ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ ​ອົບ​ພະຍົບ ສປຊ ຄັດຄ້ານ ຕໍ່ການສ້າງ "ເຂດປອດໄພ" ໃນຊີເຣຍ


ທ່ານ Filippo Grandi ຫົວໜ້າ​ອົງ​ການອົບ​ພະຍົບ​ສະຫະ​ປະຊາ​ຊາດ ຫຼື UNHCR ກ່າວຕໍ່ບັນດານັກຂ່າວທີ່ນະຄອນ Beirut ປະເທດ Lebanon.
ທ່ານ Filippo Grandi ຫົວໜ້າ​ອົງ​ການອົບ​ພະຍົບ​ສະຫະ​ປະຊາ​ຊາດ ຫຼື UNHCR ກ່າວຕໍ່ບັນດານັກຂ່າວທີ່ນະຄອນ Beirut ປະເທດ Lebanon.

ຫົວໜ້າ​ອົງ​ການອົບ​ພະຍົບ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ​ຂໍ້ລີ​ເລີ້ມ​ທີ່​ໄດ້​ມີ​ການສະ​ເໜີ ​ທີ່​ຈະ​ສ້າງ​ເຂດ​ປອດ​ໄພ​ຂຶ້ນໃນ​ຊີ​ເຣ​ຍ ​ສຳລັບ​ພວກ​ອົບ​ພະຍົບ ຈະ​ບໍ່​ໄດ້ຜົນ​ຢູ່​ພາຍໃນ​ປະ​ເທດ.

ທ່ານ​ Philipo Grandi ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃ​ນນະຄອນ Beirut ​ໃນວັນ​ສຸກ​ວານ​ນີ້​ວ່າ “ຢ່າ​ເສຍ​ເວລາ ​ໃນ​ການວາງ​ແຜນສ້າງ​ເຂດ​ປອດ​ໄພທີ່​ຈະ​ບໍ່​ຈັດ​ຕັ້ງ​ຂຶ້ນ ​ເພາະວ່າ​ມັນ​ຈະ​ບໍ່​ມີ​ຄວາມ​ປອດ​ໄພ​ພຽງພໍເພື່ອ​ໃຫ້​ຜູ້​ຄົນ​ທີ່​ຈະ​ກັບ​ຄືນ​ໄປ.”

ທ່ານ Grandi ກ່າວ​ວ່າ ຊີ​ເຣຍ​ “ບໍ່​ໄດ້ແມ່ນ​ບ່ອນ​ທີ່ເໝາະ​ສົມ​ສຳລັບ​ຂໍ້ລິ​ເລີ້ມນີ້" ​ເພາະວ່າ ​ມີ​ການ​ກໍ່​ການ​ຮ້າຍ​ຢູ່​ໃນ​ປະ​ເທດ ​ແລະກຸ່ມ​ຕ່າງໆ​ທີ່​ພົວພັນ​ຢູ່​ໃນບັນຫາ​ຂັດ​ແຍ້​ງ​ຊີ​ເຣຍ.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ ກ່ຽວ​ກັບ​ການ​ສ້າງ​ເຂດ​ປອດ​ໄພ ​ເຊັ່ນ​ດຽວ​ກັບ​ເທິ​ກີ ​ແລະ​ເລ​ບາ​ນອນ ຊຶ່ງທັງ​ສອງ​ປະ​ເທດ​ໄດ້​ເປັນ​ເຈົ້າພາບຕ້ອນຮັບອົບ​ພະຍົບຊີ​ເຣຍ 3 ລ້ານ 7 ​ແສນ 5 ໝື່ນຄົນ​.

ທ່ານ Trump ຍັງ​ໄດ້ເຊັນ​ດຳລັດ ​ໃນ​ອາທິດ​ແລ້ວ​ນີ້ ຫ້າມ​ບໍ່​ໃຫ້ອົບ​ພະຍົບຊີ​ເຣຍ​ເຂົ້າມາສະ​ຫະລັດ​ຢ່າງ​ບໍ່​ມີ​ກຳນົດ​ ​ແລະ​ຫ້າມ​ອົບ​ພະຍົບຈາກ​ບັນດາ​ປະ​ເທດ​ອື່ນໆ​ເປັນ​ເວລາ 120 ມື້. ດຳລັດ​ດັ່ງກ່າວ ​ຍັງ​ຮວມການ​ຫ້າມ​ເຂົ້າປະ​ເທດ​ເປັນ​ເວລາ 90 ມື້ ​ສຳລັບ​ເຈັດ​ປະ​ເທດ ທີ່​ລັດຖະບານ​ພິສູດ​ວ່າ ​ເປັນ “​ແຫ​ລ່ງທີ່​ມາ​ຂອງ​ການ​ກໍ່​ການ​ຮ້າຍ.”

ທ່ານ Grandi ກ່າວ​ວ່າ ດຳລັດ​ຂອງ​ທ່າ​ນ Trump ​ເປັ​ນ “ອັນຕະລາຍ​ຕໍ່​ການ​ສ້າງ​ຄວາມ​ອ່ອນ​ແອ” ​ໃຫ້​ແກ່ຫລັກການ​ຈັດຕັ້ງສາກົນ​ທີ່ຈະ​ປົກປ້ອງອົບ​ພະຍົບ.

ທ່ານ​ກ່າວ​ວ່າ ອົບ​ພະຍົບ​ຊີເຣຍ “ສົມ​ຄວນ ​ທີ່​ຈະ​ໄດ້​ຮັບການຕ້ອນຮັບ​ ​ເຂົາ​ເຈົ້າ​ຄວນ​ຖືກ ຕ້ອນຮັບ​ດ້ວຍ​ຄວາມ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ ​ແລະ​ເອື້ອ​ເຟື້ອ​ເພື່ອ​ແຜ່ ບໍ່​ແມ່ນ​ຖືກ​ລະວ່າ​ເປັນ​ຜູ້ນຳ​ພາ ຫລື​ມີ​ຄວາມສ່ຽງ ຂອງ​ໄພ​ຂົ່ມຂູ່ ​ເຂົາ​ເຈົ້າ​ບໍ່​ແມ່ນ​ດັ່ງ​ນັ້ນ. ຜູ້​ຄົນ​ເຫລົ່ານີ້ ແມ່ນ​ພາ ກັນ​ຫລົບ​ໜີ​ຈາກ​ອັນ​ຕະລາຍ ​ເຂົາ​ເຈົ້າເອງບໍ່​ແມ່ນ​ໄພ​ອັນ​ຕະລາ​ຍ.”

ດຳລັດ​ຂອງ​ທ່ານ Trump ​ໄດ້ຮັບ​ສະໜັບສະໜູນຈາກ​ເຄິ່ງຂອງຊາວ​ອາ​ເມຣິກັນ​ທັງ​ໝົດ ອີງ​ຕາມ​ການ​ຢັ່ງຫາງສຽງ​ຫວ່າງ​ມໍ່ໆ​ມາ​ນີ້ ​ແລະສອດຄ່ອງ​ກັບ​ຄຳ​ສັນຍາ​ຊໍ້າ​ແລ້ວ​ຊໍ້າ​ອີກ ທີ່​ທ່ານ Trump ​ໄດ້ໃຫ້​ໄວ້​ໃນລະຫວ່າງ​ການ​ໂຄສະນາ​ຫາ​ສຽງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG