ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ສະຫະປະຊາຊາດ ຈະແຕ່ງຕັ້ງ ເລຂາທິການໃຫຍ່ຄົນໃໝ່


ທ່ານ Antonio Guterres, ອ່ານຖະແຫຼງການສະບັບໜຶ່ງໃນທຳ
ນຽບ Necessidades, ນະຄອນຫຼວງ Lisbon. 6 ຕຸລາ, 2016.
ທ່ານ Antonio Guterres, ອ່ານຖະແຫຼງການສະບັບໜຶ່ງໃນທຳ ນຽບ Necessidades, ນະຄອນຫຼວງ Lisbon. 6 ຕຸລາ, 2016.

ຄາດວ່າອົງການສະຫະປະຊາຊາດຈະແຕ່ງຕັ້ງອະດີດນາຍົກລັດຖະມົນຕີ ທ່ານ Antonio Guterres ເປັນເລຂາທິການໃຫຍ່ ອົງການສະຫະປະຊາຊາດໃນວັນພະຫັດມື້ນີ້.

ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດ ທ່ານ Peter Thompson ໄດ້ກ່າວ ໃນຖະແຫຼງການສະບັບໜຶ່ງວ່າ ທ່ານຫວັງວ່າບັນດາສະມາຊິກ 193 ປະເທດ ຈະເຫັນດີນຳ ການສະເໜີຊື່ ທ່ານ Guterres ຢ່າງເປັນເອກະສັນ ຫຼັງຈາກສະພາຄວາມໝັ້ນຄົງດັ່ງກ່າວ ໄດ້ສະເໜີຊື່ອະດີດນາຍົກລັດຖະມົນຄີຄົນນີ້ໄປໃນສັບປະດາທີ່ຜ່ານມາ.

ຖ້າຊື່ຂອງທ່ານ Guterres ຖືກຢືນຢັນ, ທ່ານກໍຈະຂຶ້ນດຳລົງຕຳແໜ່ງແທນເລຂາທິການ ໃຫຍ່ຄົນປະຈຸບັນ ທ່ານ Ban ki-Moon ຈາກ ເກົາຫຼີໃຕ້ ໃນທ້າຍປີ 2016 ນີ້. ທ່ານ Ban ໄດ້ກຳຕຳແໜ່ງຂອງເພິ່ນມາ ຕັ້ງແຕ່ໄດ້ຖືກແຕ່ງຕັ້ງໃນປີ 2006.

ທ່ານ Guterres ອາຍຸ 67 ປີ ເຄີຍເປັນນາຍົກລັດຖະມົນຕີຂອງປະເທດ Portugal ຈາກປີ 1992 ຫາ 2002. ທ່ານໄດ້ເປັນຜູ້ນຳພາອົງການອົບພະຍົບ ສະຫະປະຊາຊາດຈາກປີ 2005 ຫາ 2015.

ທ່ານໄດ້ກ່າວຕໍ່ວີໂອເອໃນການສຳພາດໃນລະຫວ່າງ ການໂຄສະນາຫາສຽງຂອງທ່ານວ່າ ທ່ານໄດ້ລົງແຂ່ງຂັນເອົາຕຳແໜ່ງສູງສຸດຂອງອົງການສະຫະປະຊາຊາດນີ້ ກໍຍ້ອນວ່າ ທ່ານຢາກຈະ “ສ້າງສະຖານະການເພື່ອແກ້ໄຂບັນຫາ” ສິ່ງທ້າທາຍຕ່າງໆໃນໂລກ.

ບັນດາສະມາຊິກຂອງອົງການສະຫະປະຊາຊາດ ໄດ້ຍົກຍ້ອງການສະເໜີຊື່ຂອງທ່ານ Guterres ຢ່າງກວ້າງຂວາງ, ຊຶ່ງເອກອັກຄະລັດຖະທູດ ຣັດເຊຍ ປະຈຳ UN ທ່ານ Vitaly Churkin ໄດ້ເອີ້ນທ່ານວ່າ “ເປັນທາງເລືອກທີ່ດີຫຼາຍ.”

ທ່ານ Churkin ໄດ້ກ່າວກ່ຽວກັບທ່ານ Guterres ຫຼັງຈາກການສະເໜີຊື່ຂອງທ່ານໃນ ເບື້ອງຕົ້ນວ່າ “ທ່ານແມ່ນນັກການເມືອງລະດັບສູງຄົນໜຶ່ງ. ທ່ານເຄີຍເປັນນາຍົກລັດຖະ ມົນຕີຂອງປະເທດຂອງທ່ານ. ທ່ານແມ່ນຄົນຜູ້ໜຶ່ງທີ່ໂອ້ລົມກັບໝົດທຸກຄົນ, ຟັງຄຳເວົ້າ ຂອງໝົດທຸກຄົນ, ເວົ້າສິ່ງທີ່ຢູ່ໃນຄວາມຄິດຂອງທ່ານ, ເປັນຄົນທີ່ເຂົ້າກັບຄົນອື່ນໄດ້ ງ່າຍ , ຂ້າພະເຈົ້າຄິດວ່າທ່ານເປັນຄົນເປີດເຜີຍ.”

ນອກນັ້ນ ທ່ານ Ban ກໍຍັງເອີ້ນທ່ານ Guterres ວ່າ “ເປັນທາງເລືອກທີ່ສຸດຍອດ” ສຳລັບ ຕຳແໜ່ງເລຂາທິິການໃຫຍ່.

ທ່ານ Guterres ແມ່ນໜຶ່ງໃນບັນດາຜູ້ລົງແຂ່ງຂັນ 13 ຄົນເພື່ອເອົາຕຳແໜ່ງສູງທີ່ສຸດຂອງ ອົງການ ສະຫະປະຊາຊາດຕໍ່າແໜ່ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

UN secretary General Vote
please wait

No media source currently available

0:00 0:00:57 0:00

XS
SM
MD
LG