ລິ້ງ ສຳຫລັບເຂົ້າຫາ

ຄ່າເສຍຫາຍ ຈາກໄພ ທຳມະຊາດ ເຮັດໃຫ້ ທຸກຢ່າງ ຕົກຢູ່ໃນ ຄວາມສ່ຽງ


ແຜນທີ່ຂອງພາກພື້ນ ເອເຊຍ-ປາຊີຟິກ

ແຜນທີ່ຂອງພາກພື້ນ ເອເຊຍ-ປາຊີຟິກ

ຄະນະກຳມະທິການ ເສດຖະກິດພາກພື້ນ ສະຫະປະຊາຊາດ ກ່າວວ່າ ​ເຂດເອເຊຍ-ປາຊີຟິກ ກຳລັງປະເຊີນໜ້າກັ ຄວາມ​ເສຍ​ຫາຍ​ທີ່ເພີ່ມຂຶ້ນຂອງມະນຸດ ແລະ ຕົ້ນທຶນທາງເສດຖະກິດ ຈາກໄພທຳມະ ຊາດ ໃນຊຸມທົດສະວັດຕໍ່ໜ້າ, ຍົກເວັ້ນ ​ແຕ່ບັນດາລັດ ຖະບານໃນພາກພື້ນຈະດຳເນີນການລົງທຶນ ໃນການຫຼຸດຜ່ອນ ໄພທຳມະຊາດ. ຜູ້ສື່ຂ່າວ Ron Corben ມີລາຍງານ ສຳລັບວີໂອເອ ຈາກບາງກອກ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ.

ຄວາມເສຍຫາຍຂອງມະນຸດ ແລະເສດຖະກິດຈາກໄພທຳ ມະຊາດທີ່ສົ່ງຜົນກະທົບ ຕໍ່ພາກ ພື້ນ ເອເຊຍ-ປາຊີຟິກ ແມ່ນ ກຳລັງເພີ່ມຂຶ້ນ, ພ້ອມດ້ວຍການເຕີບໂຕຢ່າງ​ວ່ອງ​ໄວທາງດ້ານ ເສດຖະກິດ, ປະຊາກອນມະນຸດທີ່ເພີ່ມສູງຂຶ້ນ ແລະ ການຫັນມາເປັນຕົວ ເມືອງໃຫຍ່ເຮັດ ໃຫ້ສັງຄົມທຸກໆແຫ່ງຕົກຢູ່ໃນຄວາມ ສ່ຽງ.

ເອເຊຍ-ປາຊີຟິກ ເປັນພາກພື້ນທີ່ມີແນວໂນ້ມປະສົບກັບໄພພິບັດ ຫຼາຍທີ່ສຸດໃນໂລກ, ເຊິ່ງ ໄດ້ປະເຊີນໜ້າກັບໄພທຳມະຊາດຫຼາຍ ກວ່າ 1,600 ຄັ້ງ ໃນທົດສະວັດທີ່ຜ່ານມາ, ໂດຍ​ໄດ້​ເອົາຊີວິດ ຂອງ​ປະຊາຊົນປະມານເຄິ່ງລ້ານຄົນ ທີ່ຕົ້ນທຶນທາງເສດຖະເສດ ກິດ​ສູງກວ່າ 520 ຕື້ໂດລາ.

ບົດລາຍງານພິເສດທີ່ໄດ້ສະເໜີໂດຍຄະນະກຳມະທິການ ເສດຖະ ກິດ ແລະ ສັງຄົມສຳລັບ ເອເຊຍ ແລະ ພາກພື້ນປາຊີຟິກ ຂອງ ອົງການສະຫະປະຊາຊາດ ຫຼື UNESCAP ກ່າວວ່າ ຕົວເລກ ດັ່ງກ່າວນັ້ນຈະສືບຕໍ່ເພີ່ມຂຶ້ນ ຍົກເວັ້ນແຕ່ລັດຖະບານຂອງແຕ່ລະ ປະເທດມີຄວາມ ເຕັມໃຈທີ່ຈະລົງທຶນ ໃນການຫຼຸດຜ່ອນຄວາມສ່ຽງທາງດ້ານໄພພິບັດ.

