ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ວ່າ ຊາວມຸສລິມ ພາກັນໜີ ອອກຈາກ ນະຄອນຫຼວງ Bangui (ສະໄລດ໌/ວີດີໂອ)


ຫົວໜ້າ ປະສານງານ ດ້ານມະນຸດສະທຳ ສະຫະປະຊາຊາດ ທ່ານນາງ Velerie Amos.
ຫົວໜ້າ ປະສານງານ ດ້ານມະນຸດສະທຳ ສະຫະປະຊາຊາດ ທ່ານນາງ Velerie Amos.
ຫົວໜ້າອົງການ​ຊ່ວຍ​ເຫ​ຼື​ອ ດ້ານ​ມະນຸດ​ສະ​ທໍາ ສະຫະ​ປະຊາ​ຊາດ
ກ່າວ​ວ່າ ປະຊາຊົນຊາວ​ມຸສ​ລິ​ມ ເກືອບ​ທັງ​ໝົດ ໃນນະຄອນຫຼວງ
ຂອງສາທາລະນະ​ລັດອາ​ຟຣິກາກາງ​ໄດ້​ພາກັນ​ຫລົບໜີ ຫຼັງ​ຈາກ
​ມີ​ການ​ກວດລ້າງຢ່າງ​ຮຸນ​ແຮງ​ໂດຍພວກທະຫານຊາວບ້ານຄຣິສ
ຕຽນ.

ຫົວໜ້າ​ປະສານ​ງານການບັນເທົາທຸກສຸກ​ເສີນສະຫະ​ປະຊາຊາດ
ທ່ານ​ນາງ Valerie Amos ກ່າວ​ວ່າ ມີແຕ່ຊາວ​ມຸສລິ​ມ ປະມານ
900 ຄົນ ຍັງ​ຢູ່​ໃນນະຄອນຫລວງ Bangui ຊຶ່ງຈຳນວນດັ່ງກ່າວ
ແມ່ນ​ໜ້ອຍ​ກວ່າ 1 ​ເປີ​ເຊັນ​ຂອງປະຊາຊົນ​ ທີ່​ມີ​ທັງ​ໝົດຫຼາຍ​ກວ່າ
100,000 ຄົນນັ້ນ.

ທ່ານ​ນາງ Amos ກ່າວ​ໃນ​ວັນ​ສຸກ​ວານ​ນີ້ ​ທີ່ນະຄອນ Geneva ວ່າ ສະຖິຕິ​ປະຊາກອນຂອງ ສາທາລະນະລັດອາຟຣິກາ​ກາງ ກໍ​າລັງມີ​ການ​ປ່ຽນ​ແປງ. ຢູ່​ໃນ​ບັນດາ​ເມືອງ​ອື່ນໆ ທາງພາກ
​ຕາ​ເວັນ​ຕົກ​ຂອງ​ປະ​ເທດນັ້ນ ​ກໍພົບເຫັນວ່າ​ ໄດ້​ມີ​ການ​ຫລັ່ງໄຫລໜີຂອງຊາວມຸສລິມ ຄ້າຍຄື​
ກັນນີ້.

ທ່ານ​ນາງ Amos ກ່າວ​ວ່າ ສະຫະ​ປະຊາ​ຊາດ ຫວັງວ່າ ​ຈະໄດ້​ປ​ະຕິ​ບັດງານ​ຮ່ວມກັບລັດຖະ ບານ ​ໂດຍແນເປົ້າ​ໝາຍ​ໃສ່ ສອງ​ຫາ​ສີ່​ໂຕ​ເມືອງ ​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ຍັງມີປະຊາຊົນ ທີ່ປະສົມກັນຢູ່ຄືເກົ່າ.



ຄວາມວຸ້ນວາຍ​ ໃນສາທາລະນະລັດອາຟຣິກກາ​ກາງ ​ໄດ້​ເກີດ​ຂື້ນໃນ​ປີ​ກາຍ​ນີ້ ​ເວລາພວກ​
ກະບົດ ຊຶ່ງສ່ວນໃຫຍ່ປະກອບດ້ວຍຊາວ​ມຸສລິ​ມ ​ໄດ້​ໂຄ່ນ​ລົ້ມລັດຖະບານ. ພວກ​ກະບົດໄດ້​
ປຸ້ນ​ຈີ້ ຂົ່ມຂືນ ​ແລະ​ສັງຫານ​ພົນລະ​ເຮືອນ ​ຊຶ່ງໄດ້ພາໃຫ້ເກີດ ມີກຸ່ມທະຫານບ້ານ ຊາວຄຣິສ
ຕຽນ ແລະພວກນັບຖືຜີ ​ທີ່ມີຄວາມໂຫດຮ້າຍ​ປ່າ​ເຖື່ອນ ​ພໍປານໆກັນນັ້ນ ​ໄດ້​ໂຈມ​ຕີ ພົນລະ ​ເຮືອນ​ຊາວມຸສລິ​ມ.

ການ​ສູ້​ລົບ​ກັນ ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ ຫລາຍສິບ​ພັນ​ຄົນ ​ແລະອີກຫລາຍ​ຮ້ອຍ​ພັນ​ຄົນບໍ່
ມີ​ທີ່ຢູ່​ອາໄສ ​ແລະ​ພາກັນຫລົບໜີເພື່ອເອົາຊີວິດລອດ.

​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ​ນີ້ ​ຂ້າ​ຫລວງ​ໃຫຍ່ດ້ານອົບ​ພະ​ຍົບ ສະຫະ​ປະຊາຊາດ ທ່ານ Anto-
nio Guterres ກ່າວ​ວ່າ ​ໂລກ​ກໍາ ລັງ​ ເປັນ​ພະຍານ​ ທີ່ໄດ້ຮູ້ເຫັນ “ການກວດ​ລ້າງ” ພົນລະ ​ເມືອງຊາວມຸສລິມ​ສ່ວນ​ໃຫຍ່ ຢູ່ໃນ​ພາກ​ຕາ​ເວັນ​ຕົກ ​ຂອງສາທາລະນະລັດ ອາຟຣິກາ​ກາງ.
ທ່ານ​ກ່າວ​ອີກ​ວ່າ ຊາວ​ມຸສລິ​ມທັງ​ໝົດ​ທີ່​ຍັງ​ເຫລືອ​ຢູ່ໃນ​ຂົງເຂດດັ່ງກ່າວແມ່ນໄດ້ຖືກ​ຂົ່​ມຂູ່​ຕະ ຫລອດເວລາ.

car
please wait
Embed
car

No media source currently available

0:00 0:01:16 0:00
XS
SM
MD
LG