ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນຮູບພາບ ຄວາມໂຫດຮ້າຍ ຂອງສົງຄາມ ຊີເຣຍ (ວີດີໂອ)


ຮູບພາບຄວາມທາລຸນ ຂອງສົງຄາມກາງເມືອງ ໃນ ຊີເຣຍ
ຮູບພາບຄວາມທາລຸນ ຂອງສົງຄາມກາງເມືອງ ໃນ ຊີເຣຍ
ອະດີດ​ຫົວໜ້າ​ໄອ​ຍະ​ການ​ ຂອງ​ສານພິ​ເສດ ສຳ​ຫລັບ
Sierra Leon ກ່າວ​ວ່າ ຮູ​ບພາບທີ່​ໜ້າ​ຢ້ານ​ກົວ ຂອງ​ບັນ
ດາ​ຜູ້​ເຄາະ​ຮ້າຍ ​ຈາກສົງຄາມ​ກາງ​ເມືອງ ທີ່​ໄດ້​ນຳ​ສ​ະ​ແດງ
​ ​ໃຫ້ສະພາໝັ້ນຄົງສະຫະ​ປະຊາ​ຊາດ ​ເບິ່ງ​ນັ້ນ ​ແມ່ນ​ເປັນ
​ “​ຫລັກ​ຖານ​ໂດຍກົງ” ທີ່​ບໍ່ເຄີຍມີມາ​ກ່ອນ ຂອງ​ອະ​ຊະ​ຍາ
​ກຳ​ສົງຄາມ.

ບັນດາສະ​ມາ​ຊິກ​ສະພາຄວາມ​ໝັ້ນຄົງ ​ໄດ້​ປະຊຸມກັນ​ຢ່າງ​
ບໍ່ເປັນ​ທາງ​ການ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ​ເພື່ອ​ເບິ່ງ​ຮູບ​ພາບ
​ຈຳນວນນຶ່ງ ​ໃນ​ທັງ​ໝົດ 55,000 ​ໃບ ທີ່​ຖ່າຍ​ໂດຍ​ອະດີດ
ສາລະວັດ​ທະຫານຄົນ​ນຶ່ງ ຂອງ​ຊີ​ເຣຍ.

ທ່ານ David Crane ອະດີດ​ໄອ​ຍະ​ການ ຄະດີອະ​ຊະຍະ​ກຳ​ສົງຄາມ ​ແລະ​ເປັນຜູ້​ນຶ່ງ​ທີ່
​ຮ່ວມ​ຂຽນ ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເຊື່​ອຖື​ຂອງ​ຮູບ​ພາບ​ເຫລົ່າ​ນັ້ນ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ
​ຂ່າວ​ວ່າ ພວກ​ຮູ​ບ​ເຫລົ່າ​ນັ້ນບອກ​ໃຫ້​ຮູ້ ເຖິງ​ການ​ມີ​ສ່ວນ​ພົວພັນຂອງລັດຖະບານຊີ​ເຣຍ
​ແລະ​ຈະເປັນ​ຫລັກ​ຖານ​ທີ່​ເຊື່ອ​ຖື​ໄດ້ ຢູ່​ໃນ​ສານ​ສາກົນ.

ທ່ານ​ ກ່າວ​ວ່າ ຜູ້​ຖ່າຍຮູບ “​ເຮັດ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ” ​ໃນ​ການລັກ​ນຳ​ເອົາ​ຮູບ​ພາບເຫລົ່າ​
ນັ້ນອອກ​ມາ ​ແລະ​ທ່ານໄດ້​ບັນ​ລະ​ຍາຍ​ເຖິງ​ຄວາມ​ໂຫດຮ້າຍ ທີ່​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​
ຮູບພາບ​ເຫລົ່າ​ນັ້ນ ​ໂດຍ​ກ່າວ​ວ່າ:

“ຈົ່ງ​ແນ່​ໃຈ​ໄດ້​ໂລດ​ວ່າ ບັນ​ດາ​ບຸກຄົນ​ເຫລົ່າ​ນີ້ ​ໄດ້​ເສ​ຍຊີວິດໄປ ຢ່າງ​ທໍລະມານ​ທີ່​ສຸດ
ຍ້ອນຄວາມ​ອຶດຫີ​ວ ຍ້ອນຖືກ​ທຸບຕີ ຖືກທໍລະມານ ເປັນ​ເວລາ​ຫລາຍໆ​ເດືອນ ແລະຫລັງ​
ຈາກ​ນັ້ນ ກໍ​ໄດ້​ຖືກປະຫານ​ຊີວິດ​ຢ່າງ​ບໍ່​ມີ​ຄວາມ​ປານີ ແບບ​ໃດ​ແບບ​ນຶ່ງ.”
UN SYRIA CRIMES CNPK
please wait
Embed

No media source currently available

0:00 0:02:57 0:00
XS
SM
MD
LG