ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ມີແຜນການ ວ່າຈະສົ່ງ ການຊ່ອຍເຫຼືອ ໄປໃຫ້ ເຖິງຊາວຊີເຣຍຜູ້ຈຳເປັນ ໃນຂະນະທີ່ ການຢຸດຍິງ ຍັງສືບຕໍ່


ຂະບວນລົດ ຊ່ອຍເຫຼືອດ້ານມະນຸດສະທຳ ລໍຖ້າຢູ່ດ້ານໜ້າ ຫ້ອງການ ອົງການບັນເທົາທຸກ ແລະການທຳງານ ຂອງອົງ
ການສະຫະປະຊາຊາດ (UNRWA) ກ່ອນທອອກເດີນທາງ
ເຂົ້າໄປໃນ ເມືອງ Madaya, al-Zabadani ແລະ al-Moadhamiya ທີ່ເປັນເຂດປົກຄອງ ຂອງພວກຕໍ່ຕ້ານ
ລັດຖະບານ ທີ່ຖືກປິດລ້ອມ ໂດຍລັດຖະບານ ຊີເຣຍ.
ຂະບວນລົດ ຊ່ອຍເຫຼືອດ້ານມະນຸດສະທຳ ລໍຖ້າຢູ່ດ້ານໜ້າ ຫ້ອງການ ອົງການບັນເທົາທຸກ ແລະການທຳງານ ຂອງອົງ ການສະຫະປະຊາຊາດ (UNRWA) ກ່ອນທອອກເດີນທາງ ເຂົ້າໄປໃນ ເມືອງ Madaya, al-Zabadani ແລະ al-Moadhamiya ທີ່ເປັນເຂດປົກຄອງ ຂອງພວກຕໍ່ຕ້ານ ລັດຖະບານ ທີ່ຖືກປິດລ້ອມ ໂດຍລັດຖະບານ ຊີເຣຍ.

ອົງການສະຫະປະຊາຊາດ ວາງແຜນວ່າຈະເລີ້ມຕົ້ນການນຳສົ່ງ
ການຊ່ອຍເຫຼືອ ໃນວັນຈັນມື້ນີ້ ດ້ວຍຄວາມຫວັງວ່າ ຈະເຂົ້າໄປ
ເຖິງ ຊາວຊີເຣຍ 150,000 ຄົນ ໃນຂະນະທີ່ ມີການສະຫງົບເສີກ
ຢູ່ໃນປະເທດ ທີ່ຍືດອອກໄປ ເປັນມື້ທີສາມແລ້ວນັ້ນ.

ຜູ້ປະສານງານ ດ້ານມະນຸດສະທຳ ຂອງອົງການສະຫະປະຊາ
ຊາດ ສຳລັບຊີເຣຍ ທ່ານ Yacoub El Hillo ກ່າວວ່າ ການນຳສົ່ງ
ການຊ່ອຍເຫຼືອ ໄປຍັງເຂດປິດລ້ອມນັ້ນ ແມ່ນໄດ້ກຳນົດໄວ້ ໃນ
ລະຫວ່າງ ວັນຈັນມື້ນີ້ ແລະ ວັນສຸກ.

ທ່ານໄດ້ກ່າວອີກວ່າ “ມັນເປັນໂອກາດທີ່ດີທີ່ສຸດ ທີ່ປະຊາຊົນ
ຊີເຣຍໄດ້ ມີສັນຕິພາບຫຼັງຈາກ 5 ປີຜ່ານມາ ແລະ ມີສະຖຽນລະພາບ ອັນຍາວນານ.”

ສັນຍາຢຸດຍິງ ໄດ້ເລີ້ມຕົ້ນຂຶ້ນ ໃນຕອນເຊົ້າວັນເສົາຜ່ານມາ ແລະ ເຖິງແມ່ນວ່າ ຈະມີການ
ກ່າວອ້າງວ່າ ມີການລະເມີດ ໂດຍທັງສອງຝ່າຍ ຂອງບັນຫາຂັດແຍ້ງກໍຕາມ ແຕ່ຂໍ້ຕົກລົງ
ນັ້ນ ກໍແມ່ນປະຕິບັດໄດ້ ເປັນສ່ວນໃຫຍ່.

Syria Ceasefire
please wait
Embed

No media source currently available

0:00 0:00:50 0:00

The United Nations plans to begin aid deliveries Monday in hopes of reaching more than 150,000 Syrians as a cessation of hostilities in the country stretches into a third day.

The U.N.'s humanitarian coordinator for Syria, Yacoub El Hillo, said the deliveries are scheduled for besieged areas between Monday and Friday.

"It is the best opportunity that the Syrian people have had over the last five years for lasting peace and stability," he said.

The cease-fire began early Saturday, and despite multiple claims of violations by both sides of the conflict, the truce has largely held.

XS
SM
MD
LG