ບົດລາຍງານ “ໄພພິບັດ ບໍ່ມີພົມແດນ” ກ່າວວ່າບັນດາຄວາມສ່ຽງ ຕ່າງໆຈາກໄພທຳມະ ຊາດ ແມ່ນໄດ້ຮ້າຍແຮງຂຶ້ນກວ່າເກົ່າ ຍ້ອນ ການຂະຫຍາຍຕົວຢ່າງວ່ອງໄວ, ປະຊາກອນ​ເພີ່ມຫຼາຍຂຶ້ນ ແລະ ການແຜ່ກະຈາຍຂອງການພັດທະນາຕົວເມືອງ.

ທ່ານນາງ Shamshad Akhtar ຜູ້ຊ່ວຍເລຂາທິການໃຫຍ່ ສະຫະປະຊາຊາດ ເຊິ່ງເປັນ ເລຂາທິການແຫ່ງ UNESCAP ກ່າວວ່າໄພພິບັດທີ່ເກີດຂຶ້ນເລື້ອຍໆ, ໃຫຍ່ຫຼາຍກວ່າ ແລະ ຮ້າຍແຮງກວ່າແມ່ນຄວາມເປັນຫ່ວງທີ່ລໍ້ຫຼິ້ນບໍ່ໄດ້. ມັນໄດ້ຖືກເນັ້ນຢ້ຳ ໂດຍເຫດແຜ່ນດິນ ໄຫວໃນພາກພື້ນ ພູເຂົາ ຮິມາໄລ ໃນສັບປະດານີ້ເຊິ່ງໄດ້ເຮັດໃຫ້ຫຼາຍຮ້ອຍຄົນເສຍ ຊີວິດ.

ທ່ານນາງ Shamshad Akhtar ກ່າວວ່າ “ໄພຂົ່ມຂູ່ແມ່ນກຳລັງ ເພີ່ມຂຶ້ນ, ແຕ່ໄພຂົ່ມ ຂູ່ຂ້າມເຂດແດນທີ່ມີຂະໜາດໃຫຍ່ກວ່າ, ເພາະວ່າໄພພິບັດບໍ່ໄດ້ນັບຖືເຂດແດນ.. ມັນອາດ ເປັນຮອຍເລື່ອນ ຂອງເປືອກໂລກ, ເຊິ່ງພວກເຮົາໄດ້ພົບເຫັນໃນສິ່ງທີ່ ເກີດຂຶ້ນໃນ ປະເທດ ປາກິສຖານ, ອັຟການິສຖານ ແລະ ຂ້າມຈາກອັຟການິສ ຖານ ຫາເຂດຊາຍແດນຕິດກັບ ຈີນ ພາຍຸໄຊໂຄລນເຂດຮ້ອນ, ເຊິ່ງພວກເຮົາໄດ້ ພົບເຫັນຫຼາຍຢູ່ໃນໃຈກາງນັ້ນ, ແລະ ໄພ ແຫ້ງ ແລ້ງ ແລະ ໄພນ້ຳຖ້ວມດ້ວຍ.”

ພາຍ​ໃນປີ 2030 ລາຍງານຂອງອົງການສະຫະປະຊາຊາດ ຄາດ ການວ່າ, ຄວາມເສຍ ຫາຍຍ້ອນໄພພິບັດປະຈຳປີໃນພາກພື້ນອາດ ສະເລ່ຍເຖິງ 160 ຕື້ໂດລາຕໍ່ປີເພີ່ມຂຶ້ນຈາກ ປະຈຸບັນ ພຽງແຕ່ ຫຼາຍກວ່າ 50 ຕື້ໜ້ອຍດຽວ.

ການເພີ່ມຂຶ້ນຂອງປະຊາກອນໃນເຂດຕົວເມືອງ, ຫຼາຍເທື່ອໄດ້ປະເຊີນໜ້າກັບຄວາມບໍ່ ພຽງພໍໃນດ້ານ ບໍລິການພື້ນຖານ ເຊັ່ນວ່າຖະໜົນຫົນທາງ, ການສະໜອງນ້ຳ ແລະ ການ ກຳຈັດນ້ຳເສຍ, ໃຫ້ປະຊາກອນ ໂດຍສະເພາະຜູ້ທີ່ທຸກຍາກກວ່າຕົກຢູ່ໃນຄວາມສ່ຽງ.

