ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ກ່າວວ່າ ການນັບຖື ສິດທິມະນຸດ ຢູ່ພາກຕາເວັນອອກ ຢູເຄຣນ ກຳລັງຊຸດໂຊມລົງ (ສະໄລດ໌/ວີດີໂອ)


ພວກກະບົດ ທີ່ສະໜັບສະໜູນ ຣັດເຊຍ ກຳລັງຢູ່ໃນທ່າໂຈມຕີ
ພວກກະບົດ ທີ່ສະໜັບສະໜູນ ຣັດເຊຍ ກຳລັງຢູ່ໃນທ່າໂຈມຕີ
ບັນດາ​ຜູ້​ສັງ​ເກ​ດການສະຫະ​ປະຊາ​ຊາດ ກ່າວ​ວ່າ ການ
ກໍ່ຄວາມຮຸນແຮງໂດຍ ກຸ່ມ​ຕໍ່​ຕ້ານລັດຖະບານຢູ່​ພາກ​ຕາ
​ເວັນ​ອອກ​ຂອງ​ຢູ​ເຄຣນ ກຳລັງ​ເຮັດໃຫ້ການ ເຄົາລົບນັບ
ຖືສິດທິມະນຸດ “ຊຸດໂຊມລົງ ຢ່າງໜ້າຕື່ນຕົກໃຈ” ທ່າມ
ກາງວິ​ກິດ​ການດ້ານການ​ເມືອງ ລະຫວ່າງ Kyiv ​ແລະ
ພວກແບ່ງແຍກດິນແດນສະໜັບ ສະໜູນ​ຣັດ​ເຊຍ.

ຂ້າຫລວງໃຫຍ່ດ້ານສິດທິ​ມະນຸດ ຂອງສະຫະ​ປະຊາ​
ຊາດ ທ່ານ Navi Pillay ກ່າວ​ໃນ​ວັນ​ສຸກ​ມື້​ວານນີ້​ວ່າ ນອກນັ້ນແລ້ວການພົບເຫັນຂອງສະຫະ​ປະຊາ​ຊາດ
ຍັງ ໄດ້ສະແດງຄວາມ​ວິຕົກກັງວົນຢ່າງເລິກເຊິ່ງ​ສຳ
ລັບພວກ​ຊົນ​ກຸ່ມ​ນ້ອຍ ທີ່​ປະ​ເຊີນ​ໜ້າ​ກັບ​ການຮາວີລົບ​ກວນ​ຢູ່​ທີ່ເຂດ Crimea ໃນ
ພາກ​ໃຕ້​ຂອງ​ຢູ​ເຄຣນທີ່​ໄດ້​ຖືກປະກາດຮວມເຂົ້າເປັນພາກສ່ວນຂອງຣັດ​ເຊຍ​ໃນ​
ເດືອນ​ກຸມພາຜ່ານມານີ້. ທັງ ຢູເຄຣນ ​ແລະບັນດາພັນ​ທະ​ມິດ​ຕາ​ເວັນ​ຕົກຕ່າງກໍບໍ່​
ໄດ້​ຮັບ​ຮູ້​ ການປະກາດຮວມ ເອົາເຂດດັ່ງ​ກ່າວຂອງຣັດເຊຍ.
CN-US, UK: Russia Will Face Sectoral Sanctions if it Disrupts Ukraine Vote
please wait

No media source currently available

0:00 0:02:19 0:00

ກະຊວງການຕ່າງປະເທດຣັ​ດ​ເຊຍ ໃນວັນສຸກວານນີ້ ໄດ້ກ່າວຫາອົງການສະຫະ ປະຊາຊາດວ່າ ບໍ່ມີຄວາມເປັນກາງເລີຍ ໂດຍເວົ້າວ່າ ລາຍ​ງານຂອງສະຫະ​ປະຊາ​
ຊາດ ມີຄວາມບໍ່ສອດຄ່ອງກັນຢ່າງຈະແຈ້ງ ແລະກໍມີມາດຕະຖານສອງໜ້າ ພ້ອມ
ທັງປົກປິດໃນອັນທີ່ກະຊວງການຕ່າງປະເທດຣັດເຊຍເອີ້ນວ່າ ອຳນາດການ ປົກຄອງທີ່ສະຖາປະນາຕົນໃນ ຂອງ Kyiv.

