ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຈໍ​ແດນ ຮຽກ​ຮ້ອງ​ໃຫ​້ ສປ​ຊ ເອົາ​ມາດ​ຕະ​ການ ເລື້ອງ​​ລີ​ເບຍ


Libya Egypt VOSOT
please wait
Embed

No media source currently available

0:00 0:02:04 0:00

ກາ

ຈໍ​ແດນ ​ໄດ້ແຈກ​ຢາຍຮ່າງ​ຍັດຕິຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ
​ສະຫະ​ປະຊາ​ຊາດໃນແລງ​ ວັນ​ພຸດ​ວານ​ນີ້ ທີ່ຈະ​ຍົກ​ເລີກ​ການ​ຂາຍ
ອາວຸດໃຫ້ແກ່ລັດຖະບານລີ​ເບຍ ດຳເນີນງານ​ເພື່ອ​ຍຸດຕິບໍ່ໃຫ້ມີ
ການສົ່ງອາວຸດ​ໄປໃຫ້ພວກ​ກະບົດ ​ແລະ​ຊຸກຍູ້​ໃຫ້​ລັດຖະບານລີ​ເບຍ
ທີ່ນາໆຊາດຮັບຮູ້ ກັບ​ຄືນໄປ​ສູ່​ນະຄອນຫຼວງ Tripoli.

Italy, Egypt Lead Calls for Action in Libya
please wait

No media source currently available

0:00 0:03:06 0:00

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ພົບ​ປະກັນກ່ອນໜ້ານີ້ ​ເພື່ອປຶກ​ສາ​ຫາລື​ສຸກ​ເສີນ ກ່ຽວ​ກັບ​ສະຖານະ​ການ​ໃນ​ລີ​ເບຍ ບ່ອນ​ທີ່​ພວກ​ທະຫານບ້ານ ​ແລະ​ສອງ​ລັດຖະບານ​ທີ່​ຕັ້ງຂຶ້ນມາແຂ່ງກັນ ​ພາ​ໃຫ້​ປະ​ເທດດັ່ງກ່າວບໍ່ມີ​ສະຖຽນ​ລະ​ພາບ ມາໂດຍຕະຫລອດ ຫຼັງ​ຈາກ​ທີ່​ໄດ້​ໂຄ່ນ​ລົ້ມ ມື້ລາງຈອມຜະເດັດການ Moammar Gadhafi. ການພົບປະກັນ​ທີ່​ວ່າ​ນີ້
ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫຼັງຈາກພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອີສລາມ ​ໄດ້​ນຳ​ວີ​ດີ​ໂອອອກເຜີຍແຜ່
ທີ່ສະແດງ​ໃຫ້ວ່າ ໄດ້ມີການຕັດຫົວຊາວ​ອີ​ຈິບ 21 ຄົນ ທີ່​ນັບຖື​ສາສະໜາຄຣິສ ຊຶ່ງໄດ້​ຖືກ​ລັກ​ພາ​ຕົວໄປ​ໃນ​ລີ​ເບຍນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ ເທດ​ຂອງ​ລີ​ເບຍ ທ່ານ Mohammed al-Dairi ​ເອີ້ນ ສະຖານະ​ການ​ໃນ​ລີ​ເບຍ​ວ່າ “ຮ້າຍແຮງ” ​ແລະ​ໄດ້​ກ່າວຕໍ່ສະພາ​ຄວາມ​ໝັ້ນຄົງວ່າ ​ໂລກ​ມີຄວາມ​ຮັບຜິດ
ຊອບ​ຕໍ່​ການ​ປົກປັກຮັກສາ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ ຢູ່ໃນປະເທດດັ່ງກ່າວ.

XS
SM
MD
LG