ບົດລາຍງານກ່າວວ່າ ຜູ້ຢູ່ອາໄສໃນຕົວເມືອງປະມານ 740 ລ້ານ ຄົນ ໃນ ເອເຊຍ ແລະ ປາຊີຟິກ ແມ່ນຕົກຢູ່ໃນຄວາມສ່ຽງສູງສຸດ ຕໍ່ໄພພິບັດ, ສ່ວນໃຫຍ່ຈະໄດ້ຮັບຄວາມເສຍ ຫາຍຈາກພາຍຸໄຊ ໂຄລນ, ແຜ່ນດິນໄຫວ, ນ້ຳຖ້ວມ ແລະ ດິນເຈື່ອນ.

ສິ່ງແວດລ້ອມທຳມະຊາດຂອງພາກພື້ນທີ່ເຄີຍອຸດົມສົມບູນຄັ້ງໜຶ່ງໄດ້ເປັນກັນບັງຕໍ່ໄພພິ ບັດທຳມະຊາດກໍໄດ້ອ່ອນແອລົງເຊັ່ນກັນ. ໄພແຫ້ງແລ້ງກໍໄດ້ຖືກເນັ້ນຢ້ຳໄປຕາມກັບ ຄວາມທ້າທາຍຂອງຄວາມຕ້ອງການຜະລິດອາຫານ ແລະ ຊັບພະຍາກອນທີ່ເພີ່ມຂຶ້ນ

ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ລັດຖະບານໃນພາກພື້ນ ສະແດງຄວາມສະໝັກ ໃຈທາງການເມືອງເພື່ອລົງທຶນໃນມາດ ຕະການຫຼຸດຜ່ອນໄພພິບັດ ແລະ ຫຼຸດຜ່ອນຕົ້ນທຶນ ສຳລັບມະນຸດ ແລະ ເສດຖະກິດ.

ລັດຖະມົນຕີຂອງປະເທດໝູ່ເກາະ ຟີຈີ ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງໄພພິບັດແຫ່ງຊາດ, ທ່ານ Inia Batikoto Seruiratu ໄດ້ກ່າວວ່າ ລັດຖະບານຂອງທ່ານໄດ້ເພີ່ມການໃຊ້ຈ່າຍ ເພື່ອ ພະຍາຍາມຫຼຸດຜ່ອນຜົນກະທົບ ທີ່ຈະເກີດຂຶ້ນໃນອະນາຄົດຈາກໄພທຳມະຊາດ ໂດຍ ສະເພາະພາຍຸໄຊໂຄລນ.

ລັດຖະມົນຕີຂອງ ຟີຈີ ໄດ້ກ່າວວ່າ “ພວກເຮົາໄດ້ກຳນົດກອງທຶນ ກ່ຽວກັບ ການຫຼຸດ ຜ່ອນຄວາມສ່ຽງດ້ານໄພພິບັດ ແລະ ແນ່ນອນ ຂ້າພະເຈົ້າໄດ້ຖືກບອກໃຫ້ຮູ້ວ່າ ມັນຈະມີການກຳນົດກອງທຶນ ສຳລັບປີໜ້າ, ບາງທີສອງເທົ່າ ຫຼື ສາມເທົ່າ, ເຊິ່ງ ແມ່ນດີ. ພວກ ເຮົາຕ້ອງການຄວາມກະຕືລືລົ້ນ ແລະ ຄຳໝັ້ນສັນຍາທາງການ ເມືອງ. ດັ່ງທີ່ຂ້າພະເຈົ້າໄດ້ກ່າວວ່າ ຄວາມສ່ຽງດ້ານໄພພິບັດ ແມ່ນການລົງທຶນ ປະເພດໜຶ່ງ. ມັນບໍ່ແມ່ນການໃຊ້ຈ່າຍ, ແລະ ພວກເຮົາຕ້ອງລົງທຶນໃນຄວາມສ່ຽງ ດ້ານໄພພິບັດ ດັ່ງນັ້ນພວກ ເຮົາຈຶ່ງສາມາດຄ້ຳຢັນການພັດທະນາແບບຍືນຍົງ.”

ບົດລາຍງານອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ລັດຖະບານ ຈົ່ງສ້າງຄວາມຢືດ ຢຸ່ນໃນການວາງແຜນ ຈັດການກັບໄພພິ ບັດ, ລວມໄປເຖິງການມີບົບຂໍ້ມູນທີ່ດີຂຶ້ນ, ແລະ ເພື່ອປັບປຸງ ການຮ່ວມມືໃນພາກພື້ນ.

XS
SM
MD
LG