ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ແລະ ສະພາກາແດງ ຮຽກຮ້ອງໃຫ້ ຢຸດຕໍ່ສູ້ກັນຊົ່ວຄາວ ໃນຊີເຣຍ


Kannywod
Kannywod

ກຸ່ມສິ້ງຊອມ​ສິດທິ​ມະນຸດກຸ່ມນຶ່ງ ກ່າວ​ວ່າ ພວກ​ຫົວຮຸນແຮງ​
ອິສລາມ ໄດ້​ເຂົ້າຄວບ​ຄຸມ​ສ່ວນ​ໃຫຍ່ ຂອງສູນ​ອົບ​ພະຍົບ
ຂອງຊາວ​ປາ​ແລສ​ໄຕ​ນ໌ ຢູ່​ເຂດ​ຊານນະຄອນຫລວງ
Damascus ຂອງຊີ​ເຣຍ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດຊີ​ເຣຍ ຫຼື Syrian Observatory for
Human Rights ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ ວ່າ ພວກ​ນັກ​ຕໍ່ສູ້ ຈາກ​
ລັດ​ອິສລາມ ​ແລະ ພວກ​ແນວ​ໂຮມ al-Nusra ຊຶ່ງ​ເປັນ​ເຄືອ​ຂ່າຍ
ຂອງ al-Qaida ​ໃນ​ຊີ​ເຣຍໄດ້​ຄວບ​ຄຸມ​ເນື້ອ​ທີ່ປະມານ 90 ​ເປີ​ເຊັນ
ຂອງ ສູນ​ອົບ​ພະຍົບ Yarmouk. ທັງ​ສອງ​ກຸ່ມ​ດັ່ງກ່າວ ​ໄດ້ທຳ​ການ​ຕໍ່ສູ້​ຮ່ວມ​ກັນ ຕ້ານ​ພວກ​ກະບົດ​ອື່ນໆ ​ລວມທັງພວກທະຫານ​ບ້ານ​ຊາວ​ຊີ​ເຣຍ ​ແລະ ຊາວ​ປາ​ແລສ​ໄຕ​ນ໌ ທີ່ຕໍ່ຕ້ານ​ລັດຖະບານ​ຊີ​ເຣຍ.

ນອກ​ຈາກ​ ການ​ປະ​ທະ​ກັນ​ທາງ​ພາກ​ພື້ນ​ດິນຫຼາຍໆ​ບັ້ນ​ແລ້ວ ​ບັນດາ ເຈົ້າໜ້າ​ທີ່ອົງການ
ສະຫະ​ປະຊາ​ຊາດ ກ່າວ​ວ່າ ຄ້າຍ​ດັ່ງກ່າວຍັງ​ໄດ້​ຖືກກອງ​ກຳລັງ​ຊີ​ເຣຍ ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່. ຄວາມ​ຮຸນ​ແຮງ​ໃນຊ່ວງ​ອາທິດ​ຜ່ານມາ ​ໄດ້ເຮັດ​ໃຫ້​ພົນລະເຮືອນ ປະມານ 18,000 ຄົນ ລວມທັງ ພວກ​ເດັກນ້ອຍຫຼາຍໆ​ຄົນ ທີ່​ອາ​ໄສ​ຢູ່ສູນອົບ​ພະຍົບ​ນັ້ນ ຕົກຄ້າງ ຢູ່​ໃນສູນ.

​ໃນ​ວັນ​ເສົາ​ວານ​ນີ້ ສະຫະລັດ ​ໄດ້​ປະນາມ​ການ​ໂຈມ​ຕີ​ຕໍ່ສູນ​ອົບ​ພະ​ຍົບ Yarmouk ນັ້ນ ​
ແລະ ກ່າວ​ວ່າ ການ​ກະທຳດັ່ງກ່າວ​ຂອງ​ກຸ່ມ​ລັດ​ອິສລາມ ​ແລະ ພັນທະ​ມິດ​ຂອງ​ພວກ​ເຂົາ ​ແມ່ນເປັນ​ “ອັນຕະລາຍ​ຢ່າງຮ້າຍ​ແຮງ” ຕໍ່​ພົນລະ​ເຮືອນ ທີ່​ໄດ້​ດຳລົງ​ຊີວິດ​ພາຍ​ໃຕ້​ການ​ປິດລ້ອມ ​ເປັນ​ເວລາ 2 ປີ ມາ​ແລ້ວ ​ໂດຍ​ໄດ້​ຖືກ​ກີດ​ກັນ ບໍ່​ໃຫ້​ໄດ້​ຮັບ​ສະບຽງອາຫານ ອຸປະ
ກອນ​ທາງ​ການ​ແພດ ​ແລະ ສິ່ງ​ຈຳ​ເປັນ​ຕ່າງໆທີ່​ມີ​ຄວາມ​ຕ້ອງການຫຼາຍທີ່​ສຸດ.

Syria Islamic State
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG