ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ປະນາມ ການຍິງ ລູກສອນໄຟ ຂີປະນາວຸດ ຂອງ ເກົາຫຼີເໜືອ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samantha Power ກ່າວຖະແຫລງ ຕໍ່ບັນດານັກຂ່າວ ກັບ ເອກອັກຄະລັດຖະທູດ ຍີ່ປຸ່ນ ທ່ານ Koro Bessho, ຊ້າຍ, ແລະ ເອກອັກຄະລັດຖະທູດ ເກົາຣີໃຕ້ ທ່ານ Hahn Choong-hee ຫຼັງຈາກ ການປຶກສາຫາລືກັນ ກ່ຽວກັບການຍິງລູກສອນໄຟຂີປະນາວຸດ ຢ່າງປິດລັບ ຢູ່ທີ່ U.N. ໃນນະຄອນ New York, ວັນທີ 6 ກັນຍາ 2016.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samantha Power ກ່າວຖະແຫລງ ຕໍ່ບັນດານັກຂ່າວ ກັບ ເອກອັກຄະລັດຖະທູດ ຍີ່ປຸ່ນ ທ່ານ Koro Bessho, ຊ້າຍ, ແລະ ເອກອັກຄະລັດຖະທູດ ເກົາຣີໃຕ້ ທ່ານ Hahn Choong-hee ຫຼັງຈາກ ການປຶກສາຫາລືກັນ ກ່ຽວກັບການຍິງລູກສອນໄຟຂີປະນາວຸດ ຢ່າງປິດລັບ ຢູ່ທີ່ U.N. ໃນນະຄອນ New York, ວັນທີ 6 ກັນຍາ 2016.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ປະນາມຢ່າງວ່ອງໄວ ແລະຢ່າງຮຸນ ແຮງ ຕໍ່ການຍິງລູກສອນໄຟຂີປະນາວຸດຄັ້ງຫຼ້າສຸດ ຂອງເກົາຫຼີເໜືອ ແລະ ໄດ້ຂົ່ມຂູ່ວ່າ ຈະເອົາ “ມາດຕະການ​ເພີ້ມຕື່ມ” ຖ້າເຫັນວ່າມີຄວາມຈຳເປັນ.

ສະພາດັ່ງກ່າວ ທີ່ມີສະມາຊິກ 15 ປະເທດ ໄດ້ຕົກລົງ ອອກຖະແຫຼງ ການສະບັບໜຶ່ງ ໃນວັນອັງຄານວານນີ້ ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ ໄດ້ພົບປະກັນ ໃນກອງປະຊຸມ ສຸກເສີນ. ສະພາຄວາມ​ໝັ້ນຄົງ ໄດ້ກ່າວຢ່າງ​ເປັນ​ເອກ​ກະສັນວ່າ ການຍິງລູກສອນໄຟ ຂີປະນາວຸດ Rodong 3 ລູກ ຂອງພຽງຢາງ ເມື່ອວັນຈັນຜ່ານມາ ທີ່​ໄດ້​ເດີນທາງ​ໄປໄກ ເຖິງ 1,000 ກິໂລແມັດ ກ່ອນທີ່ຈະຕົກລົງ ຢູ່ໃນເຂດການປ້ອງກັນ ທາງອາກາດຂອງ ຍີ່ປຸ່ນນັ້ນ ແມ່ນເປັນ “ການລະເມີດຢ່າງ​ຮ້າຍ​ແຮງ ຕໍ່ພັນທະສາກົນ ຂອງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີເໜືອ” ພາຍໃຕ້ມະຕິຫຼາຍສະບັບ ຂອງ ສະພາຄວາມໝັ້ນຄົງ.

ເອກອັກຄະລັດຖະທູດຂອງ New Zealand ປະຈຳສະຫະປະຊາຊາດ ທ່ານ Gerard van Bohemen ທີ່ເປັນປະທານສະພາຄວາມ​ໝັ້ນຄົງ​ ໃນເດືອນນີ້ ໄດ້ກ່າວວ່າ “ບັນດາ ສະມາຊິກ ຂອງສະພາຄວາມໝັ້ນຄົງ ເສຍໃຈຫຼາຍ ຕໍ່ທຸກໆກິດຈະກຳ ກ່ຽວກັບລູກສອນ ໄຟຂີປະນາວຸດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີເໜືອ ຫຼື PDK ລວມທັງການຍິງເຫຼົ່ານີ້.” ທ່ານກ່າວຕື່ມອີກວ່າ “ໂດຍໃຫ້ຂໍ້ສັງເກດວ່າ ກິດຈະກຳຕ່າງໆ ເຊັ່ນນັ້ນ ເປັນສ່ວນປະກອບຂອງການພັດທະນາລະ ບົບນຳສົ່ງອາວຸດນິວເຄລຍ ຂອງ PDK ແລະໄດ້ກໍ່​ໃຫ້​ເກີດຄວາມເຄັ່ງຕຶງ​ເພີ້ມຂຶ້ນ.”

