ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສປຊ ປະຕິເສດ ຂໍ້ສະເໜີ ຣັດເຊຍ ທີ່ຈະສົ່ງ ກຳລັງ ໄປເຂດ Golan (ສະໄລດ໌)


ກຳລັງ​ຮັກສາ​ສັນຕິພາບອອສ​ເຕ​ຣຍ ຈະຖອນອອກຈາກເຂດພູພຽງ Golan
ກຳລັງ​ຮັກສາ​ສັນຕິພາບອອສ​ເຕ​ຣຍ ຈະຖອນອອກຈາກເຂດພູພຽງ Golan
ສະຫະ​ປະຊາ​ຊາດ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ
​ຕໍ່ຣັດ​ເຊຍທີ່​ໄດ້​ສະ​ເໜີສົ່ງ​ກຳລັງ​ ​ໄປ​ແທນກຳລັງ​ຮັກສາ​ສັນຕິພາບ
ອອສ​ເຕ​ຣຍ ທີ່​ປະຕິບັດ​ງານ​ຢູ່​ໃນ​ບໍລິ​ເວນ​ຊາຍ​ແດນ​ຊີ​ເຣຍ ​ຕິດ​
ກັບອິສຣາ​ແອ​ລ ​ແຕ່​ກໍ​ກ່າວ​ວ່າ ກາ​ນສັບ​ປ່ຽນ​ທີ່ ວ່າ​ນີ້ ​ແມ່ນເປັນ​
ໄປ​ບໍ່​ໄດ້.

ປະທານາທິບໍດີ Vladimir Putin ​ໄດ້​ສະ​ເໜີ​ທີ່​ຈະ​ສົ່ງ​ທະຫານ​
ຣັດ​ເຊຍ ໄປປະຕິ ບັດ​ງານ​ຢູ່​ໃນ​ພູ​ພຽງ Golan ຫລັງ​ຈາກອອສ​
ເຕຣ​ຍ ​ໄດ້​ຕັດສິນ​ໃຈ​ຖອນທະຫານ ຂອງ​ຕົນ 337 ຄົນ ​ອອກ​
ຈາກກຳລັງ​ຮັກສາ​ສັນຕິ​ພາບ​ ຂອງ​ສະຫະປະຊາ​ຊາດ ​ຍ້ອນການ
ແຜ່​ລາມທີ່​ນັບ​ມື້ນັບ​ເພີ້ມທະວີ​ຂຶ້ນຂອງ​ບັນຫາ​ຂັດແຍ້​ງ​ໃນຊີ​ເຣຍ.

​ແຕ່​ໂຄສົກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Martin Nesirky ກ່າວ​ວ່າ ຣັດ​ເຊຍ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ປະກອບສ່ວນ​ຢູ່​ໃນ​ກອງກຳລັງ​ດັ່ງກ່າວ ຍ້ອນ​ຣັດ​ເຊຍ ​ເປັນ​ນຶ່ງ​ໃນ​ຈຳນວນ​ສະມາ
ຊິກ​ຖາວອນ 5 ປະ​ເທດ​ຂອງ​ສະພາ​ຄວາມ​ໝັ້ນຄົງ.

ການ​ຖອນທະຫານ​ອອສ​ເຕຣ​ຍອອ​ກ​ໄປຈາກ​ຂົງເຂດ ແມ່ນ​ເປັນຄວາມ​ເສຍ​ຫາຍ​ ​ຄັ້ງ​ຫລ້າ​ສຸດຕໍ່ກຳລັງ​ຮັກສາ​ສັນຕິພາບ.

ທ່ານ Nesirky ກ່າວ​ວ່າ ກຳລັງ​ມີການ​ປະ​ຊຸມ​ກັນ​ລ​ະຫວ່າງ​ເຈົ້າ​ໜ້າ​ທີ່ສະຫະ​ປະ ຊາ​ຊາດ ກັບ​ຜູ້ຕາງໜ້າປະເທດ​ຕ່າງໆ ທີ່​ສົ່ງ​ກໍາລັງ​ທະຫານ ໄປ​ຮ່ວມ​ການ​ປະຕິ ບັດ​ງານສະຫະ​ປະຊາ​
ຊາດເພື່ອ​ຊອກ​ຫາເບິ່ງ​ວ່າ ສະມາຊິກປະ​ເທດໃດ​ເຕັມ​ໃຈ​ສົ່ງ​ກຳລັງ​ໄປແທນ​ອອສ​ເຕຣ​ຍຊຶ່ງ​ປະກອບເປັນນຶ່ງ​ສ່ວນ​ສາມ​ຂອງ​ກຳລັງທັງ​ໝົດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG