ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວປາແລສໄຕນ໌ ຈູດ ສະຖານທີ່ສັກສິດ ຂອງຊາວຢິວ ຢູ່ ເຂດຝ່ັງຕາເວັນຕົກ ແມ່ນ້ຳຈໍແດນ


An opposition politician of the National Super Alliance (NASA) coalition, reacts after a gas canister fired by policemen hits his car during a protest along a street in Nairobi, Kenya.
An opposition politician of the National Super Alliance (NASA) coalition, reacts after a gas canister fired by policemen hits his car during a protest along a street in Nairobi, Kenya.

ພວກປະທ້ວງຊາວປາແລສໄຕນ໌ໄດ້ຈູດເຜົາສ່ວນນຶ່ງຂອງສະຖານ
ທີ່ສັກສິດ ຂອງຊາວຢິວ ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ
ອີງຕາມເຈົ້າໜ້າທີ່ອິສຣາແອລ ທີ່ພວມກຽມຮັບມືກັບການປະທ້ວງ
ຄັ້ງໃຫຍ່ ໃນວັນສຸກມື້ນີ້ ທ່າມກາງກະແສຟອງແຫ່ງຄວາມວຸ້ນວາຍ
ທີ່ຍັງດຳເນີນຢູ່ຕໍ່ມາ.

ຊາວປາແລສໄຕນ໌ກຸ່ມນຶ່ງ ປະມານ 100 ຄົນ ໄດ້ໃຊ້ລະເບີດແກ້ວ
ນ້ຳມັນ ຈູດເຜົາຂຸມຝັ່ງສົບຂອງທ່ານໂຈແຊັຟເມື່ອຄືນແລ້ວນີ້ ຢູ່ທີ່
ເມືອງ Nablus ຂອງປາແລສໄຕນ໌. ຝູງຊົນດັ່ງກ່າວໄດ້ຖືກຂັບໄລ່ ໂດຍກຳລັງຮັກສາຄວາມສະຫງົບຂອງອິສຣາແອລໃນເວລາຕໍ່ມາ
ແລະພວກເຂົາເຈົ້າຍັງໄດ້ມອດໄຟນຳດ້ວຍ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ໄຟໄດ້ສ້າງຄວາມເສຍຫາຍໜ້ອຍຫຼາຍປານໃດໃຫ້ແກ່ ຂຸມຝັງສົບ ບ່ອນທີ່ພະສັງຄະຣາດ ໃນສະໄໝເລີ້ມຕົ້ນ ຂອງສາສະໜາຄຣິສກ່າວກັນວ່າ ຖືກຝັງໄວ້ທີ່ນັ້ນ.

ໂຄສົກຂອງກອງທັບອິສຣາແອລທ່ານ Peter Lerner ກ່າວຜ່ານທາງ Twitter ວ່າ “ທາງ
ກອງທັບຈະນຳເອົາໂຕພວກກໍ່ການມາດຳເນີນຄະດີ ສ້ອມແປງສະຖານທີ່ດັ່ງກ່າວຄືນແລະ
ຄຳປະກັນວ່າ ອິດສະຫຼະພາບໃນການປະຕິບັດສາສະໜາກິດ ໄດ້ກັບຄືນມາສູ່ ຂຸມຝັງສົບ
ຂອງໂຈແຊັຟ.”

ປະທານາທິບໍດີປາແລສໄຕນ໌ທ່ານ Mahmoud Abbas ໄດ້ປະນາມການໂຈມຕີດັ່ງກ່າວ ໂດຍເອີ້ນວ່າ ເປັນການກະທຳ “ທີ່ຂາດຄວາມຮັບຜິດຊອບ” ແລະສັ່ງໃຫ້ທຳການສືບສວນ ກ່ຽວກັບເລື້ອງນີ້.

ການຈູດຂຸມໂຈແຊັຟແມ່ນການໂຈມຕີຄັ້ງຫຼ້າສຸດທີ່ມີມາເປັນລຳດັບຂອງຊາວປາແລສໄຕນ໌ ຊຶ່ງສ່ວນໃຫຍ່ແລ້ວແມ່ນການໃຊ້ມີດແທງ ທີ່ເຮັດໃຫ້ຊາວອິສຣາແອລເສຍຊີວິດໄປແລ້ວ 7
ຄົນ. ນອກນັ້ ຊາວປາແລສໄຕນ໌ 31 ຄົນກໍຖືກຂ້າຕາຍໂດຍທະຫານແລະຕຳຫຼວດອິສຣາ ແອລ ຈຳນວນນຶ່ງແມ່ນໃນລະຫວ່າງທີ່ມີການໂຈມຕີ ແລະອີກສ່ວນນຶ່ງ ແມ່ນໃນລະຫວ່າງ ການປະທ້ວງ.

Israel Palestinians
please wait
Embed

No media source currently available

0:00 0:00:57 0:00

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຈະເປີດກອງປະຊຸມສຸກເສີນໃນ
ວັນສຸກມື້ນີ້ ເພື່ອຫາລືກ່ຽວກັບຄວາມວຸ້ນວາຍດັ່ງກ່າວ ທີ່ພວມຮ້າຍແຮງຕື່ມຂຶ້ນ.

XS
SM
MD
LG