ການຕົກລົງອັນວ່ອງໄວຂອງສະພາ ກ່ຽວກັບຖະແຫລງການນັ້ນ ອາດເປັນຮ່ອງຮອຍ ຄວາມຜິດຫວັງທີ່ມີຫຼາຍຂຶ້ນຂອງປັກກິ່ງ ກັບພັນທະມິດທີ່ບໍ່ຟັງ​ຄວາມຂອງຕົນ. ການຍິງ ລູກສອນໄຟ ໃນສັບປະດານີ້ ອັນເປັນທີ່ໜ້າສັງເກດ ໄດ້ມີຂຶ້ນໃນຂະນະທີ່ຈີນ ໄດ້ເປັນ ເຈົ້າພາບຈັດກອງປະຊຸມສຸດຍອດ ຜູ້ນຳໂລກ ຈາກກຸ່ມຈີ 20.

ບັນດາສະມາຊິກສະພາຄວາມໝັ້ນຄົງ ໄດ້ເຕືອນ ເກົາຫຼີເໜືອ ວ່າ “ໃຫ້ ລະງັບການກະ ທຳຕ່າງໆ ລວມທັງການທົດລອງນິວເຄລຍ, ໃນການລະເມີດທີ່ກ່ຽວຂ້ອງ ຕໍ່ມະຕິຂອງ ສະພາຄວາມໝັ້ນຄົງ ແລະ ປະຕິບັດຢ່າງຄົບຖ້ວນ ຕາມພັນທະຂອງພວກຕົນ ພາຍໃຕ້ ມະຕິຕ່າງໆເຫຼົ່ານັ້ນ.”

ສະພາດັ່ງກ່າວ ໄດ້ສັ່ງ​ໃຫ້ ຄະນະກຳມະທິການ ທີ່ກຳກັບນຳມາດຕະ ການລົງໂທດ ທຳງານຫຼາຍຂຶ້ນ ເພື່ອບັງຄັບໃຊ້ມາດຕະການທັງຫຼາຍເຫຼົ່ານັ້ນ ແລະ ຮຽກຮ້ອງ​ໃຫ້ ປະເທດຕ່າງໆເພີ່ມຄວາມພະຍາຍາມເປັນສອງເທົ່າ ເພື່ອຈັດຕັ້ງປະຕິບັດ ມາດຕະ ການຕ່າງໆ ທີ່ໄດ້ວາງອອກມາ ຢູ່ໃນມະຕິຂອງສະພາຄວາມໝັ້ນຄົງ.

ກ່ອນໜ້ານີ້ ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samatha Power ໄດ້ກ່າວຕໍ່ບັນດານັກຂ່າວ ວ່າ “ໄດ້ມີຫຼາຍສຽງທີ່ໜັກແໜ້ນ ຈຳ ນວນນຶ່ງ ຢູ່ໃນຫ້ອງປະຊຸມ ໃຫ້ພວກເຮົາ​ເຮັດ​ວຽກຫຼາຍຂຶ້ນ” ແລະ ກ່າວຕື່ມວ່າ “ພວກ ເຮົາແມ່ນຍັງສົນໃຈ ໃນການເພີ້ມຜົນ​ສະທ້ອນ​ທີ່​ຕິດຕາມ​ມາ ຫຼັງຈາກມີຮູບແບບ ການນຳໃຊ້ການຍິງລູກສອນໄຟເຫຼົ່ານີ້ ເພື່ອທີ່ຈະສ້າງຄວາມກ້າວໜ້າ ຄວາມອາດ ສາມາດ ​ໃຫ້ໂຄງການນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

UN NOKOR
please wait
Embed

No media source currently available

0:00 0:01:45 0:00

XS
SM
MD
LG