ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສປຊ ກ່າວວ່າ ການສັກຢາ ວັກຊີນ ກັນໂປລີໂອ ໃນຊູດານ ລົ້ມແຫຼວ (ວິດີໂອ)


Sudan
please wait
Embed

No media source currently available

0:00 0:01:19 0:00
ບັນດາ​ເຈົ້າ​ໜ້າ​ທີ່ ສະຫະ​ປະຊາ​ຊາດ ກ່າ​ວວ່າ ການ​ດຳ​ເນີນ
​ຄວາມພະຍາຍາມ​ຂອງ​ເຂົາ​ເຈົ້າ ​ເພື່ອສັກ​ຢາວັກ​ຊີ​ນຕໍ່​ຕ້ານ​ພະ
ຍາດເປ້ຍ​ຫລ່ອຍຫລືໂປ​ລິ​ໂອ ຢູ່​ປະ​ເທດ​ຊູດ​ານ ​ໄດ້​ປະສົບ​ກັບ​
ຄວາມລົ້ມ​ແຫລວ ​ເພາະວ່າ ​ເຂົາ​ເຈົ້າ​ບໍ່​ສາມາດ​ເຂົ້າ​ໄປ​ສູ່​ພາກ
ໃຕ້​ຂອງ​ປະ​ເທດ​ ໄດ້​ຢ່າງ​ປອດ​ໄພ.

​ທ່ານ John Ging ເຈົ້າ​ໜ້າ​ທີ່​ ​ຂອງຫ້ອງການ​ປະສານ​ງານ
ດ້ານ​ມະນຸດສະ​ທໍາ ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​
ຂ່າວ ທີ່​ສຳນັກງານ​ໃຫຍ່​ອົງການສະຫະ​ປະຊາ​ຊາດ ທີ່ນະຄອນ​
ນິວຢອ​ກວ່າ ລັດຖະບານ​ຊູ​ດານ ​ແລະ​ພວກ​ກະບົດ​ຢູ່ໃນ​ພາກ
​ໃຕ້ ບໍ່​ສາມາດ​ບັນລຸ​ການ​ຕົກລົງທີ່​ຈະ​ໃຫ້​ຄວາມ​ປອດ​ໄພ​ແກ່
​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເຂດ​ດັ່ງກ່າວ.

ທ່ານ Ging ​ເວົ້າວ່າ “ອີກ​ຄັ້ງ​ນຶ່ງ ພວກ​ເຮົາ​ບໍ່​ສາມາດ​ເຂົ້າ​ໄປ​ເລີຍ ​ແລະໃນ​ໂອ ກາດ​ດຽວ​ກັນ
​ນີ້ ​ເຖິງ​ແມ່ນ​ວ່າ​ ມັນ​ເປັນພາວະ​ທີ່​ຮີບ​ດ່ວນ ຍ້ອນຄວາມຮ້າຍ​ແຮງ​ຂອງ​ສະຖານະ​ການຈາກ​
ການ​ແຜ່ລະບາດພະ​ຍາດ​ໂປ​ລີ​ໂອຢູ່ໃນ​ຂົງ​ເຂດທີ່​ກວ້າງ ​ໃຫຍ່​ແລ້ວມັນ​ຍັງ​ບໍ່​ເປັນ​ການ​ພຽງ
ພໍ​ບໍໃນ​ການ​ນໍາ​ເອົາທຸກໆ​ຝ່າຍໃຫ້​ມາ​ຕົກລົງ​ກັນ ​ເພື່ອ​ອະນຸຍາດ​ໃຫ້​ພວກ​ເຮົາທຳ​ການ​ປຸກ
ລະດົມໃນ​ການສັກ​ຢາວັກ​ຊີ​ນປ້ອງ​ກັນ​ພະ ຍາດດັ່ງກ່າວ.”

ທ່ານ Ging ບັນ​ລະ​ຍາຍ​ວ່າ ການ​ບໍ່​ສາມາດ​ເຂົ້າໄປ​ສັກ​ຢາ​ວັກ​ຊີ​ນ​ໄດ້ນັ້ນ ​ເປັນ​ທີ່​ເສົ້າ​ສະ​
ລົດ​ໃຈ ​ແລະ​ກໍເປັນ​ຕົວຢ່າງ​ອັນ​ນຶ່ງ. ທ່ານ ກ່າວ​ອີກ​ວ່າ ຄະນະ​ເຈົ້າໜ້າ​ທີ່ ສະຫະ​ປະຊາ​
ຊາດ ​ໄດ້​ວາງ​ແຜນທີ່​ຈະ​ສັກ​ຢາ​ວັກ​ຊີ​ນໃຫ້​ແກ່​ເດັກນ້ອຍ 165,000 ​ຄົນ​ຢູ່​ໃນ​ສອງ​ລັດ
ທາງ​ພາກ​ໃຕ້​ຂອງ​ຊູ​ດານ ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງພວກ​ ກະບົດ ຂະ​ບວນການ​
ປົດ​ປ່ອຍ​ປະຊາຊົນໃນ​ຊູ​ດານ​ເໜືອ ຫລື (SPLA).
XS
SM
MD
LG