະນຸດ ຂອງອົງການສະຫະປະ
ຊາຊາດ ກ່າວໃນລາຍງານໃໝ່ສະບັບນຶ່ງ ທີ່ອອກເມື່ອວັນພະຫັດ
ມື້ນີ້ວ່າ ການສູ້ລົບກັນໃນຊີເຣຍ ແມ່ນໄດ້ສ້າງຄວາມເສຍຫາຍພັງ ພິນາດທີ່ບໍ່ສາມາດວັດແທກ ໄດ້ ພ້ອມກັບຄວາມເດືອດຮ້ອນ
ແສນສາຫັດ ຕໍ່ພົນລະເຮືອນຊາວຊີເຣຍ ແລະວ່າສະຖານະການ ດ້ານມະນຸດສະທໍາແມ່ນໄດ້ຊຸດໂຊມລົງຢ່າງວ່ອງໄວ ນັບຕັ້ງແຕ່
ທ້າຍເດືອນກັນຍາເປັນຕົ້ນມາ.

ລາຍງານສະບັບດັ່ງກ່າວເວົ້າອີກວ່າ ການລະເມີດສິດທິມະນຸດຍັງດຳເນີນສືບຕໍ່ໄປຢ່າງບໍ່ລົດລະ.

ລາຍງານໃຫ້ຂໍ້ສັງເກດດ້ວຍວ່າ ເຫດຄວາມຮຸນແຮງເພີ່ມຂຶ້ນຢ່າງໄວຢູ່ໃນ ຫົວເມືອງໃຫຍ່ຕ່າງໆ ໂດຍສະເພາະໃນນະຄອນຫຼວງ Damascus ແລະ ເມືອງ Aleppo ພ້ອມທັງການໂຈມຕີທີ່ເພີ້ມທະວີຂຶ້ນເພື່ອທໍາລາຍສະຖານທີ່ທາງວັດທະນະທໍາຫຼາຍແຫ່ງ.

ພາບຫລ້າສຸດກ່ຽວກັບການສູ້ລົບກັນຢູ່ຊີເຣຍທີ່ແກ່ຍາວມາເກືອຮອດສອງປີແລ້ວ:
XS
SM
MD
LG