ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຄວາມໝັ້ນຄົງ UN ຈະລົງຄະແນນສຽງ ກ່ຽວກັບ ແຜນການຢຸດຍິງໃນເມືອງ Aleppo


ນາງ Nisrin Malaji ກັບຄືນສູ່ເຮືອນທີ່ຖືກປຸ້ນສະດົມຂອງລາວ ໃນເມືອງ Hanano ຢູ່ພາກຕາເວັນອອກຂອງເມືອງ Aleppo, ຊີເຣຍ, 4 ທັນວາ, 2016.
ນາງ Nisrin Malaji ກັບຄືນສູ່ເຮືອນທີ່ຖືກປຸ້ນສະດົມຂອງລາວ ໃນເມືອງ Hanano ຢູ່ພາກຕາເວັນອອກຂອງເມືອງ Aleppo, ຊີເຣຍ, 4 ທັນວາ, 2016.

ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ມີກຳນົດທີ່ຈະລົງຄະແນນສຽງໃນວັນຈັນ ມື້ນີ້ ກ່ຽວກັບ ມະຕິສຳລັບການຮຽກຮ້ອງໃຫ້ມີການຢຸດຍິງ 7 ມື້ ໃນເມືອງ Aleppo ທີ່ຕັ້ງຢູ່ ພາກເໜືອຂອງ ຊີເຣຍ ແລະ ບໍ່ໃຫ້ມີການຈຳກັດການເຂົ້າເຖິງເມືອງ ສຳລັບການຊ່ວຍເຫຼືອ ມະນຸດສະທຳ.

ເມືອງ Aleppo ແມ່ນເມືອງທີ່ໃຫຍ່ທີ່ສຸດຂອງ ຊີເຣຍ ກ່ອນສົງຄາມກາງເມືອງຈະເກີດຂຶ້ນ ເກືອບ 6 ປີທີ່ຜ່ານມາ, ແລະ ປະຈຸບັນນີ້ເປັນສະຖານທີ່ໂຈມຕີຂອງທະຫານ ຊີເຣຍ ທີ່ໄດ້ ຮັບການໜູນຫຼັງໂດຍ ຣັດເຊຍ ເຊິ່ງເພັ່ງເລັງໃສ່ການຍຶດຄືນເມືອງຈາກພວກນັກຮົບກະບົດ ຜູ້ທີ່ຄວບຄຸມເຂດແດນໃນໝູ່ບ້ານທາງພາກຕາເວັນອອກ.

ມະຕິທີ່ຖືກຮ່າງໂດຍ ອີຈິບ, ສເປນ ແລະ ນິວຊີແລນ ກ່າວວ່າ ສະພາຈະພິຈາລະນາການ ຂະຫຍາຍເວລາການຢຸດຍິງ 7 ມື້. ເນື້ອໃນຂອງມະຕິນີ້ ຈະຫ້າມການໂຈມຕີ “ດ້ວຍອາວຸດ ທຸກໆປະເພດ,” ລວມທັງການໂຈມຕີທາງອາກາດ ແລະ ປືນຄົກທີ່ໄດ້ຖືກໃຊ້ເພື່ອທຳລາຍ ຂົງເຂດຕ່າງໆຢ່າງກວ້າງຂວາງ ທັງໃນພາກສ່ວນທີ່ຖືກຄວບຄຸມໂດຍພວກກະບົດ ແລະ ລັດຖະບານ ໃນເມືອງ Aleppo.

ເຊັ່ນດຽວກັບຂໍ້ຕົກລົງການຢຸດຍິງຕ່າງໆໃນ ຊີເຣຍ, ຄັ້ງນີ້ຈະໃຊ້ບໍ່ໄດ້ກັບການໂຈມຕີຕໍ່ ຕ້ານກຸ່ມຫົວຮຸນແຮງຕ່າງໆເຊັ່ນ ພວກລັດອິສລາມ. ກ່ອນໜ້ານີ້ການຢຸດຍິງໄດ້ປະສົບ ຄວາມສຳເລັດບາງຄັ້ງ ໃນການລຳ ລຽງເອົາສິ່ງຊ່ວຍເຫຼືອທີ່ມີຄວາມຕ້ອງການຢ່າງແຮງໄປ ໃຫ້ພວກພົນລະເຮືອນ, ແຕ່ມັນກໍໄດ້ມີຜົນກະທົບພຽງເລັກນ້ອຍ ໃນການກີດກັ້ນສົງຄາມທີ່ ໃຫຍ່ກວ່າ ເຊິ່ງມັນໄດ້ເຂັ່ນຂ້າປະຊາຊົນໄປແລ້ວຫຼາຍກວ່າ 400,000 ຄົນ.

ນອກນັ້ນ ມະຕິສະບັບໃໝ່ນີ້ ຍັງຮຽກຮ້ອງໃຫ້ມີການປະຕິບັດການ ກ່ຽວກັບ ຂັ້ນຕອນດ້ານ ການເມືອງ ເຊິ່ງຖືກຂຽນໄວ້ໃນມະຕິເດືອນທັນວາ 2015 ທີ່ຜ່່ານມາ. ຂັ້ນຕອນນັ້ນປະກອບ ມີການສ້າງລັດຖະທຳມະນູນ.ໃໝ່ ແລະ ການເລືອກຕັ້ງໃໝ່ສຳລັບ ຊີເຣຍ, ແຕ່ບໍ່ໄດ້ພິຈາ ລະນາວ່າ ປະທານາທິບໍດີ ທ່ານ Bashar al-Assad ຈະຫຼິ້ນບົດບາດໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syrian Army Recaptures Half of Rebel-held Eastern Aleppo
please wait

No media source currently available

0:00 0:01:58 0:00
XS
SM
MD
LG