ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມາດຕະການລົງໂທດ ຕໍ່ ເກົາຫຼີເໜືອ ສະບັບໃໝ່ ຈະສ້າງ ຄວາມເຈັບປວດ ຫຼາຍກວ່າເກົ່າ


ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ຍົກມືໃຫ້ກັບຜູ້ເຂົ້າຮ່ວມ ເດີນສວນສະໜາມ ທີ່ຈະຕຸລັດ Kim Il Sung ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ.
ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ຍົກມືໃຫ້ກັບຜູ້ເຂົ້າຮ່ວມ ເດີນສວນສະໜາມ ທີ່ຈະຕຸລັດ Kim Il Sung ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ.

ພັນທະມິດ ສະຫະລັດ ໃນເຂດເອເຊຍຕາເວັນອອກ ໄດ້ສະແດງຄວາມຍິນດີຕໍ່ການຂະ ຫຍາຍມາດຕະການລົງທີ່ໜັກກວ່າເກົ່າຕໍ່ ເກົາຫຼີເໜືອ ໂດຍສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ໃນວັນພະຫັດມື້ນີ້, ແຕ່ບາງປະເທດຢູ່ໃນພາກພື້ນໄດ້ຫວັງວ່າ ມາດຕະ ການລົງໂທດໃໝ່ພວກນີ້ ຈະຍັບຢັ້ງລັດຖະບານຂອງທ່ານ Kim Jong Un ໄດ້.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄດ້ອອກຖະແຫຼງການສະໜັບສະໜູນມະ ຕິໃໝ່ຂອງສະພາ ໂດຍກ່າວວ່າ ມັນ “ໄດ້ສະທ້ອນ​ໃຫ້​ເຫັນເຖິງຄວາມຕັ້ງໃຈຂອງປະຊາ ຄົມນານາຊາດ ທີ່ຈະເອົາມາດຕະ ການອັນໜັກ​ແໜ້ນ ທີ່ມັນມີຂອບເຂດແຕກຕ່າງຈາກ ຄັ້ງທີ່ຜ່ານມາໂດຍຊິ້ນເຊີງ.”

ລັດຖະບານ ເກົາຫຼີໃຕ້ ໄດ້ຮຽກຮ້ອງໃຫ້ ເກົາຫຼີເໜືອ ເອົາໃຈໃສ່ກັບຄຳເຕືອນຂອງປະຊາ ຄົມນານາຊາດ ເພື່ອຢຸດໂຄງການນິວເຄລຍຂອງພວກເຂົາເຈົ້າ ຫຼືບໍ່​ກໍ​ຈະປະເຊີນໜ້າກັບ ຜົນທີ່​ຕິດຕາມ​ມາ.

ໂຄສົກກະຊວງການຕ່າງປະເທດ ທ່ານ Cho June-hyuck ໄດ້ກ່າວວ່າ “ພວກເຂົາເຈົ້າ ຈະບໍ່ພຽງແຕ່ປະເຊີນໜ້າ ກັບຄວາມຫຍຸ້ງຍາກທາງເສດຖະກິດ ແລະ ຖືກໂດດດ່ຽວທາງ ການທູດເພີ່ມເຕີມເທົ່ານັ້ນ, ແຕ່ພວກເຂົາເຈົ້າຍັງຈະໝົດສິດ ແລະ ອຳນາດພິເສດຂອງ ພວກເຂົາເຈົ້າ ໃນຖານະເປັນສະມາຊິກຂອງອົງການສະຫະປະຊາຊາດ ອີກດ້ວຍ.”

ນອກ​ນັ້ນ ລັດຖະບານ ເກົາຫຼີໃຕ້ ກໍຍັງໄດ້ປະກາດວ່າ ພວກເຂົ້າເຈົ້າຈະວາງມາດຕະການ ລົງໂທດຝ່າຍດຽວເພີ່ມເຕີມເຊັ່ນກັນ.

ສະພາຄວາມໝັ້ນຄົງ ໄດ້ວາງມາດຕະການລົງໂທດທີ່ຮ້າຍແຮງຍິ່ງຂຶ້ນກວ່າເກົາຫຼາຍຮອບ, ໂດຍແນເປົ້າໃສ່ ເກົາຫຼີເໜືອ ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ. ບັນດານັກການທູດໄດ້ກ່າວ ວ່າ ມາດຕະການ​ເຫຼົ່ານີ້​ໄດ້ເຮັດໃຫ້ການເດີນໜ້າ​ໄປສູ່ການ​ມີອາວຸດນິວເຄລຍຢູ່​ໃນ​ຄວາມ​ຄອບ​ຄອງ ຂອງເກົາຫຼີເໜືອ ຊ້າລົງກວ່າເກົ່າ, ແຕ່ຈົນເຖິງດຽວນີ້ ມັນຍັງບໍ່​ສາມາດທີ່ຈະຊັກ ຊວນໃຫ້ ເກົາຫຼີເໜືອ ປະຖິ້ມ​ໂຄງການ ອາວຸດນິວເຄລຍຂອງພວກເຂົາເຈົ້າ.

ມາດຕະການລົງໂທດທາງເສດຖະກິດຮອບໃໝ່ນີ້, ​ແມ່ນ​ເພື່ອ​ໃສ່ໂທດ ເກົາຫຼີເໜືອ ​ໃນ ການທົດລອງລະເບີດນິວເຄລຍຄັ້ງທີ 5 ທີ່ໄດ້ດຳເນີນຂຶ້ນໃນວັນທີ 9 ກັນຍາທີ່ຜ່ານມາ, ​ເຊິ່ງ​ໄດ້​ຮັບ​ການສະໜຸບສະໜູນຢ່າງ ​ເປັນ​ເອກະສັນຈາກບັນດາສະມາຊິກສະພາຄວາມ ໝັ້ນຄົງ 15 ປະເທດທີ່ລວມມີ ຈີນ ແລະ ຣັດເຊຍ ​ເຊິ່ງ​ເປັນພັນທະມິດສຳຄັນຂອງ ເກົາຫຼີ ເໜືອ ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

North Korea Sanctions React
please wait

No media source currently available

0:00 0:00:45 0:00

XS
SM
MD
LG