ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສປຊ ສະເໜີ ໃຫ້ສືບສວນ ການລະເມີດ ສິດທິມະນຸດ ຂອງ ເກົາຫລີເໜືອ (ວີດີໂອ)


ສະຫະ​ປະຊາ​ຊາດ ​ສະ​ເໜີ​ໃຫ້​ນາໆ​ຊາດສືບສວນ​ການ​ລ່ວງ​ລະ​ເມີດ ຂອງເກົາຫລີ​ເໜືອ ທີ່ອາດ​ຮ້າຍ​ແຮງເທົ່າ​ກັນ​ກັບການ ​ກໍ່ອາ
ຊະ​ຍາ​ກໍາຕ້ານ​ມະນຸດຊາດ.
ສະຫະ​ປະຊາ​ຊາດ ​ສະ​ເໜີ​ໃຫ້​ນາໆ​ຊາດສືບສວນ​ການ​ລ່ວງ​ລະ​ເມີດ ຂອງເກົາຫລີ​ເໜືອ ທີ່ອາດ​ຮ້າຍ​ແຮງເທົ່າ​ກັນ​ກັບການ ​ກໍ່ອາ ຊະ​ຍາ​ກໍາຕ້ານ​ມະນຸດຊາດ.
ເຈົ້າໜ້າ​ທີ່​ຮັບຜິດຊອບ​ດ້ານ​ສິດທິ​ມະນຸດ ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ
​ໂດຍ​ອົງ ການສະຫະ​ປະຊາ​ຊາດ ​ສະ​ເໜີ​ໃຫ້​ນາໆ​ຊາດສືບສວນ​
ການ​ລ່ວງ​ລະ​ເມີດ ຂອງເກົາຫລີ​ເໜືອ ຊຶ່ງ​ທ່ານ​ກ່າວ​ວ່າ ອາດ​ຈະ
ຮ້າຍ​ແຮງເທົ່າ​ກັນ​ກັບ​ການ ​ກໍ່ອາຊະ​ຍາ​ກໍາຕ້ານ​ມະນຸດຊາດ.

​ຢູ່ໃນ​ລາຍ​ງານ​ ໃນ​ວັນ​ຈັນ​ວານ​ນີ້ ​ຕໍ່ສະພາ​ສິດທິ​ມະນຸດ ສະຫະ​ປະ
ຊາ​ຊາດນັ້ນ ທ່ານ Marzuki Darusman ກ່າວ​ວ່າ ການ​ສືບສວນ​ຢ່າງ ເປັນ​ທາງ​ການ
ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ​ດ້ານ​ສິດທິ​ມະນຸດ ຈະ​ຊ່ວຍກົດ​ດັນ​ໃຫ້ພຽງ​ຢາງ ປັບ​ປຸງໃຫ້​ດີ​ຂຶ້ນສະພາບ​ການດ້ານ​ສິດທິ​ມະນຸດ ທີ່​ຄິດ​ວ່າ​ ຮວມຢູ່​ໃນ​ບັນດາ​ປະ​ເທດ​ທີ່​ຂີ້ຮ້າຍທີ່​ສຸດ​
ໃນ​ໂລກນັ້ນ.

ທ່ານ Darusman ຊຶ່ງ​ເປັນທະນາຍ​ຄວາມຊາວອິນ​ໂດ​ເນ​ເຊຍ ກ່າວ​ວ່າ ສະພາບ​ການ
ດ້ານ​ສິດທິ​ມະນຸດ​ຢູ່​ໃນເກົາຫລີ​ເໜືອ ​ໄດ້​ຂີ້ຮ້າຍ​ລົງ​ຕື່ມ ​ນັບ​ຕັ້ງ​ແຕ່ທ່ານ Kim Jong Un ​ໄດ້​ເຂົ້າ​ກໍາ​ອໍານາດຢູ່​ໃນ​ປະ​ເທດດັ່ງກ່າວ ຫລັງ​ຈາກ​ບິດາຂອງ​ທ່ານຄືທ່ານ Kim Jong Il ເຖິງ​ແກ່​ອະສັນ​ຍະ​ກຳ ໃນ​ທ້າຍ​ປີ 2011.

ລາຍ​ງານ​ອະ​ທິບາຍວ່າ ການ​ລ່ວງ​ລະ​ເມີດ​ “ຢ່າງ​ເປັນ​ລະບົບ​ແລະ​ແຜ່​ກວ້າງ” ​ແມ່ນຮວມ​ທັງການຄາດ​ຕະກໍາ ​ການ​ໃຊ້ເປັນ​ຂ້າ​ທາດ ການ​ຄຸມ​ຂັງ ການ​ທໍລະມານ ການ​ປະ​ຫັດ​ປະຫານ​ທາງ​ດ້ານ​ການ​ເມືອງ ​ແລະ ດ້ານ​ສາສະໜາ ​ຕະຫຼອດທັງ​ການ​ບັງຄັບໃຫ້​ຫາຍ​ສາຍ​ສູນ.

ຄະນະຜູ້ຕາງໜ້າ​ຂອງ​ເກົາຫຼີ​ເໜືອ ປະຈຳ​ສະພາ​ສິດທິ​ມະນຸດ​ ຊຶ່ງ​ມີ​ນຳ​ນັກງານ​ໃຫຍ່​ຢູ່​ກຸງ​ເຈ​ນີວາ ທ່ານ Choi Seokyoung ​ໄດ້​ປະຕິ​ເສດຕໍ່​ການ​ກ່າວ​ຫາ​ເຫຼົ່ານີ້ ​ໂດຍເວົ້າວ່າ ລາຍ​ງານ​ດັ່ງກ່າວ​ແມ່ນ​ພາກສ່ວນ​ນຶ່ງ ​ໃນການ​ສົມຮູ້​ຮ່ວມ​ຄິດພາຍ​ໃຕ້​ການ​ນຳພາ​ຂອງ​ປະ​ເທດຕາ​ເວັນ​ຕົກຕໍ່ລັດ ຖະບານ​ຂອງ​ທ່ານ.

NOKOR
please wait
Embed

No media source currently available

0:00 0:02:07 0:00
XS
SM
MD
LG