ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ຈີນ ກີດກັ້ນ ການຢຸດຍິງ 7 ມື້ ເພື່ອ ຊ່ວຍເຫຼືອ ດ້ານມະນຸດສະທຳ ທີ່ Aleppo


ພາບ ຄະນະກຳມະການຮັກສາຄວາມໝັ້ນຄົງ ສະຫະປະຊາຊາດ ຈັດກອງປະຊຸມລະດັບສູງ ກ່ຽວກັບຊີເຣຍ ທີ່ ສະຫະປະຊາຊາດ.
ພາບ ຄະນະກຳມະການຮັກສາຄວາມໝັ້ນຄົງ ສະຫະປະຊາຊາດ ຈັດກອງປະຊຸມລະດັບສູງ ກ່ຽວກັບຊີເຣຍ ທີ່ ສະຫະປະຊາຊາດ.

ຣັດ​ເຊຍ​ໄດ້​ໃຊ້​ສິດ​ຍັບ​ຢັ້ງຂອງ​ຕົນ ຢູ່​ໃນສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ຈັນ​ວານ​ນີ້ ກີດ​ກັ້ນການ​ຢຸດ​ຍິງ​ເປັນ​ເວ​ລາ 7 ມື້​ໃນ​ເມືອງ Aleppo ຂອງຊີ​ເຣຍ ​ເພື່ອບໍ່​ໃຫ້ການ​
ຊ່ວ​ເຫລືອ​ດ້ານ​ມະນຸດສະທຳ ​ເຂົ້າ​ໄປ​ເຖິງ​ຄຸ້ມ​ຕ່າງໆທີ່​ຖືກ ປິດ​ລ້ອມ​ຢູ່​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງດັ່ງກ່າວ.

ຈີນ​ໄດ້​ເຂົ້າ​ຂ້າງກັບຣັດ​ເຊຍ ​ແລະ​ກໍ​ໄດ້​ໃຊ້​ສິດຍັບ​ຢັ້ງຕໍ່​ມາດ​ຕະການນີ້. ​ເວ​ເນ​ຊູ ​ເອລາ ຊຶ່ງ​ເປັນສະມາຊິກ​ສະພາຄວາມ​ໝັ້ນຄົງ ​ໄດ້​ລົງ​ຄະ​ແນນ​ສຽງ​ຄັດຄ້ານ ​ໃນ​ຂະນະ​ທີ່​ອັງ​ໂກລາ​ບໍ່​ອອກສຽງ.

“ການ​ຢຸດຍິງ​ດັ່ງກ່າວ​ນີ້​ໄດ້​ຖືກ​ໃຊ້​ໂດຍ​ພວກ​ນັກ​ລົບ ເພື່ອ​ໃຫ້​ໄດ້​ຮັບລູກປືນເພີ້ມ ຕື່ມ ​ແລະເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທີ່​ໝັ້ນຂອງ​ເຂົ້າ​ເຈົ້າ​” ​ເອກ​ອັກຄະ​ລັດຖະ ທູດຣັດ​ເຊຍປະຈຳ​ສະຫະ​ປະຊາ​ຊາດ ທ່ານ Vitaly Churkin ​ໄດ້​ກ່າວ​ຕໍ່​ສະພາ​ ນີ້ໂດຍ​ການ​ອະທິບາຍ​ວ່າ “ນີ້​ພຽງແຕ່ຈະ​ເຮັດ​ໃຫ້ຄວາມທຸກ​ທໍລະມານ​ຂອງ​ພົນ​ລະ​ເຮືອນຊຸດ​ໂຊມ​ລົງ​ຕື່ມ.”

ຄະນະຜູ້ຕາງໜ້າຂອງ​ທ່ານ ​ໄດ້​ພະຍາຍາມ​ຢຸດ​ການ​ລົງ​ຄະແນນ​ສຽງກ່ຽວ​ກັບ​ບັນ ຫາ​ເລື້ອງ
ຂັ້ນຕອນເລັກ​ນ້ອຍ ​ແຕ່​ບໍ່​ໄດ້​ຮັບ​ຄວາມ​ສະໜັບສະໜຸນ​ພຽງພໍໃນ​ຄວາມ ພະຍາຍາມ​ດັ່ງກ່າວ.

​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ​ຍັງ​ໄດ້​ຕິຕຽນ​ວ່າ ຜູຸ້ສະ​ເໜີ​ຍັດຕິ ອີ​ຈິບ ນິວຊີ​ແລນ ​ແລະ​ສະ​ເປ​ນ ​ໄດ້​ຖືກ​ກົດ​ດັນ​ໃຫ້​ເລັ່ງລັດ​ການ​ລົງ​ຄະ​ແນນ​ສຽງ​ໂດຍ​ສະຫະລັດ ອັງກິດ ​ແລະ​ຝຣັ່ງ.

ລົດຖັງທະຫານຊີເຣຍຄັນນຶ່ງ ເຫັນຢູ່ຕໍ່ໜ້າປ້າຍທີ່ຂຽນເປັນພາສາອາຣັບວ່າ "Aleppo ເປັນເມືອງຫລວງວັດທະນາທຳ."
ລົດຖັງທະຫານຊີເຣຍຄັນນຶ່ງ ເຫັນຢູ່ຕໍ່ໜ້າປ້າຍທີ່ຂຽນເປັນພາສາອາຣັບວ່າ "Aleppo ເປັນເມືອງຫລວງວັດທະນາທຳ."

ທ່ານ Churkin ກ່າວ​ວ່າ “ພວກ​ເຮົາຄິດ​ວ່າ ຄວາມ​ພະຍາຍ​ຍາມ​ເຫລົ່າ​ນີ້​ພຽງ​ແຕ່​ເຮັດ​ໃຫ້​ສະຖານະ​ການ​ຮ້າຍ​ແຮ​ງລົງຕື່ມ ​ຢູ່​ອ້ອມ​ແອ້ມ​ເມືອງ Aleppo.

ບັນດາ​ສະມາຊິກ​ສະພາ​ໄດ້​ພາກັນ​ສົນທະນາຫາລື​ກ່ຽວ​ກັບ​ເນື້ອ​ໄນ​ຂອງ​ເອກ​ກະ ສານ ມາ​ໄດ້​ຢ່າງ​ໜ້ອຍ​ນຶ່ງ​ເດືອນ.

ຮ່າງ​ຍັດຕິ​ນີ້ ຂັ້ນ​ຕົ້ນຮຽກ​ຮ້ອງໃຫ້​ມີ​ການ​ຢຸດ​ຍິງ ເພື່ອ​ເຫັນ​ແກ່​ມະນຸດສະທຳ​ເປັນ​ເວລາ 10 ມື້ ​ແຕ່​ວ່າ​ບັນດາ​ຜູ້​ຂຽນ​ໄ​ດ້ຕັດ​ລົງ​ມາ​ເປັນ​ເວລາ​ເຈັດ​ມື້​ຕິດ​ຕໍ່​ກັນ​ ​ໂດຍ​ ຫວັງ​ວ່າ​ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກຣັດ​ເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

UN Syria
please wait
Embed

No media source currently available

0:00 0:02:56 0:00

XS
SM
MD
LG