ພວກ​ແບ່ງ​ແຍກ​ດິນ​ແດນ ຢູ່ທີ່ແຂວງ Donetsk ​ແລະ Luhansk ໃນ​ພາກ​ຕາ​ເວັນ
​ອອກ​ຂອງ​ຢູ​ເຄຣນ ​ພາກັນ​ລົງມະ​ຕິກ່ຽວກັບການ​ປົກຄອງ​ຕົນ​ເອງ​ໃນ​ວັນ​ອາ ທິດທີ່​
ຜ່ານ​ມາ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ປະກາດເອກ​ກະລາດ ເປັນ “ສາທາລະນະ​ລັດປະ
ຊາຊົນ” ຢູ່​ໃນ​ສອງ​ຂົງ​ເຂດ ​ແລະ​ຜູ້ນຳຫົວ​ແບ່ງ​ແຍກ​ໃນ​ເມືອງ Donetsk ໄດ້​ຮ້ອງ
ຂໍໃຫ້ມົສ​ກູ ພິຈາລະ​ນາຢ່າງເປັນ​ທາງ​ການ “ຮັບ​ເອົາ​” ຂົງ​ເຂດດັ່ງກ່າວ ​ເຂົ້າ​ຮ່ວມ​ຢູ່​ໃນສະຫະພັນຣັດ​ເ​ຊຍ.
UKRAINE SOTVO
please wait
Embed

No media source currently available

0:00 0:00:53 0:00

ໃນ​ວັນສຸກ​ມື້​ນີ້ອະທິ​ໄອ​ຍະ​ການຂອງຢູ​ເຄຣນໄດ້​ປະກາດວ່າ ພວກ​ກະບົດຢູ່ເຂດ ທີ່
ປະກາດຕົນເອງເປັນ ສາທາລະນະລັດ​ປະຊາຊົນ Donetsk ​ແລະສາທາລະນະປະ
ຊາ​ຊົນ Luhansk ນັ້ນ ເປັນ “ອົງການຈັດ​ຕັ້ງ​ຂອງພວກ​ກໍ່​ການ​ຮ້າຍ.”

ບັນດາ​ຜູ້ນຳ​ຂອງ​ທັງ​ສອງສາທາລະນະລັດ ທີ່​ແຍກໂຕ​ອອກ​ໄປນັ້ນ ​ກ່າວ​ວ່າ ​ເຂົາ​ເຈົ້າ​
ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງປະທານາທິບໍດີ ​ໃນ​ວັນ​ທີ 25 ພຶດສະພາ ຢູ່​ໃນ​ຂົງ​ເຂດ​ຂອງ​ເຂົາ​ເຈົ້າ.

ອັງກິດ ​ແລະ ສະຫະລັດ ​ໄດ້​ເຕືອນຣັດ​ເຊຍວ່າ ​ຕົນ​ຈະທຳການລົງ​ໂທດ​ດ້ານເສດຖະ
ກິດໃນຂອບເຂດທີ່ກວ້າງຂວາງ ຖ້າ​ຫາກ​ຣັດເຊຍພະຍາຍາມ​ລົບ​ກວນ​ການ​ເລືອກ​ຕັ້ງ​ທີ່ຢູ​ເຄຣນ ໃນວັນ​ທີ 25 ພຶດສະພານີ້.

​ໃນ​ຂະນະ​ດຽວ​ກັນ ກໍມີ​ລາຍ​ງານ​ວ່າ ​ໄດ້ເກີດ​ຄວາມ​ຮຸນ​ແຮງ​ເພີ່ມ​ຕື່ມ ​ໃນພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ​ໃນ​ວັນ​ສຸກ​ວານ​ນີ້ ຮວມ​ທັງ​ການ​ສູ້​ລົບ ລະຫວ່າງທະຫານ ລັດຖະ
ບານ​ຢູ​ເຄຣນແລະ​ກຳລັງ​ຂອງພວກ​ແບ່ງ​ແຍກດິນ​ແດນ ຢູ່​ອ້ອມ​ແອ້ມ​ເມືອງ Slovyansk ​ແລະ Kramatorsk ​ແລະການເຂົ້າ​ຍຶ​ດ​ເອົາຄ້າຍ​ທະຫານຢູເຄຣນ ​ໂດຍ​ພວກ​ແບ່ງ​ແຍກດິນ​ແດນ ​ໃນ​ເມືອງ Donetsk.
XS
SM
MD
LG